ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໄບເດັນ ໄດ້ຮັບການສັກຢາວັກຊີນ ກັນພະຍາດໂຄວິດ-19 ແລ້ວ


ທ່ານ ໂຈ ໄບເດັນ ໄດ້ຮັບການສັກຢາກັນໄວຣັສໂຄໂຣນາ ເຂັມທໍາອິດ ທີ່ໂຮງໝໍ Christiana Care ໃນນະຄອນ Newark,
ເດລາແວ, ວັນທີ 21 ທັນວາ, 2020 (ພາບສະໜອງໃຫ້ໂດຍ AP Photo/Carolyn Kaster)
ທ່ານ ໂຈ ໄບເດັນ ໄດ້ຮັບການສັກຢາກັນໄວຣັສໂຄໂຣນາ ເຂັມທໍາອິດ ທີ່ໂຮງໝໍ Christiana Care ໃນນະຄອນ Newark, ເດລາແວ, ວັນທີ 21 ທັນວາ, 2020 (ພາບສະໜອງໃຫ້ໂດຍ AP Photo/Carolyn Kaster)

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະລັດ, ທ່ານໂຈ ໄບເດັນໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ໂດຍມີການຖ່າຍທອດສົດອອກທາງໂທລະ ພາບໃນວັນຈັນວານນີ້ ເພື່ອເຮັດໃຫ້ຊາວອາເມຣິກັນ ມີຄວາມເຊື່ອໝັ້ນວ່າ ການສັກຢາກັນພະຍາດນີ້ແມ່ນປອດໄພໃນຂະນະທີ່ປະເທດນີ້ມີຫລາຍກວ່າ 18 ລ້ານຄົນທີ່ຖືກຢືນຢັນວ່າ ຕິດໄວຣັສໂຄໂຣນາ.

"ຂ້ອຍພ້ອມແລ້ວ” ນັ້ນຄືຄໍາເວົ້າຂອງທ່ານໄບເດັນຕໍ່ພະຍາບານຄົນນຶ່ງຢູ່ໃນໂຮງໝໍແຫ່ງນຶ່ງໃນນະຄອນນູວາກ, ລັດເດລາແວ ກ່ອນຈະສັກຢາວັກຊີນທີ່ພັດທະນາໂດຍບໍລິສັດຜະລິດຢາໄຟເຊີ (Pfizer) ແລະ ໄບໂອເອນເທັກ (BioNTech) ໃນວັນຈັນວານນີ້.

ທ່ານກ່າວອີກວ່າ “ຂ້າພະເຈົ້າເຮັດແນວນີ້ກໍເພື່ອສະແດງໃຫ້ເຫັນວ່າ ປະຊາຊົນຄວນກຽມພ້ອມສັກຢາເມື່ອມີຢາໄວ້ໃຫ້ສັກແລ້ວ. ບໍ່ມີຫຍັງທີ່ຈະຕ້ອງເປັນຫ່ວງ.”

ພັນລະຍາຂອງທ່ານ, ທ່ານນາງ ຈີລ ໄບເດັນ ໄດ້ຮັບການສັກຢາໃນບໍ່ພໍເທົ່າໃດຊົ່ວໂມງກ່ອນໜ້ານີ້ ຢູ່ໂຮງໝໍດຽວກັນ, ເຊິ່ງຢູ່ໃກ້ກັບເຮືອນຂອງຄູ່ສາມີພັນລະຍານີ້ຢູ່ລັດເດລາແວ.

ສະຫະລັດເຫັນວ່າມີການເພີ່ມຂຶ້ນຂອງການຕິດເຊື້ອໃນໄລຍະສອງເດືອນທີ່ຜ່ານມາ, ແລະໃນວັນຈັນວານນີ້ ມີກໍລະນີຄົນຕິດໄວຣັສໂຄໂຣນາທີ່ໄດ້ຮັບການຢືນ ຢັນກາຍ 18 ລ້ານຄົນແລ້ວ, ອີງຕາມມະຫາວິທະຍາໄລຈອນສ໌ ຮອບຄິນສ໌ ທີ່ກຳລັງຕິດຕາມການລະບາດຂອງພະຍາດນີ້ຢູ່ໃນໂລກ. ມີຊາວອາເມຣິກັນຫຼາຍກວ່າ 319,000 ຄົນໄດ້ເສຍຊີວິດໄປຍ້ອນໂຄວິດ-19.

ນອກເໜືອຈາກທ່ານໄບເດັນແລ້ວ, ກໍຍັງມີເຈົ້າໜ້າທີ່ທີ່ມີຊື່ສຽງຄົນອື່ນໆຂອງສະ ຫະລັດຈຳນວນນຶ່ງ ທີ່ໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ-19 ເຊັ່ນກັນ, ເຊິ່ງລວມມີຮອງປະທານາທິບໍດີໄມຄ໌ ເພັນສ໌, ປະທານສະພາຕໍ່າ, ທ່ານນາງແນນຊີ ເພໂລຊີ ແລະຜູ້ນຳສຽງສ່ວນຫລາຍຂອງສະພາສູງ ທ່ານ ມິສ ແມັກຄອນແນລ.

ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ທີ່ໄດ້ເຂົ້າໂຮງໝໍຍ້ອນໄວຣັສໂຄໂຣນາໃນເດືອນຕຸລາຜ່ານມານັ້ນ, ບໍ່ໄດ້ກ່າວເຖິງວ່າ ຕອນໃດທ່ານຕັ້ງໃຈຈະໄປຮັບການສັກຢາປ້ອງກັນພະຍາດນີ້.

ວັນຈັນວານນີ້ ຍັງໄດ້ມີການນຳເອົາຢາວັກຊີນທີ່ຜະລິດໂດຍບໍລິສັດໂມເດິນນາ (Moderna) ສົ່ງໄປຫາສະຖານທີ່ຕ່າງໆໃນທົ່ວປະເທດ.

ອົງການອາຫານ ແລະຢາຂອງສະຫະລັດ ໄດ້ໃຫ້ການອະນຸມັດແບບສຸກເສີນໃຫ້ໃຊ້ຢາວັກຊິນຂອງ Moderna ໃນວັນສຸກຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG