ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ໄດ້ແຕ່ງຕັ້ງ ທ່ານເຈີໂຣມ ພາວ ເປັນປະທານທະນາຄານກາງຂອງສະຫະລັດ ອີກຄັ້ງ


ແຟ້ມຮູບ-ປະທານທະນາຄານກາງຂອງສະຫະລັດ ທ່ານເຈີໂຣມ ພາວ ກ່າວຄໍາປາໄສ ໃນການຖະແຫລງຂ່າວ ໃນນະຄອນຫລວງວໍຊິງຕັນ, ວັນທີ 30 ຕຸລາ 2021.
ແຟ້ມຮູບ-ປະທານທະນາຄານກາງຂອງສະຫະລັດ ທ່ານເຈີໂຣມ ພາວ ກ່າວຄໍາປາໄສ ໃນການຖະແຫລງຂ່າວ ໃນນະຄອນຫລວງວໍຊິງຕັນ, ວັນທີ 30 ຕຸລາ 2021.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ຈັນ​ວານນີ້ ໄດ້​ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ເຈ​ໂຣມ ພາ​ວ​ (Jerome Powell) ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ ທະ​ນາ​ຄານ​ກາງທີ່​ເອີ້ນ​ວ່າ Federal Reserve ຂອງ​ສະ​ຫະ​ລັດ​ເປັນ​ສະ​ໄໝ​ທີ​ສອງ ໂດຍ​ເວົ້າ​ວ່າ ທ່ານ​ພາວ​ມີ​ບົດ​ທີ່​ສຳ​ຄັນ ໃນ​ການ​ຊ່ວຍ​ໃຫ້​ສະ​ຫະ​ລັດ​ຟື້ນ​ໂຕຄືນ​ຈາກສະ​ພາບ​ເສດ​ຖະ​ກິດ​ຕົກ​ຕ່ຳ​ທີ່​ຮ້າຍ​ແຮງ​ສຸດ ​ຍ້ອນ​ການ​ລະ​ບາດ​ ຂອງໄວ​ຣັ​ສ​ໂຄ​ໂຣ​ນາ.

​ການແຕ່ງ​ຕັ້ງ​ຂອງທ່ານ​ໄບ​ເດັນ​ໃຫ້​ທ່ານ​ພາວ ອາ​ຍຸ 68 ປີ ໃຫ້​ເຂົ້າ​ຮັບ​ນຶ່ງ​ໃນ​ຕຳ​ ແໜ່ງ​ທີ່​ສຳ​ຄັນ​ສຸດ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ ເຮັດ​ໃຫ້​ການ​ຄາດ​ຄະ​ເນ​ກັນ​ທີ່​ມີ​ມາເປັນ​ເວ​ລາ​ຫຼາຍໆ​ອາ​ທິດ​ ຢູ່​ໃນ​ຕະ​ຫຼາດ​ການ​ເງິນ​ແລະ​ການ​ເມືອງວົງ​ໃນ​ຂອງວໍ​ຊິງ​ຕັນສິ້ນ​ສຸດ​ລົງ. ສະ​ມາ​ຊິກ​ຫົວ​ກ້າວ​ໜ້າ​ບາງ​ຄົນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ ໄດ້​ຊຸກ​ຍູ້​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແຕ່ງ​ຕັ້ງທ່ານ​ນາງ​ລາ​ແອ​ລ ແບ​ຣນ​ນາດ (Lael Brainard) ສະ​ມາ​ຊິກ​ສະ​ພາ​ຄຸ້ມ​ຄອງ​ທະ​ນາ​ຄານ​ກາງ ເປັນ​ຫົວ​ໜ້າ​ຂອງ​ທະນາ​ຄານ ແຕ່​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ແຕ່ງ​ຕັ້ງ​ໃຫ້​ທ່ານ​ນາງ ເປັນ​ຮອງ​ປະ​ທານ.

ການ​ຕັດ​ສິນ​ໃຈ​ຂອງໄບ​ເດັນເລືອກ​ເອົາ​ທ່ານ​ພາວ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ​ແລະອະ​ດີດ​ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ລົງ​ທຶນ​ເອກ​ກະ​ຊົນ ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກສີ່​ປີ​ແມ່ນໂອ​ກາດ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ທີ່​ທ່ານ​ໄດ້​ແຕ່ງ​ຕັ້ງ​ເປັນ​ເທື່ອ​ທຳ​ອິດ ​ໃຫ້​ອະ​ດີດ​ເຈົ້າໜ້າ​ທີ່​ຄົນ​ສຳ​ຄັນຊຶ່ງ​ໄດ້​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ກ່ອນ ທ່ານ​ດໍ​ໂນ​ລ ທ​ຣຳ ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ.

ທີ່​ທຳ​ນຽບ​ຂາວ ທ່ານ​ໄບ​ເດັນ ກ່າວ​ວ່າ ທ່ານ​ໄດ້​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ແທນ​ທີ່​ຈະ​ແມ່ນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ນັ້ນ ຍ້ອນ “ພວກ​ເຮົາ​ຕ້ອງ​ການຢາກ​ໃຫ້​ມີ​ສະ​ຖຽນ​ລະ​ພາບ ແລະ ​ຄວາມ​ເປັນ​ອິດ​ສະ​ຫຼະ ຢູ່​ທີ່​ທະ​ນາ​ຄານ​ກາງ.” ທ່ານ​ເວົ້າ​ວ່າທ່ານ​ພາວ​ໄດ້​ຮັບ “ການ​ສະ​ໜັບ​ສະ​ໜຸນ​ຢ່າງກວ້າງ​ຂວາງ ຈາກ​ທັງສອງ​ພັກ​ການ​ເມືອງ” ໃນ​ສະ​ຫະ​ລັດທີ່​ມີ​ການ​ແບ່ງ​ແຍກ​ທາງ​ດ້ານ​ການ​ເມືອງນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ເອີ້ນ​ທ່ານ​ພາ​ວ​ວ່າ “ເປັນ​ບຸກ​ຄົນ​ທີ່​ຖືກ​ຕ້ອງ​ແລ້ວ​ກຳ​ກັບ​ເບິ່ງ​ແຍງ​ໃຫ້​ພວກ​ເຮົາ​ຕະ​ຫຼອດ​ຮອດ​ຝັ່ງ” ໃນ​ການ​ຟື້ນ​ໂຕ​ຄືນ​ ຈາກ​ຄວາມ​ເສຍ​ຫາຍຍ້ອນ​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາແລະ​ການ​ເພີ້ມ​ຂຶ້ນ​ໄວ​ທີ່​ສຸດ​ຂອງ​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ໃນ​ຮອບ 31 ປີ ຄື​ເພີ້ມ​ຂຶ້ນ 6.2 ເປີ​ເຊັນ​ຕໍ່​ປີ ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມານີ້.

ພວກ​ນັກ​ລົງ​ທຶນ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ຕ້ອນ​ຮັບເຫັນ​ດີ​ເຫັນ​ພ້ອມ​ກັບການ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ພາວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ ໂດຍ​ທີ່​ດັດ​ຊະ​ນີ​ຮຸ້ນ​ທີ່​ສຳ​ຄັນ ສອງ​ໃນ​ສາມຂອງ​ສະ​ຫະ​ລັດ ຄື​ດາວ​ໂຈນ​ສ໌ ຊຶ່ງ​ປະ​ກອບ​ດ້ວຍ​ຮຸ້ນ​ທີ່​ສຳ​ຄັນ 30 ຮຸ້ນ​ແລະ​ຮຸ້ນ S&P ທີ່​ຫຼາກ​ຫຼາຍນັ້ນ ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ຢ່າງ​ໃຫຍ່​ໃນ​ການ​ຊື້​ຂາຍ​ໃນ​ວັນ​ຈັນ​ວານນີ້ ແຕ່​ຮຸ້ນ​ແນັ​ສ​ແດັກ ທີ່​ປະ​ກອບ​ດ້ວຍ​ເທັກ​ໂນ​ໂລ​ຈີ​ ໄດ້​ຕົກ​ລາ​ຄາ​ໃນ​ການ​ຊື້ຂາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG