ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຜັກດັນໃຫ້ນຳເອົາການຫ້າມປືນກົນກັບມາໃຊ້ຄືນ ລຸນຫຼັງການຍິງສັງຫານໝູ່ ໃນ ສະຫະລັດ


ແຖບຢາງຕຳຫຼວດໝາຍຈຸດເກີດເຫດຂອງການຍິງກັນຢູ່ນອກທາງຫຼວງ ຄາບຣິລໂລ, 24 ມັງກອນ 2023, ຫຼັງຈາກມືປືນໄດ້ສັງຫານຫຼາຍຄົນຢູ່ເຂດທຸລະກິດກະສິກຳໃນເມືອງ ຮາຟ ມູນ ເບ, ລັດຄາລິຟໍເນຍ.
ແຖບຢາງຕຳຫຼວດໝາຍຈຸດເກີດເຫດຂອງການຍິງກັນຢູ່ນອກທາງຫຼວງ ຄາບຣິລໂລ, 24 ມັງກອນ 2023, ຫຼັງຈາກມືປືນໄດ້ສັງຫານຫຼາຍຄົນຢູ່ເຂດທຸລະກິດກະສິກຳໃນເມືອງ ຮາຟ ມູນ ເບ, ລັດຄາລິຟໍເນຍ.

ໃນຂະນະທີ່ລັດຄາລິຟໍເນຍ ກຳລັງຮັບມືກັບການຍິງສັງຫານໝູ່ ທີ່ຮ້າຍແຮງສອງ ຄັ້ງ ໃນພຽງບໍ່ເທົ່າໃດວັນຫ່າງຈາກກັນນັ້ນ, ປະທານາທິບໍດີ ໂຈ ໄບເດັນ ແມ່ນ ໄດ້ສະແດງການສະໜັບສະໜູນຂອງທ່ານ ກ່ຽວກັບ ມາດຕະການຄວບຄຸມປືນ, ລວມທັງການຫ້າມປືນກົນປີ 1994 ເວລາທີ່ທ່ານໄດ້ສະໜັບສະໜູນໃນເວລາທີ່ ທ່ານເປັນສະມາຊິກສະພາສູງກັບມາໃຊ້ຄືນ.

ປະທານາທິບໍດີ ໄບເດັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອັງຄານວານ ນີ້ ຫຼັງຈາກການຍິງກັນເມື່ອວັນຈັນທີ່ຜ່ານມາຢູ່ເມືອງ ຮາຟ ມູນ ເບ, ລັດຄາລິຟໍເນຍ, ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 7 ຄົນເສຍຊີວິດວ່າ “ແມ່ນກະທັ້ງທີ່ ພວກເຮົາລໍຖ້າສຳລັບລາຍລະອຽດເພີ່ມເຕີມ ກ່ຽວກັບ ການຍິງກັນທີ່ວ່ານີ້, ພວກເຮົາຮູ້ວ່າ ການລະບາດຂອງຄວາມຮຸນແຮງຈາກປືນໃນທົ່ວ ອາເມຣິກາ ແມ່ນຮຽກຮ້ອງການດຳເນີນການທີ່ແຂງແກ່ນກວ່ານີ້. ອີກຄັ້ງນຶ່ງຂ້າພະເຈົ້າຂໍຮຽກຮ້ອງທັງສອງສະພາ ໃຫ້ດຳເນີນການຢ່າງວ່ອງໄວ ແລະ ນຳເອົາການຫ້າມປືນກົນນີ້ມາໂຕະຂອງຂ້າພະເຈົ້າ, ແລະດຳເນີນການເພື່ອເຮັດໃຫ້ຊຸມ ຊົນ, ໂຮງຮຽນ, ສະຖານທີ່ ເຮັດວຽກ ແລະ ບ້ານເຮືອນຂອງປະຊາຊົນ ອາເມຣິກັນ ມີຄວາມປອດໄພ.”

