ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ທ່ານ Biden ແລະ ປ. ຢູເຄຣນ ຮຽກຮ້ອງໃຫ້ ຍຸຕິການຂັດແຍ້ງ ກັບກຳລັງ ນິຍົມຣັດເຊຍ


ທະຫານຢູເຄຣນໄປຮ່ວມໄວ້ທຸກ ໃນພິທີສົ່ງສະການ ໃຫ້ແກ່ພວກທະຫານນຳກັນ ທີ່ເສຍຊີວິດ ໃນບັນຫາຂັດແຍ້ງ ກັບພວກແບ່ງແຍກດິນແດນ ນິຍົມຣັດເຊຍ ໃນເຂດ Donetsk ທາງພາກຕາເວັນອອກຂອງປະເທດ.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ແລະ​ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ຮຽກຮ້ອງ​ໃນ​ວັນ​ສຸກ​ວານ​ນີ້ ​ໃຫ້​ມີ​ການເອົາ​ມາດຕະການ ​ແກ້​ໄຂ ບັນຫາ​ຂັດ​ແຍ້​ງ ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັ​ດ​ເຊຍໃນ​ພາກ​ຕາ​ເວັນອອກ​ຂອງ​ຢູ​ເຄຣນ.

ຖະ​ແຫຼງການ​ຂອງ​ທຳນຽບຂາວ​ກ່າວ​ວ່າ “ທ່ານ Biden ​ແລະ​ທ່ານ Poroshenko ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ​ ແລະ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ສູ້​ລົບ​ກັນ​ທີ່​ເພີ້ມທະວີ​ຂຶ້ນ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ການລະ​ເມີດ​ຢຸດ​ຍິງ​ໂດຍ​ກຳລັງ​ປະສົມ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິຍົມ​ຣັດ​ເຊຍ​ແມ່ນ​ຢູ່​ໃນ​ລະດັບທີ່ີຮ້າຍ​ແຮງ​ສຸດ​ນັບ​ແຕ່​ປີ 2015 ​ເປັນຕົ້ນມາ ​ຊຶ່ງ​ມັກ​ຈະ​ໃຊ້​ອາວຸດ​ໜັກ​ນັ້ນ.”

ທຳນຽບຂາວກ່າວ​ວ່າ ທ່ານ Biden ​ແຈ້ງ​ໃຫ້​ຊາບ​ວ່າສະຫະລັດ​ໄດ້​ສົ່ງ​ຄຳ​ເຕືອນໄປ​ໃຫ້ຣັດ​ເຊຍ​ແລ້ວ ​ໂດຍເວົ້າວ່າໂລກ​ພວມ​ຈັບ​ຕາ​ເບິ່ງ ​ແລະ​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ ​ເພື່ອຫລຸດ ຜ່ອນ​ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ລົງ. ຖະ​ແຫຼງການກ່າວຕື່ມ​ວ່າ ຮອງ​ປະທານາທິບໍດີ​ສະຫະ ລັດຍັງ​ໄດ້​ຮຽກຮ້ອງ​ໃຫ້​ຢູ​ເຄຣນ​ໃຊ້​ຄວາມ​ຢັບຢັ້ງ.

ທ່ານ Biden ​ແລະ​ທ່ານ Poroshen ຍັງ​ໄດ້​ເນັ້ນຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ເອົາ​ມາດ​ຕະການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ​ແລະ​ດ້ານ​ການ​ທູດຕໍ່​ບັນຫາ​ຂັດ​ແຍ້​ງດ້ວຍ​ການຈັດຕັ້ງ ປະຕິບັດ​ຢ່າງ​ຄົບ​ຖ້ວນ​ຂໍ້​ຕົກລົງ​ນະຄອນ​ມິ​ງສ໌ໂດຍ​ທຸກ​ພັກ​ຝ່າຍ.

​ເຈົ້າໜ້າ​ທີ່ຢູ​ເຄຣນກ່າວ​ວ່າ ​ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ​ໄດ້ຍິງ​ໂຈມ​ຕີ​ດ້ວຍ​ປືນ​ຄົກ​ຫຼາຍກວ່າ 500 ລູກແລະ​ປືນ​ໃຫຍ່​ອີກ 300 ລູກ​ໃສ່​ທີ່​ໝັ້ນຂອງ​ທະຫາ​ນຢູ​ເຄຣນໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດທີ່​ເຮັດ​ໃຫ້​ທະຫານ​ຢູ​ເຄຣນຢ່າງ​ນ້ອຍ 3 ຄົນ​ເສຍ​ຊີວິດ​ແລະ 6 ຄົນ​ບາດ​ເຈັບ.

ທ່ານ Poroshen ​ເຕືອນ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ປະ​ເທດ​ຂອງ​ທ່ານ​ບໍ່​ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ​ກ່ຽວ​ກັບ​ການ​ປະກາດ​ກົດໄອຍະ​ການ​ເສິກຫຼືການລະດົມ​ກຳລັງ​ທາງ​ທະ ຫານ​ເທື່ອ​ໃໝ່ ຖ້າ​ການ​ສູ້​ລົບ​ຫາກ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

​ເມື່ອ​ບໍ່​ດົນ​ມານີ້ ຣັດ​ເຊຍ​ໄດ້​ກ່າວ​ຫາກ​ອງທັບ​ແລະ​ໜ່ວຍ​ສືບ​ລັບ​ຢູ​ເຄຣນວ່າ ວາງແຜນ​ໂຈມ​ຕີ​ຕໍ່​ເຂດ​ໄຄຣ​ເມຍ​ທີ່ຣັດ​ເຊຍ​ໄດ້​ປະກາດ​ຮວມ​ເຂົ້າ​ເປັນ​ດິນ​ແດນ​ສ່ວນນຶ່ງຂອງ​ຕົນ​ນັ້ນ.

​ເຈົ້າໜ້າ​ທີ່ຢູ​ເຄຣນ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ໂດຍ​ເວົ້າວ່າ ວັງ​ເຄຣັມລິ​ນມີທ່າ​ທາງ​ວ່າ​ຈະ​ໃຊ້​ເລື້ອງນີ້​ເປັນ​ຂໍ້​ອ້າງ​ ​ເພື່ອເຮັດ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ຕື່ມ​ຂຶ້ນ ຢູ່​ໃນ​ບັນຫາ​ຂັດ​ແຍ້​ງທີ່​ດຳ​ເນີນ​ມາ​ເປັນ​ເວລາ​ສອງ​ປີ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູເຄຣນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG