ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໃນວັນອັງຄານວານນີ້ໄດ້ປະກາດແຜນການທີ່ຈະຂະຫຍາຍການເຂົ້າເຖິງການດູແລສຸຂະພາບໂດຍການສະເໜີໃຫ້ມີການປ່ຽນແປງກົດໝາຍວ່າດ້ວຍການດູແລສຸຂະພາບທີ່ມີລາຄາບໍ່ແພງ ຫລື ACA ເພື່ອອະນຸຍາດໃຫ້ຄອບຄົວຊາວອາເມຣິກັນຫຼາຍລ້ານຄົນ ສາມາດຊື້ແຜນປະກັນໄພສຸຂະພາບ ແລະໄດ້ຮັບເງິນຄືນ ຫລືເຄຣດິດຈາກພາສີເພື່ອຊົດເຊີຍຄ່າໃຊ້ຈ່າຍນັ້ນ.
"ເມື່ອກົດລະບຽບທີ່ສະເຫນີໃນມື້ນີ້ເຮັດສຳເລັດແລ້ວ, ເລີ້ມຕົ້ນແຕ່ປີຫນ້າໄປຄອບຄົວທີ່ເຮັດວຽກ ຈະໄດ້ຮັບການຊ່ວຍເຫຼືອທີ່ເຂົາເຈົ້າຕ້ອງການເພື່ອໃຫ້ໄດ້ຮັບການຄຸ້ມຄອງແກ່ຄອບຄົວຢ່າງເຕັມສ່ວນ. ທຸກຄົນເລີຍໃນຄອບຄົວ,” ນັ້ນຄືຄຳເວົ້າຂອງທ່ານໄບເດັນທີ່ກ່າວຢູ່ໃນທຳນຽບຂາວ ກ່ອນຈະເຊັນດຳລັດເພື່ອໃຫ້ຄົນເຂົ້າເຖິງກົດໝາຍວ່າດ້ວຍການດູແລສຸຂະພາບທີ່ລາຄາບໍ່ແພງ ແລະສະຫວັດດີການດ້ານສຸຂະພາບເມດິເຂດ (Medicaid) ໄດ້ຫລາຍຂຶ້ນ.
ທ່ານໄບເດັນຕິດຕາມດ້ວຍຮອງປະທານາທິບໍດີ, ຄາມາລາ ແຮຣິສ ແລະອະດີດ ປະທານາທິບໍດີບາຣັກ ໂອບາມາ ທີ່ໃນເດືອນມີນາ 2010 ໄດ້ລົງນາມໃນ ACA, ເຊິ່ງເປັນກົດໝາຍວ່າດ້ວຍການດູແລສຸຂະພາບທີ່ມີການປ່ຽນແປງຢ່າງໃຫຍ່ ທີ່ມີຊື່ວ່າໂອບາມາແຄ.
ນີ້ເປັນການກັບໄປຢ້ຽມຢາມທຳນຽບຂາວຄັ້ງທຳອິດຂອງທ່ານໂອບາມາ ນັບຕັ້ງແຕ່ທ່ານໄດ້ອອກຈາກຕຳແໜ່ງໃນປີ 2017 ໄປຫຼັງຈາກໄດ້ດຳລົງຕຳແໜ່ງສອງສະໄໝ ໂດຍທີ່ມີທ່ານໄບເດັນ ເປັນຮອງປະທານາທິບໍດີຂອງທ່ານ.
ທ່ານໂອບາມາເວົ້າວ່າ “ທ່ານໂຈ ໄບເດັນ ແລະຂ້າພະເຈົ້າໄດ້ເຮັດຫຼາຍສິ່ງຫລາຍຢ່າງ. "ແຕ່ບໍ່ມີຫຍັງເຮັດໃຫ້ຂ້າພະເຈົ້າມີຄວາມພູມໃຈເທົ່າກັນກັບການສະຫນອງການດູແລສຸຂະພາບທີ່ດີກວ່າ ແລະໃຫ້ການປົກປ້ອງແກ່ຫຼາຍລ້ານຄົນ ໃນທົ່ວປະເທດນີ້."
ການສະເຫນີການປ່ຽນແປງກົດລະບຽບກ່ຽວກັບ ACA ຈະແກ້ໄຂອັນທີ່ເອີ້ນວ່າ ຄວາມບົກຜ່ອງເລັກໜ້ອຍຂອງຄອບຄົວ ທີ່ວ່າຖ້າອີງຕາມກົດລະບຽບໃນປັດຈຸບັນແລ້ວ ສະມາຊິກຄອບຄົວຂອງບຸກຄົນທີ່ຊື້ການຄຸ້ມຄອງສຸຂະພາບໂດຍຜ່ານ ນາຍຈ້າງແມ່ນບໍ່ມີສິດໄດ້ຮັບເງິນຄ່າທຳນຽມຄືນຈາກພາສີ ເຖິງແມ່ນວ່າເຂົາເຈົ້າມີຄວາມຕ້ອງການມັນເພື່ອໃຫ້ສາມາດຊື້ການຄຸ້ມຄອງຂອງປະກັນໄພໄດ້ ກໍຕາມ. ຄວາມບົກຜ່ອງດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນປະມານ 5 ລ້ານຄົນ, ອີງຕາມການກ່າວຂອງທໍານຽບຂາວ.
ການປ່ຽນແປງທີ່ໄດ້ສະເຫນີໄປນັ້ນ ແມ່ນໃຊ້ກັບບຸກຄົນໃນຄົວເຮືອນທີ່ຈ່າຍເງິນ ຫຼາຍກວ່າ 10 ເປີເຊັນ ຂອງລາຍໄດ້ເຂົາເຈົ້າເຂົ້າໃນການປະກັນໄພສຸຂະພາບ. ອີງຕາມເຈົ້າໜ້າທີ່ບໍລິຫານລະດັບສູງຜູ້ນຶ່ງທີ່ໃຫ້ເວົ້າໂດຍຫຍໍ້ໃຫ້ພວກນັກຂ່າວຟັງ ມັນຈະອະນຸຍາດໃຫ້ຄົນ ທີ່ບໍ່ມີປະກັນໄພ 200,000 ຄົນ ໄດ້ຮັບການຄຸ້ມຄອງ ແລະຈະຫຼຸດຄ່າປະກັນໄພ ໃຫ້ແກ່ບຸກຄົນອື່ນອີກ 1 ລ້ານຄົນ.