ການຍິງກັນທີ່ໄດ້ເກີດຂຶ້ນພຽງສອງວັນຫ່າງກັນ ຫຼັງຈາກມືປືນໄດ້ສັງຫານຢ່າງ ໜ້ອຍ 11 ຄົນຢູ່ຫ້ອງເຕັ້ນລຳໃນເມືອງ ມອນເຕຣີ ພາກ, ລັດຄາລິຟໍເນຍ, ໃນຂະນະທີ່ຊຸມຊົນອາເມຣິກັນເຊື້ອສາຍເອເຊຍຂອງເມືອງດັ່ງກ່າວ ໄດ້ສະເຫຼີມສະ ຫຼອງກຸດຈີນໃນທ້າຍອາທິດ.

ເມື່ອວັນຈັນທີ່ຜ່ານມາ, ສະມາຊິກສະພາສູງ ສະຫະລັດ ທ່ານນາງ ໄດແອນ ໄຟນ໌ສໄຕນ໌, ສັງກັດພັກເດໂມແຄຣັດຈາກລັດ ຄາລິຟໍເນຍ, ພ້ອມກັບສະມາ ຊິກສະພາສູງທ່ານ ຣິເຈີດ ບລູເມັນຕອລ ແລະ ທ່ານ ຄຣິສ ເມີຟີ, ເຊິ່ງທັງ ສອງທ່ານສັງກັດພັກເດໂມແຄຣັດ ຈາກລັດຄອນແນຕິຄັດນັ້ນ, ໄດ້ນຳສະເໜີ ຮ່າງກົດໝາຍການຫ້າມປືນກົນ, ພ້ອມກັບຮ່າງກົດໝາຍນິຕິບັນຍັດເພື່ອຂຶ້ນ ອາຍຸຕໍ່າສຸດໃນການຊື້ປືນກົນເປັນ 21 ປີ. ການຫ້າມທີ່ວ່ານັ້ນໄດ້ໝົດອາຍຸໃນປີ 2004.

ທ່ານນາງ ໄຟນ໌ສໄຕນ໌ ໄດ້ກ່າວວ່າ “ແນວໂນ້ມການຍິງສັງຫານໝູ່ຢ່າງຄົງທີ່ ນັ້ນແມ່ນມີລັກສະນະທົ່ວໄປອັນດຽວຄື: ມັນປະກອບມີປືນກົນເກືອບທຸກຄັ້ງ. ມັນເປັນຍ້ອນອາວຸດທີ່ວ່ານີ້ຖືກອອກແບບມາໃຫ້ຂ້າຄົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ ໄວເທົ່າທີ່ຈະໄວໄດ້. ມັນເຖິງເວລາແລ້ວທີ່ພວກເຮົາຈະລຸກຂຶ້ນເພື່ອຊັກ ຊວນການສະໜັບສະໜູນ ແລະ ປົດອາວຸດສົງຄາມພວກນີ້ ອອກຈາກຖະໜົນ ຂອງພວກເຮົາ ຫຼື ຢ່າງໜ້ອຍກໍເອົາມັນອອກຈາກມືຂອງຄົນໄວໜຸ່ມ.”

ການຫ້າມອາວຸດທີ່ຖືກສະເໜີໂດຍສະພາສູງດັ່ງກ່າວ, ເຊິ່ງຖືກຄັດຄ້ານໂດຍພັກ ຣີພັບບລີກັນ ແລະ ພວກນັກເຄື່ອນໄຫວເພື່ອສິດທິໃນການໃຊ້ປືນນັ້ນ, ຈະກີດກັ້ນການຂາຍ, ການຜະລິດ, ການນຳສົ່ງ ແລະ ນຳເຂົ້າອາວຸດທີ່ສະເພາະເຈາະຈົງ 205 ຊະນິດ ໂດຍຊື່ທີ່ມີອົງປະກອບຂອງປືນທີ່ຖືກໃຊ້ໂດຍກອງທັບ ແລະ ຊອງລູກປືນທີ່ຜິດກົດໝາຍ ທີ່ສາມາດບັນຈຸລູກປືນໄດ້ຫຼາຍກວ່າ 10 ລູກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG