ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ເພີ້ມ​ຄວາມ​ພະ​ຍາ​ຍາມ ໃນ​ການ​ຕໍ່​ສູ້ ຕ້ານ​ໄວ​ຣັ​ສ​ໂຄ​ໂຣ​ນາ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຖະ​ແຫຼງ​ກ່ຽວ​ກັບ ​ການ​ຮັບ​ມື​​ໂຄວິດ-19 ຂອງ​ລັດ​ຖະ​ບານ ທີ່​ຕຶກ​ບໍ​ລິ​ຫານ​ ໄອ​ເຊັນ​ຮາວ​ເວີ ເມື່ອ​ວັນ​ທີ 13 ມັງ​ກອນ 2022.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຖະ​ແຫຼງ​ກ່ຽວ​ກັບ ​ການ​ຮັບ​ມື​​ໂຄວິດ-19 ຂອງ​ລັດ​ຖະ​ບານ ທີ່​ຕຶກ​ບໍ​ລິ​ຫານ​ ໄອ​ເຊັນ​ຮາວ​ເວີ ເມື່ອ​ວັນ​ທີ 13 ມັງ​ກອນ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ​ເຫັນ​ອົກ​ເຫັນ​ໃຈຊາວ​ອາ​ເມ​ຣິ​ກັນ​ທີ່​ອິດ​ເມື່ອຍ ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ວັນ​ພະ​ຫັດ​ວານນີ້ ຂະ​ນະ​ທີ່​ມີ​ການ​ເພີ້ມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານເພື່ອ​ຮັບ​ມື​ກັບ​ກໍ​ລະ​ນີ​ຕິດ​ເຊື້ອສາຍ​ພັນ ​ໃໝ່​ໂອ​ໄມ​ຄ​ຣອນທີ່ ​ມີ​ຈຳ​ນວນເພີ້ມ​ຂຶ້ນ​ໃນ​ທົ່ວ​ປະ​ເທດ.

ທ່ານ​ໄບ​ເດັນ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນຄຳ​ປາ​ໄສ​ເປັນ​ເວ​ລາ​ສັ້ນໆທີ່​ທຳ​ນຽບ​ຂາວ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ດີ ພວກ​ເຮົາ​ທັງ​ໝົດ​ຕ່າງ​ກໍ​ມີ​ຄວາມ​ໂກດ​ແຄ້ນ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ເລີ້ມ​ຕົ້ນ​ປີ​ໃໝ່​ມາ. ມັນ​ເປັນ​ເສັ້ນ​ທາງ​ທີ່​ຍາວ​ໄກ ແຕ່​ພວກ​ເຮົາ​ກໍ​ຈະ​ຜ່ານ​ຜ່າ​ມັນ​ໄປ.”

ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຫຼ້າ​ສຸດ ເພື່ອ​ຮັບ​ມື​ກັບ​ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ​ທີ່​ແຜ່​ລະ​ບາດ​ໄດ້​ງ່າຍ​ຂຶ້​ນນັ້ນ ທ່ານ​ໄບ​ເດັນ​ກ່າ​ວ​ວ່າ ລັດ​ຖະ​ບານຂອງ​ທ່ານ​ພາຍ​ໃນ​ອາ​ທິດ​ໜ້ານີ້ຈະ​ເລີ້ມ​ຈັດ​ສົ່ງ​ໜ້າ​ກາກ​ຫາຍ​ໃຈ​ໄປ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ທຸກໆ​ຄົນ ແລະ​ໃນ​ເວ​ລານີ້ ມີ​ແຜນ​ການ ​ທີ່​ຈະ​ຊື້ຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶຶ້​ຊຸດກວດ​ໂຄວິດ-19 500 ລ້ານ​ຊຸດ ເພີ້ມ​ໃສ່ຈຳ​ນວນ 500 ຊຸດ​ ທີ່​ທ່ານ​ໄດ້​ປະ​ກາດ​ໄປ​ແລ້ວ​ກ່ອນ​ໜ້ານີ້.

ທ່ານ​ໄບ​ເດັນ​ກ່າວ​ຕື່ມ​ວ່າ ພາຍ​ໃນ​ອາ​ທິດ​ໜ້າ ຜູ້​ໃດ​ກໍ​ຕາມ​ຢູ່​ໃນ​ສະ​ຫະ​ລັດ​ທີ່​ຕ້ອງ​ການ​ຊຸດກວດ​ໂຄວິດແບບ​ບໍ່​ເສຍ​ເງິນ ຈະ​ສາ​ມາດ​ສັ່ງ​ທາງ​ອອນ​ລາຍ​ນ໌​ໄດ້. ຢູ່​ໃນ​ສະ​ຫະ​ລັດ ​ມີ​ການ​ນຳ​ໃຊ້​ຊຸດກວດ​ໂຄວິດ-19 15 ລ້ານ​ຊຸດ ໃນ​ແຕ່​ລະ​ມື້ຶຶຶຶຶຶ້ ແລະ​ຈະ​ມີ​ບ່ອນກວດ​ບໍ່​ເສຍ​ຄ່າ 20,000 ບ່ອນ ໃນ​ທົ່ວ​ປະ​ເທດ.

ຍິ່ງ​ໄປ​ກວ່ານັ້ນ ທ່ານ​ໄບ​ເດັນ​ຍັງ​ເວົ້າ​ວ່າ ພວກ​ທະ​ຫານ​ຈະ​ສົ່ງ​ທ່ານ​ໝໍ 120 ຄົນ ນາງ​ພະ​ຍາ​ບານ ແລະ​ເຈົ້າ​ໜ້າ​ທີ່​ການ​ແພດ​ອື່ນໆ ໄປ​ຍັງ 6 ໃນ​ຈຳ​ນວນ​ທັງ​ໝົດ 50 ລັດ ຂອງ​ສະ​ຫະ​ລັດ ບ່ອນ​ທີ່​ພະ​ນັກ​ງານ​ແພດ​ໝໍ ຮັບ​ມື​ບໍ່​ໄຫວ ກັບ​ກໍ​ລະ​ນີ​ຕິດ​ເຊື້ຶ້ອ​ໃໝ່. ນີ້​ເປັນ​ພຽງ​ການ​ເລີ້ມ​ຕົ້ນ ໃນ​ການ​ສົ່ງ​ເຈົ້າ​ໜ້າ​ທີ່​ການ​ແພດ​ທະ​ຫານ 1,000 ຄົນ ໄປ​ຊ່ວຍ​ລັດ​ຕ່າງໆ​ໃນ​ທີ່​ສຸດນັ້ນ.

ທ່ານ​ໄດ້​ລະ​ບຸ​ຊື່​ລັດ​ເຫຼົ່າ​ນີ້ມີ​ລັດ​ນິວຢອກ ນິວ​ເຈີ​ຊີ ແລະ​ໂຣ​ດ​ອາຍ​ແລນໃນເຂດພາ​ກຕາ​ເວັນ​ອອກ​ ລັດ​ໂອ​ຮາຍ​ໂອ ແລະ​ມິ​ຊິ​ແກນ ໃນເຂດ​ພາກ​ກາງ ແລະ​ລັດ​ນິວ​ເມັກ​ຊິ​ໂກ ທາງ​ພາກ​ຕາ​ເວັນ​ອອ​ກ​ສຽງ​ໃຕ້​ຂອງ​ປະ​ເທດ.

ນັບ​ແຕ່​ເດືອນ​ພະ​ຈິກ​ເປັນ​ຕົ້ນ​ມາ ສະ​ຫະ​ລັດ​ໄດ້​ສົ່ງ​ທະ​ຫານ ແລະເຈົ້າ​ໜ້າ​ທີ່​ສຸກ​ເສີນຂອງ​ລັດ​ຖະ​ບານ​ກາງ ຫຼາຍກວ່າ 800 ຄົນ ໄປ​ຍັງ 24 ລັດ ເຂດ​ຊົນ​ເຜົ່າແລະ​ດິນ​ແດນ​ຕ່າງໆ ອີງ​ຕາມ​ທຳ​ນຽບ​ຂາວ ຊຶ່ງ​ຮວມ​ທັງ​ນາຍ​ແພດ​ທະ​ຫານ 350 ຄົນ ນາງ​ພະ​ຍາ​ບານ ແລະ​ພະ​ນັກ​ງານ​ແພດ ໄປຊ່ວຍ​ເຈົ້າ​ໜ້າ​ທີ່​ໂຮງ​ໝໍ​ຕ່າງໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG