ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ກ່າວ​ວ່າ ທ່ານ ປູ​ຕິນ ອ່ອນ​ແອ​ລົງ​ "ຢ່າງ​ແນ່ນອນ" ຍ້ອນ​ການ​ກໍ່​ກະ​ບົດ​ຂອງ​ກຸ່ມ ແວກ​ເນີ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລິ​ຄັອບ​ເຕີ Marine One ຢູ່​ເດີ່ນ​ຫຍ້າ​ຕອນ​ໃຕ້​ຂອງ​ທຳ​ນຽບ​ຂາວ, 28 ມິ​ຖຸ​ນາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລິ​ຄັອບ​ເຕີ Marine One ຢູ່​ເດີ່ນ​ຫຍ້າ​ຕອນ​ໃຕ້​ຂອງ​ທຳ​ນຽບ​ຂາວ, 28 ມິ​ຖຸ​ນາ 2023.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ເຊື່ອ​ວ່າ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ ແມ່ນ​ໄດ້​ມີ​ຄວາມ​ອ່ອນ​ແອ​ລົງ “ຢ່າງ​ແນ່ນອນ” ຢູ່​ໃນ​ປະ​ເທດ​ຂອງ​ທ່ານ​ຍ້ອນ​ການ​ກໍ່​ກະ​ບົດ​ໄລ​ຍະ​ສັ້ນ​ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ທີ່​ນຳ​ພາ​ໂດຍ​ຫົວ​ໜ້າ​ກຸ່ມທະ​ຫານ​ຮັບ​ຈ້າງ ແວກ​ເນີ ທ່ານ ເຢ​ຟ​ເກ​ນີ ປ​ຣີ​ເຊັນ​ໂກ.

ແຕ່​ທ່ານ ໄບ​ເດັນ​, ທີ່​ໄດ້​ລົມ​ກັບ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ, ​ກ່າວ​ວ່າ​ມັນ​ “ຍາກ​ທີ່​ຈະ​ບອກ” ກ່ຽວ​ກັບ ຂອບ​ເຂດ​ຄວາມ​ອ່ອນ​ແອ​ຂອງ​ທ່ານ ປູ​ຕິນ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ເຫັນ​ໄດ້​ຊັດ​ວ່າ​ລາວ​ກຳ​ລັງ​ຜ່າຍ​ແພ້​ສົງ​ຄາມ​ໃນ ອີ​ຣັກ, “ເຊິ່ງ​ທ່ານ​ເຈ​ຕະ​ນາ​ທີ່​ຈະ​ອ້າງ​ເຖິງ​ການ​ບຸກ​ລຸກ ຢູ​ເຄ​ຣນ 16 ເດືອນ​ຂອງ​ທ່ານ ປູ​ຕິນ.​” ລາວ​ກຳ​ລັງ​ຜ່າຍ​ແພ້​ຢູ່​ໃນ​ປະ​ເທດ. ແລະ ລາວ​ໄດ້​ກາຍ​ເປັນ​ຄົນ​ທີ່​ມີ​ຊັ້ນ​ຕ່ຳ​ລົງ​ໜ້ອຍ​ນຶ່ງ​ໃນ​ທົ່ວ​ໂລກ. ແລະ ມັນ​ບໍ່​ແມ່ນ​ພຽງ​ແຕ່​ອົງ​ການ NATO ເທົ່າ​ນັ້ນ. ມັນ​ແມ່ນ​ ຍີ່​ປຸ່ນ. 40 ປະ​ເທດ​ຂອງ​ເຂົາ​ເຈົ້າ.

ທ່ານ ໄມ​ເກິ​ລ ແມັກ​ຟອ​ລ, ອະ​ດີດ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຣັດ​ເຊຍ, ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ ໄບ​ເດັນ ເວ​ລາ​ທີ່​ທ່ານ​ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ວີ​ໂອ​ເອ​ພາ​ສາ ຣັດ​ເຊຍ ເມື່ອ​ວັນ​ພຸດ​ວານນີ້​ວ່າ “ໃນ​ຄວາມ​ດຸ່ນ​ດ່ຽງ, ທ່ານ ປູ​ຕິນ ແມ່ນ​ອ່ອນ​ແອຫຼາຍ​ໃນ​ມື້ນີ້ກວ່າ​ສີ່ ຫຼື ຫ້າ​ວັນ​ທີ່​ຜ່ານ​ມາ. ພວກ​ຜູ້​ມີ​ອຳ​ນາດ​ໃນ ຣັດ​ເຊຍ, ທະ​ຫານ​ໃນ ຣັດ​ເຊຍ ແມ່ນ​ກຳ​ລັງ​ເບິ່ງ​ສະ​ຖາ​ນະ​ການນີ້ ແລະ ສົງ​ໄສວ່າ, “ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ກັບ​ຜູ້​ນຳ​ຂອງ​ເຮົາ.?”

ທ່ານ ແມັກ​ຟອ​ລ ໄດ້​ກ່າວ​ວ່າ “ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ດີ. ເພາະ​ວ່າ ຣັດ​ເຊຍ ທີ່​ອ່ອນ​ແ​ອ​ອາດ​ເຮັດ​ໃຫ້​ມີ​ຄວາມ​ເສ​ຍ​ຫາຍ​ໜ້ອຍ​ລົງ, ໂດ​ຍ​ສະ​ເພາະ​ໃນ ຢູ​ເຄ​ຣນ.”

ດັ້ງ​ເດີມ​ແລ້ວ ທ່ານ ປ​ຣີ​ໂກ​ຊິນ ໄດ້​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຈັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ແລະ ນາຍ​ພົນ ວາ​ເລ​ຣີ ເກ​ຣາ​ຊີມອ​ຟ, ເສ​ນາ​ທິ​ການ​ທົ່ວ​ໄປ​ຂອງ ຣັດ​ເຊຍ, ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ພາກ​ໃຕ້​ທີ່​ມີ​ຊາຍ​ແດນ​ຕິດ​ກັບ ຢູ​ເຄ​ຣນ, ອີງ​ຕາມ​ການ​ລາ​ຍ​ງານ​ຂອ​ງ​ໜັງ​ສື​ພິມ Wall Street Journal. ແຕ່​ອົງ​ການ​ສືບ​ລັບ​ພາຍ​ໃນ​ຂອງ ຣັດ​ເຊຍ, ເຊິ່ງ​ແມ່ນ​ໜ່ວຍ​ຮັກ​ສາ​ຄວາມ​ປອດ​ໄພລັດ​ຖະ​ບານ, ໄດ້​ຄົ້ນ​ພົບ​ກ່ຽວ​ກັບ​ແຜນ​ການ​ດັ່ງ​ກ່າວ​ສອງວັນ​ກ່ອນ​ທີ່​ມັນ​ຈະ​ເກີດ​ຂຶ້ນ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ, ເຊິ່ງ​ໄດ້​ບັງ​ຄັບ​ໃຫ້​ທ່ານ ປ​ຣີ​ໂກ​ຊິນ ດຳ​ເນີນ​ໄປ​ໜ້າ​ກັບ​ການ​ກໍ່​ກະ​ບົດ​ຂອງ​ລາວ​ໄວ​ກວ່າ​ທີ່​ລາວ​ໄດ້​ວາງ​ແຜນ​ໄວ້.

ທ່ານ ປ​ຣີ​ໂກ​ຊິນ ໄດ້​ເດີນ​ທາງ​ຮອດ​ປະ​ເທດ ເບ​ລາ​ຣຸ​ສ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸ​ສ ທ່ານ ອາ​ເລັກ​ແຊນ​ເດີ ລູ​ກາ​ເຊັນ​ໂກ, ພັນ​ທະ​ມິດ​ຂອງ​ທ່ານ ປູ​ຕິນ ຜູ້​ທີ່​ໄດ້​ອ້າງວ່າ​ໄດ້​ເຈ​ລ​ະ​ຈາ​ກັບ​ຜູ້​ນຳ ຣັດ​ເຊຍ ກ່ຽວ​ກັບ ການ​ສັງ​ຫານ​ທ່ານ ປ​ຣີ​ໂກ​ຊິນ ໃນ​ການ​ແກ້​ແຄ້ນ​ສຳ​ລັ​ບ​ການ​ເຄື່ອນ​ໄຫວ​ມາ​ໂຈມ​ຕີ ມົ​ສ​ກູ ຂອງ​ກຸ່ມ ແວກ​ເນີ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ. ທ່ານ ປ​ຣີ​ໂກ​ຊິນ ໄດ້​ຍົກ​ເລີກ​ການ​ກໍ່​ກະ​ບົດ​ຕໍ່​ທ່ານ ປູ​ຕິນ ແລະ ພວກ​ຜູ້​ນຳ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ທ່ານ ກ່ອນ​ຈະ​ປະ​ເຊີນ​ໜ້າ​ກັນ​ກັບ​ກອງ​ທະ​ຫານ ຣັດ​ເຊຍ ຢູ່​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG