ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໑ ທັນວາ ໒໐໒໕

ທ່ານ ໄບເດັນ ສະເໜີການໃຊ້ຈ່າຍ ຂະໜາດໃຫຍ່ ສຳລັບເດັກນ້ອຍ ແລະ ຄອບຄົວຄົນ ອາເມຣິກັນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ໃນກອງປະຊຸມຮ່ວມຂອງລັດຖະສະພາໃນຫໍລັດຖະສະພາ ສະຫະລັດ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ໃນກອງປະຊຸມຮ່ວມຂອງລັດຖະສະພາໃນຫໍລັດຖະສະພາ ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ສະເໜີການຂະຫຍາຍການຊ່ວຍເຫຼືອລັດຖະ ບານແຫ່ງຊາດຢ່າງກວ້າງຂວາງສຳລັບເດັກນ້ອຍ ແລະ ຄອບຄົວຄົນ ອາເມຣິກັນ ໃນການກ່າວຄຳປາໄສຕໍ່ກອງປະຊຸມຮ່ວມຂອງລັດຖະສະພາຄັ້ງທຳອິດຂອງທ່ານໃນວັນພຸດວານນີ້.

ທ່ານ ໄບເດັນ ໄດ້ກ່າວວ່າ ພັກເດໂມແຄຣັດ ແລະ ຣີພັບບລີກັນ ຈະຫຍຸ້ງຢູ່ກັບແຂ່ງຂັນກັນແລະກັນຢູ່ໃນປະເທດຈົນເຂົາເຈົ້າລືມ ກ່ຽວກັບ ການແຂ່ງຂັນກັບປະເທດອື່ນໆໃນໂລກບໍ່ໄດ້.

ທ່ານໄດ້ກ່າວວ່າ “ເພື່ອທີ່ຈະຊະນະການແຂ່ງຂັນນັ້ນສຳລັບອະນາຄົດ, ໃນທັດສະນະຄະຕິຂອງຂ້າພະເຈົ້າ, ພວກເຮົາຈະຕ້ອງໄດ້ທຳການລົງທຶນໃນຄອບຄົວຂອງພວກເຮົາ, ໃນລູກຫຼານຂອງພວກເຮົາຄັ້ງນຶ່ງໃນນຶ່ງລຸ້ນຄົນເຊັ່ນກັນ.

ຂໍ້ສະເໜີທີ່ມີມູນຄ່າ 1 ພັນ 8 ຮ້ອຍຕື້ໂດລາປະກອບມີການຈ່າຍຄ່າການສຶກສາຊັ້ນອະນຸບານສອງປີຂອງລັດຖະບານສຳລັບເດັກນ້ອຍໃນປະເທດ ແລະ ການຮໍ່າຮຽນໃນວິທະຍາໄລຊຸມຊົນໂດຍບໍ່ເສຍຄ່າໃຊ້ຈ່າຍສອງປີສຳລັບຜູ້ໃຫຍ່ໄວໜຸ່ມ. ມັນຍັງຮຽກຮ້ອງເງິນ 225 ຕື້ໂດລາໃນການຊ່ວຍເຫຼືອເບິ່ງ ແຍງເດັກນ້ອຍສຳລັບຄອບຄົວຄົນໃນ ສະຫະລັດ ແລະ ການຈ່າຍເງິນໃນແຕ່ລະເດືອນຢ່າງໜ້ອຍ 250 ໂດລາໃຫ້ພໍ່ແມ່, ເຊິ່ງແມ່ນໂຄງການສະຫວັດດີການສັງຄົມ ສະຫະລັດ ທີ່ບໍ່ຮູ້ວ່າມີແຕ່ກ່ອນ.

ທ່ານ ໄບເດັນ ໄດ້ສະເໜີທີ່ຈະຈ່າຍເງິນສຳລັບໂຄງການຕ່າງໆດ້ວຍການຂະຫຍາຍພາສີຕໍ່ຄົນຮັ່ງມີ ແລະ ບໍລິສັດຕ່າງໆ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຈະບໍ່ເພີ່ມພາສີ ຕໍ່ຄົນທີ່ຫາເງິນໄດ້ຕໍ່າກວ່າ 400,000 ໂດລາ. ມັນເຖິງເວລາແລ້ວສຳລັບບໍລິສັດ ອາເມຣິກາ ແລະ ຄົນ ອາເມຣິກັນ ທີ່ຮັ່ງມີທີ່ສຸດ 1 ເປີເຊັນນັ້ນທີ່ຈະເລີ່ມຈ່າຍເງິນຈຳນວນນຶ່ງຂອງເຂົາເຈົ້າ.”

ທ່ານ ໄບເດັນ ໄດ້ກ່າວວ່າ ແຜນການດັ່ງກ່າວແມ່ນ “ເປັນທຳ” ແລະ “ມີຄວາມຮັບຜິດຊອບທາງການເງິນ.”

ທ່ານໄດ້ກ່າວຕື່ມວ່າ “ນີ້ແມ່ນນຶ່ງໃນມູນຄ່າການລົງທຶນທີ່ສູງທີ່ສຸດທີ່ພວກເຮົາສາມາດເຮັດໃນຖານະ ເປັນປະເທດນຶ່ງ.”

ແຜນການໃຊ້ຈ່າຍຂອງທ່ານ ໄບເດັນ ຈະມີໂອກາດຖືກປະກາດເປັນກົດໝາຍໄດ້ບໍ່ນັ້ນ ແມ່ນເປັນຄຳຖາມທີ່ເປີດກວ້າງໃນນະຄອນຫຼວງ ວໍຊິງຕັນ.

ທ່ານ ໄບເດັນ, ເຊິ່ງແມ່ນສະມາຊິກພັກເດໂມແຄຣັດ ຜູ້ທີ່ໄດ້ເຂົ້າກຳຕຳແໜ່ງໃນວັນທີ 20 ມັງກອນນັ້ນ, ໄດ້ຮັບການອະນຸມັດ ສຳລັບໂຄງການຊ່ວຍເຫຼືອໄວຣັສໂຄໂຣນາມູນຄ່າ 1 ພັນ 9 ຮ້ອຍຕື້ໂດລາໂດຍບໍ່ໄດ້ຮັບການສະໜັບສະໜູນແມ່ນແຕ່ນຶ່ງຄະແນນສຽງຈາກບັນດາສະມາຊິກສະພາຝ່າຍຄ້ານສັງກັດພັກ ຣີພັບບລີກັນ,ໂດຍອາໄສຄະແນນສຽງສ່ວນຫຼາຍຂອງພັກເດໂມແຄຣັດຢ່າງຫວຸດຫວິດຢ່າງສິ້ນເຊີງໃນສະພາຕໍ່າ ແລະ ສະພາສູງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG