ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໄບເດັນ ຂັບລົດຮໍາເມີ້ໄຟ​ຟ້າ ເພື່ອສົ່ງເສີມການຂາຍລົດໄຟຟ້າ


ປະທານາທິບໍດີ ທ່ານໂຈ ໄບເດັນ ໄດ້ເຂົ້າໄປນັ່ງໃນລົດຮໍາເມີ້ເພື່ອທົດລອງຂັບ ທີ່ໂຮງງານຜະລິດລົດໄຟຟ້າ General Mortors Factory ZERO ໃນລະຫວ່າງການຢ້ຽມໂຮງງານໃນນະຄອນດີທຣອຍທ໌, ລັດມິຊິແກນ, ວັນທີ 17 ພະຈິກ 2021.
ປະທານາທິບໍດີ ທ່ານໂຈ ໄບເດັນ ໄດ້ເຂົ້າໄປນັ່ງໃນລົດຮໍາເມີ້ເພື່ອທົດລອງຂັບ ທີ່ໂຮງງານຜະລິດລົດໄຟຟ້າ General Mortors Factory ZERO ໃນລະຫວ່າງການຢ້ຽມໂຮງງານໃນນະຄອນດີທຣອຍທ໌, ລັດມິຊິແກນ, ວັນທີ 17 ພະຈິກ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ທົດລອງຂັບລົດຮໍາເມີ້ໄຟຟ້າໃນວັນພຸດວານນີ້, ໂດຍໄດ້ດຶງດູດຈິດໃຈຊາວອາເມຣິ​ກັນ ຜູ້ທີ່ມີ​ຄວາມຮັກກ່ຽວກັບລົດ ເພື່ອສົ່ງເສີມການຂາຍລົດໄຟຟ້າທັງຫລາຍ ເນື່ອງຈາກຜູ້ຊົມໃຊ້ລົດຕ້ອງປະເຊີນກັບບັນຫາລາຄານໍ້າມັນທີ່ສູງຂຶ້ນ.

ທ່ານໄບເດັນ ໄດ້ເດີນທາງໄປເຖິງໂຮງງານຜະລິດລົດຍົນ ເຈເນຣອລ ມໍເຕີ້ (General Mortors) ໃນນະຄອນດີທຣອຍທ໌, ລັດມິຊິແກນ ດ້ວຍລົດປະຈໍາຕົວຄາດິລແລັກ ລີມູຊີນ (Cadillac Limousine) ຂອງປະທານາທິບໍດີ ເຊິ່ງມີຊື່ຫລິ້ນວ່າ “ສັດຮ້າຍ” ດ້ວຍຂະໜາດ, ເກາະຫຸ້ມທີ່ແໜ້ນໜາ ແລະລະບົບພິເສດຫລາຍໆຢ່າງຂອງມັນ. ທ່ານໄບເດັນ ໄດ້ໂດດອອກຈາກລົດສ່ວນຕົວ ແລ້ວໄປນັ່ງຢູ່ບ່ອນຄົນຂັບຂອງລົດຮໍາເມີໄຟຟ້າ ເຊິ່ງມີຄວາມແຮງ 1,000 ແຮງມ້າ.

“ມີຜູ້ໃດຢາກນັ່ງທາງຫລັງ ຫລືເທິງຫລັງຄາບໍ?” ທ່ານໄບເດັນ ຖາມນັກຂ່າວຫລັງຈາກໄດ້ແລ່ນໄປມາສອງສາມຮອບ, ແລ້ວຢຽບຫ້າມລໍ້ແຮງໆ ເພື່ອໃຫ້ລົດຢຸດ. “ລູກສູບພວກນີ້ ແມ່ນອັນອື່ນອີກ!”

ທ່ານໄດ້ບອກກັບນັກຂ່າວວ່າ ທ່ານບໍ່ແນ່ໃຈວ່າທ່ານຂັບລົດໄວປານໃດ.

ທ່ານ ໄບເດັນ, ເຊິ່ງໄດ້​ອອກ​ໄປ​ກ່າວເນັ້ນ​ໜັກ​ເຖິງຂໍ້​ກຳ​ນົດສໍາຄັນທີ່ລົງນາມເປັນກົດໝາຍ ກ່ຽວກັບແຜນ​ການພື້ນຖານໂຄງລ່າງ ມູນຄ່າພັນຕື້ໂດລາໃນມື້ວັນຈັນທີ່ຜ່ານມາ, ໄດ້ໄປຢ້ຽມຢາມໂຮງງານປະກອບລົດໄຟຟ້າ General Mortors ເຊິ່ງເປັນໂຮງງານຜູ້ຜະລິດລົດຍົນທີ່ໃຫຍ່ທີ່ສຸດຂອງ​ສະຫະລັດ ເມື່ອ​ເວົ້າ​ເຖິງ​ການ​ຂາຍ ທີ່​ກ່າວ​ວ່າຕົນ​ມີ​ແຜນ​ຈະ​ຜ​ະ​ລິດ​ແຕ່​ລົດ​ໄຟ​ຟ້າ​ພາຍ​ໃນ​ປີ 2035.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG