ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ​ຊຸກ​ຍູ້​ມາ​ດ​ຕະ​ການ​ລົງ​ຄະ​ແນນ​ສຽງ ແຕ່​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ສຳ​ຄັນ​ຄັດ​ຄ້ານ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຕໍ່ສື່ມວນຊົນ ຫຼັງຈາກການປະຊຸມຢ່າງເປັນສ່ວນຕົວກັບສະມາຊິກສະພາສູງສັງກັດພັກເດໂມແຄຣັດ, ຫໍລັດຖະສະພາ ສະຫະລັດ. 13 ມັງກອນ, 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຕໍ່ສື່ມວນຊົນ ຫຼັງຈາກການປະຊຸມຢ່າງເປັນສ່ວນຕົວກັບສະມາຊິກສະພາສູງສັງກັດພັກເດໂມແຄຣັດ, ຫໍລັດຖະສະພາ ສະຫະລັດ. 13 ມັງກອນ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ພົບປະກັບບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດເມື່ອວັນພະຫັດວານນີ້ ໃນການຮ້ອງຂໍຄັ້ງສຸດທ້າຍເພື່ອປັບປຸງກົດໝາຍການເລືອກຕັ້ງໃໝ່ ແມ່ນກະທັ້ງທີ່ເພື່ອນຮ່ວມພັກເດໂມແຄຣັດຄົນນຶ່ງໄດ້ກ່າວຢ່າງຊັດເຈນວ່າ ລາວຈະບໍ່ສະໜັບ ສະໜູນການປ່ຽນແປງກົດລະບຽບນິຕິບັນຍັດຂອງສະພາສູງ ເພື່ອຫຼີກລ່ຽງການຄັດຄ້ານຢ່າງພ້ອມພຽງກັນຂອງພັກຣີພັບບລີກັນ ​ສຳ​ລັບສ້າງຕັ້ງກົດລະບຽບການລົງຄະແນນສຽງແຫ່ງຊາດ.

ທ່ານ ໄບເດັນ ໄດ້ພົບປະກັບກຸ່ມການນຳສະພາສູງສັງກັດພັກເດໂມແຄຣັດສ່ວນຫຼາຍ ໃນຕອນຮັບປະທານອາຫານທ່ຽງ ເພື່ອສະແດງການສະໜັບສະໜູນຂອງທ່ານ ສຳລັບສອງມາດຕະການທີ່ຈະຂະຫຍາຍການກຳກັບດູແລຂອງລັດຖະບານກາງ ໃນການເລືອກຕັ້ງລັດຖະສະພາ ແລະ ປະທານາ ທິບໍດີ ແລະ ສ້າງຕັ້ງກົດລະບຽບການລົງຄະແນນສຽງ ແບບດຽວກັນໃນທົ່ວປະເທດ. ຮ່າງກົດໝາຍດັ່ງ ກ່າວຈະລົບລ້າງກົດລະບຽບທີ່ມີຂໍ້ຈຳກັດກວ່າ ທີ່ຖືກຮັບຮອງເອົາໂດຍສະພານິຕິບັນຍັດທີ່ຖືກຄວບຄຸມໂດຍພັກຣີພັບບລີກັນໃນຢ່າງໜ້ອຍ 19 ລັດ.

ແນວໃດກໍຕາມ, ໃນຂະນະທີ່ທ່ານເດີນທາງອອກຈາກການຮັບປະທານອາຫານທ່ຽງນັ້ນ, ທ່ານ ໄບເດັນ ໄດ້ສະແດງຄວາມຄິດທີ່ເປັນແງ່ບວກເລັກນ້ອຍ ກ່ຽວກັບ ໂອກາດຂອງທ່ານທີ່ຈະຊະນະການຮັບຮອງສຳລັບຮ່າງກົດໝາຍນິຕິບັນຍັດດັ່ງກ່າວ, ໂດຍກ່າວຕໍ່ບັນດານັກຂ່າວວ່າ, “ຂ້າພະເຈົ້າຫວັງວ່າພວກເຮົາຈະເຮັດສິ່ງນີ້ໃຫ້ແລ້ວ. ຄຳຕອບທີ່ຊື່ສັດຕໍ່ພະເຈົ້າກໍແມ່ນວ່າ, ຂ້າພະເຈົ້າບໍ່ຮູ້ວ່າພວກເຮົາຈະສາມາດເຮັດສິ່ງນີ້ໃຫ້ແລ້ວຫຼືບໍ່.”

ດ້ວຍສະມາຊິກພັກຣີພັບບລີກັນທັງໝົດ 50 ຄົນໃນສະມາຊິກສະພາສູງ 100 ຄົນໄດ້ຄັດຄ້ານກົດ ໝາຍນິຕິບັນຍັດສອງສະບັບທີ່ທ່ານ ໄບເດັນ ໃຫ້ການສະໜັບສະໜູນນັ້ນ, ພັກເດໂມແຄຣັດມີແຕ່ສາມາດຮັບຮອງມັນໄດ້ດ້ວຍການປ່ຽນແປງກົດລະບຽບການຄັດຄ້ານຂອງສະພາສູງທີ່ຈະບັງຄັບຜູ້ສະແດງການໂຕ້ແຍ້ງຮ່າງກົດໝາຍດັ່ງກ່າວ ເພື່ອລວມສຸດຍອດສຽງສ່ວນຫຼາຍ 60 ຄະແນນ. ພັກເດໂມແຄຣັດຢາກທີ່ຈະຮັບຜ່ານຮ່າງກົດໝາຍດັ່ງກ່າວດ້ວຍຄະແນນສຽງສ່ວນຫຼາຍທີ່ລຽບງ່າຍ 51 ຕໍ່ 50 ດ້ວຍຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ລົງຄະແນນສຽງຕັດສິນ.

ແຕ່ບໍ່ດົນກ່ອນທ່ານ ໄບເດັນ ເດີນທາງຮອດລັດຖະສະພາເພື່ອພົບປະກັບບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດນັ້ນ, ສະມາຊິກສະພາສູງ ທ່ານນາງ ເຄີສເທັນ ຊີເນມາ ຈາກລັດອາຣິໂຊນາ ໄດ້ກ່າວໃນຄຳປາໄສ ຕໍ່ສະພາສູງວ່າ ລາວສະໜັບສະໜູນສິດທິໃນການລົງຄະແນນສຽງ ແຕ່ຈະບໍ່ລົງຄະແນນສຽງເພື່ອປ່ຽນແປງການຄັດຄ້ານຂອງສະພາ, ແມ່ນກະທັ້ງສຳລັບສິດທິໃນການລົງຄະແນນສຽງ.

ສະມາຊິກສະພາສັງກັດພັກເດໂມແຄຣັດທີ່ສະໜັບສະໜູນແນວທາງເປັນກາງອີກຄົນນຶ່ງ, ສະມາຊິກສະພາສູງ ທ່ານ ໂຈ ແມນຊິນ ຈາກລັດ ເວີຈິເນຍ ຕາເວັນຕົກ, ກໍໄດ້ສະແດງການບໍ່ເຫັນພ້ອມຂອງທ່ານ ຢ່າງສະໝໍ່າສະເໝີ ຕໍ່ການປ່ຽນ ແປງ ກົດລະບຽບການຄັດຄ້ານນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG