ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ຈະຜັກດັນໃຫ້ແມ່ຍິງ ໄດ້ຮັບຄ່າຈ້າງເທົ່າທຽມກັບຜູ້ຊາຍ


ທ່ານນາງ Margaret Purce ແລະ Megan Rapinoe, ນັກກິລາເຕະບານຍິງຂອງສະຫະລັດພາກັນກົ້ມເບິ່ງຜ່ານໄຫລ່ຂອງທ່ານ ໄບເດັນໃນຂະນະທີ່ທ່ານປະກາດວັນແຫ່ງການຈ່າຍຄ່າແຮງງານເທົ່າທຽມກັນໃນທໍານຽບຂາວ, ວັນທີ 24 ມີນາ, 2021
ທ່ານນາງ Margaret Purce ແລະ Megan Rapinoe, ນັກກິລາເຕະບານຍິງຂອງສະຫະລັດພາກັນກົ້ມເບິ່ງຜ່ານໄຫລ່ຂອງທ່ານ ໄບເດັນໃນຂະນະທີ່ທ່ານປະກາດວັນແຫ່ງການຈ່າຍຄ່າແຮງງານເທົ່າທຽມກັນໃນທໍານຽບຂາວ, ວັນທີ 24 ມີນາ, 2021

ປະທານາທິບໍດີ ໂຈ ໄບເດັນ ແລະສັດຕີໝາຍເລກນຶ່ງທ່ານນາງ ຈີລ ໄບເດັນ ໄດ້ຍົກໃຫ້ເຫັນເຖິງຊ່ອງຫວ່າງໃນການໄດ້ຮັບເງິນເດືອນລະຫວ່າງຊາວອາເມຣິກັນຊາຍ ແລະຍິງ ໃນງານຈັດຂຶ້ນເພື່ອເປັນຂີດໝາຍ ວັນຄ່າຈ້າງເທົ່າທຽມກັນ ໃນວັນພຸດວານນີ້ ກັບສະມາຊິກຂອງທີມເຕະບານຍິງສະຫະລັດ.

ທ່ານໄບເດັນກ່າວວ່າ “ຄະນະລັດຖະບານຂອງຂ້າພະເຈົ້າຈະຕໍ່ສູ້ເພື່ອໃຫ້ຄົນໄດ້ຮັບເງິນເດືອນເທົ່າທຽມກັນ.” ທ່ານກ່າວອີກວ່າ “ມັນແມ່ນເລື້ອງກ່ຽວກັບຄວາມຍຸຕິທຳ, ມັນແມ່ນຄວາມເປັນທຳ, ມັນກ່ຽວກັບການເຮັດໃຫ້ໄດ້ຕາມຄຸນຄ່ານິຍົມຂອງພວກເຮົາ ຊຶ່ງກໍພວກເຮົາໝົດປະເທດ. ການໄດ້ຮັບຄ່າຈ້າງເທົ່າທຽມກັນເຮັດໃຫ້ພວກເຮົາທຸກຄົນເຂັ້ມແຂງຂຶ້ນກວ່າເກົ່າ. "

ວັນຄ່າຈ້າງເທົ່າທຽມກັນ ແມ່ນມີການສະຫລອງຢູ່ໃນສະຫະລັດ ໃນວັນທີທີ່ແຕກຕ່າງກັນໄປໃນແຕ່ລະປີ ແລະເປັນຂີດໝາຍສະແດງໃຫ້ເຫັນວ່າ ຍັງອີກຈັກມື້ທີ່ແມ່ຍິງອາເມຣິກັນໂດຍສະເລ່ຍ ຈະຕ້ອງເຮັດວຽກເພື່ອໃຫ້ໄດ້ເທົ່າກັນກັບຈໍານວນທີ່ຜູ້ຊາຍໂດຍສະເລ່ຍໄດ້ຮັບໃນປີຜ່ານມາ.

ແມ່ຍິງອາເມຣິກັນທີ່ເຮັດວຽກເຕັມເວລາ, ຕະຫຼອດປີແມ່ນໄດ້ຮັບເງິນໂດຍສະ ເລ່ຍແມ່ນ 82 ເຊັນສຳລັບທຸກໆ 1 ໂດລາ ທີ່ຜູ້ຊາຍໄດ້ຮັບ, ອີງຕາມຂໍ້ມູນຈາກສູນກົດໝາຍແມ່ຍິງແຫ່ງຊາດ. ຂໍ້ມູນນີ້ສະແດງໃຫ້ເຫັນວ່າ ມີຄວາມແຕກໂຕນກັນຫລາຍກວ່າ ຫລາຍສຳລັບແມ່ຍິງຄົນຜິວດຳ, ເຊິ່ງມີລາຍໄດ້ 63 ເຊັນຕໍ່ 1 ໂດລາ ໂດຍສະເລ່ຍທີ່ຜູ້ຊາຍໄດ້ຮັບ, ແລະແມ່ຍິງເຊື້ອສາຍທີ່ມາຈາກເຂດອາເມຣິກາລາຕິນທີ່ມີລາຍໄດ້ 55 ເຊັນນັ້ນ. ຂໍ້ມູນດຽວກັນນີ້ ສະແດງໃຫ້ເຫັນວ່າ ມີຊ່ອງຫວ່າງແຕກໂຕນກັນ ໃນການໄດ້ຮັບຄ່າແຮງງານລະຫວ່າງເພດຢູ່ໃນ 94ເປີເຊັນ ຂອງຂະແໜງອາຊີບວຽກງານທັງໝົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG