ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ປູຕິນ ມີກຳນົດ ພົບປະເຈລະຈາກັນ ໃນນະຄອນ ເຈນີວາ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເດີນທາງຮອດນະຄອນ ເຈນີວາ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເດີນທາງຮອດນະຄອນ ເຈນີວາ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແມ່ນມີກຳນົດຈະພົບປະກັນວັນພຸດມື້ນີ້ໃນນະຄອນ ເຈນີວາ ໂດຍທີ່ທັງສອງຝ່າຍຕ່າງກໍໄດ້ສະ ແດງຄວາມຄາດຫວັງທີ່ຕໍ່າສຳລັບຂໍ້ຕົກລົງທີ່ສຳຄັນໃດໆ.

ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ຣັດເຊຍ ໄດ້ກ່າວວ່າມັນມີຄວາມເປັນໄປໄດ້ວ່າຈະເປັນການເຈ ລະຈາຍາວ 4 ຊົ່ວໂມງ. ແຜນການທີ່ໄດ້ຕົກລົງກັນໄວ້ລວມມີກອງປະຊຸມເບື້ອງຕົ້ນຂອງຜູ້ນຳສອງທ່ານນັ້ນ ພ້ອມກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ແລະ ລັດ ຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວຣອຟ ແລະ ການປຶກສາຫາລືເພີ່ມເຕີມກັບກຸ່ມທີ່ກວ້າງອອກຫຼັງຈາກນັ້ນ.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວທີ່ເດີນທາງໄປນະ ຄອນ ເຈນີວາ ວ່າຜົນນຶ່ງທີ່ມີໂອກາດເປັນໄປໄດ້ໃນວັນພຸດມື້ນີ້ແມ່ນການຕ່າວປີ້ນການເອີ້ນເອກອັກຄະລັດຖະທູດຂອງແຕ່ລະປະເທດກັບຄືນ.

ເອກອັກຄະລັດຖະທູດ ສະຫະລັດ ທ່ານ ຈອນ ຊຸລລີວານ ແລະ ເອກອັກຄະລັດຖະທູດ ຣັດເຊຍ ທ່ານ ອານາໂຕລີ ແອນໂຕນອຟ ໄດ້ເດີນທາງກັບປະເທດໃນຕົ້ນປີນີ້ ທ່າມກາງສາຍພົວພັນທີ່ຊຸດ ໂຊມລົງກວ່າເກົ່າ ລະຫວ່າງ ສະຫະລັດ ກັບ ຣັດເຊຍ. ທູດທັງສອງທ່ານນັ້ນແມ່ນມີກຳນົດທີ່ຈະໄປ ນະຄອນ ເຈນີວາ ໃນວັນພຸດມື້ນີ້.

ເຈົ້າໜ້າທີ່ອາວຸໂສລັດຖະບານຂອງທ່ານ ໄບເດັນ ໄດ້ກ່າວວ່າ ເປົ້າໝາຍຂອງ ທ່ານ ໄບເດັນ ໃນການເຈລະຈາຕ່າງໆ ລວມມີການຊອກຫາຂົງເຂດທີ່ ສະຫະລັດ ແລະ ຣັດເຊຍ ສາມາດເຮັດວຽກຮ່ວມກັນ, ເພື່ອລະບຸຢ່າງຈະແຈ້ງ ກ່ຽວກັບ ຜົນປະໂຫຍດແຫ່ງຊາດທີ່ສຳຄັນຂອງ ສະຫະລັດ ແລະ ວ່າ “ກິດຈະການຕ່າງໆຂອງ ຣັດເຊຍ ທີ່ຂັດແຍ້ງກັບຜົນປະໂຫຍດທີ່ວ່ານັ້ນຈະຖືກຕອບໂຕ້ຄືນ,” ແລະ ເພື່ອເຜີຍແຜ່ “ວິໄສທັດຂອງທ່ານສຳລັບຄຸນຄ່າຂອງຄົນ ອາເມຣິກັນ ແລະ ບູລິມະສິດສູງສຸດຂອງປະເທດເຮົາ.”

ກອງປະຊຸມດັ່ງກ່າວຈະເກີດຂຶ້ນໃນຊົ່ວໂມງສຸດທ້າຍຂອງການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໄບເດັນ ໃນຖານະເປັນປະທານາທິບໍດີ. ໃນລະຫວ່າງອາທິດທີ່ຜ່ານມາ, ທ່ານໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G-7 ແລະ ໄດ້ຈັດການເຈລະຈາກັບບັນດາຜູ້ນຳອົງການ NATO ແລະ ສະຫະພາບ ຢູໂຣບ, ພະຍາຍາມທີ່ຈະຂະຫຍາຍສາຍພົວພັນ ກັບບັນດາພັນທະມິດ ແລະ ປຶກ ສານຳເຂົາເຈົ້າ ກ່ຽວກັບ ການເຈລະຂອງ ສະຫະລັດ ແລະ ຣັດເຊຍ.

ເວລາທີ່ນັກຂ່າວຄົນນຶ່ງໄດ້ຖາມທ່ານ ໄບເດັນ ບໍ່ດົນຫຼັງຈາກການເດີນທາງຮອດນະຄອນ ເຈນີວາ ໃນວັນອັງຄານວານນີ້ວ່າທ່ານພ້ອມແລ້ວສຳລັບການປະຊຸມກັບທ່ານ ປູຕິນ ຫຼືບໍ່ນັ້ນ, ຜູ້ນຳ ສະຫະ ລັດ ໄດ້ກ່າວວ່າ “ຂ້າພະເຈົ້າພ້ອມຕະຫຼອດ.”

ໃນການສຳພາດກັບໂທບະພາບ NBC ນັ້ນ, ທ່ານ ປູຕິນ ໄດ້ກ່າວວ່າສາຍພົວພັນລະຫວ່າງ ສະຫະ ລັດ ກັບ ຣັດເຊຍ ໄດ້ຕົກລົງສູ່ຈຸດທີ່ “ຕໍ່າທີ່ສຸດຂອງມັນໃນບໍ່ເທົ່າໃດປີທີ່ຜ່ານມາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG