ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວວ່າ ເຫດລະເບີດແຕກໃນໂປແລນ 'ບໍ່​ມີ​ທ່າ​ທາງ​ວ່າ' ໄດ້ຍິງມາຈາກຣັດເຊຍ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຕໍ່ສື່ມວນຊົນ ຫຼັງຈາກໄດ້ມີຂໍ້ກ່າວຫາວ່າ ລູກສອນໄຟຂອງຣັດເຊຍ ໄດ້ລະເບີດ ຢູ່ໃນໂປແລນ, ຢູ່ທີ່ເກາະບາຫຼີ ຂອງປະເທດອິນໂດເນເຊຍ, ວັນທີ 16 ພະຈິກ 2022.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຕໍ່ສື່ມວນຊົນ ຫຼັງຈາກໄດ້ມີຂໍ້ກ່າວຫາວ່າ ລູກສອນໄຟຂອງຣັດເຊຍ ໄດ້ລະເບີດ ຢູ່ໃນໂປແລນ, ຢູ່ທີ່ເກາະບາຫຼີ ຂອງປະເທດອິນໂດເນເຊຍ, ວັນທີ 16 ພະຈິກ 2022.

ບັນດາຜູ້ນຳຂອງອົງການສົນທິສັນຍາແອັດແລນຕິກເໜືອ ຫຼື NATO ແລະກຸ່ມ​ຈີເຈັດ ໄດ້ພົບປະກັນຢູ່ກອງປະຊຸມສຸກເສີນ ໃນຕອນເຊົ້າວັນພຸດມື້ນີ້ ຕາມເວລາໃນທ້ອງຖິ່ນ ຢູ່ນອກກອງປະຊຸມສຸດຍອດ ຂອງກຸ່ມ 20 ປະເທດ ໃນເກາະບາຫຼີ ເພື່ອປຶກສາຫາລື ເຫດລະເບີດແຕກ ໃນພາກຕາເວັນອອກຂອງໂປແລນ ທີ່ວໍຊໍ ໄດ້ຖືວ່າ ເປັນສາຍເຫດມາຈາກລູກສອນໄຟ ທີ່ຜະລິດໂດຍຣັດເຊຍ ໂດຍອາດເປັນຂີດໝາຍທີ່ສຳຄັນ ໃນການທະວີຄວາມ​ຮ້າຍ​ແຮງ ໃນສົງຄາມຂອງຣັດເຊຍຕໍ່ຢູເຄຣນ.

“ພວກເຮົາ ໄດ້ຕົກລົງເຫັນດີ ທີ່ຈະສະໜັບສະໜຸນການສືບສວນຂອງໂປແລນ ໃນເຫດລະເບີດແຕກຢູ່ໃນເຂດຊົນນະບົດຂອງໂປແລນ ຢູ່ໃກ້ຊາຍແດນຂອງຢູເຄຣນ” ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ພາຍຫຼັງກອງປະຊຸມ. ທ່ານກ່າວອີກວ່າ “ແລະຂ້າພະເຈົ້າ ຈະໃຫ້ແນ່ໃຈວ່າ ພວກເຮົາໄຈ້ແຍກເບິ່ງວ່າ ແມ່ນຫຍັງໄດ້ເກີດຂຶ້ນແທ້ໆ.”

ໃນການຈັດກອງປະຊຸມສຸກເສີນຢ່າງຮີບດ່ວນນັ້ນ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ປຶກສາກັບບັນດາຜູ້ນຳຈາກ ການາດາ ຄະນະກຳມາທິການຂອງຢູໂຣບ ສະພາຂອງຢູໂຣບ ຝຣັ່ງ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ເນເທີແລນ ສະເປນ ສະຫະຣາຊະອານາຈັກ ຫລຸນຫຼັງເຫດການລະເບີດແຕກ.

ທ່ານໄບເດັນ ໄດ້ກ່າວວ່າ ຢູ່ໃນຊ່ວງເວລານີ້ ມັນເປັນໄປບໍ່ໄດ້ສູງ ທີ່ລູກສອນໄຟ ໄດ້ຖືກຍິງອອກມາຈາກຣັດເຊຍ.

ທ່ານເວົ້າຕື່ມວ່າ “ມີຂໍ້ມູນໃນເບື້ອງຕົ້ນທີ່ຄັດກັບອັນນັ້ນ. ຂ້າພະເຈົ້າ ບໍ່ຢາກກ່າວແບບນັ້ນ ຈົນກວ່າວ່າ ພວກເຮົາສືບສວນຢ່າງຖີ່ຖ້ວນເສຍກ່ອນ.”

ການພົບເຫັນໃນເບື້ອງຕົ້ນ ໄດ້ຊີ້ແນະວ່າ ລູກສອນໄຟທີ່ຍິງຖືກໂປແລນ ແມ່ນໄດ້ຖືກຍິງໂດຍກອງກຳລັງຂອງຢູເຄຣນ ໃສ່ລູກສອນໄຟຂອງຣັດເຊຍທີ່ຖືກຍິງເຂົ້າມານັ້ນ ອີງຕາມອົງການຂ່າວເອພີ ຊຶ່ງໄດ້ອ້າງເຖິງເຈົ້າໜ້າທີ່ຂອງສະຫະ ລັດ.

ຜູ້ຕາງໜ້າຂອງມົສກູ ປະຈຳອົງການສະຫະປະຊາຊາດ ໄດ້ກ່າວວ່າ ເຫດລະ ເບີດແຕກ ໄດ້ຖືກອອກແບບເພື່ອກໍ່ໃຫ້ເກີດສົງຄາມ ລະຫວ່າງ ຣັດເຊຍ ກັບ NATO.

“ມີຄວາມພະຍາຍາມທີ່ຈະຍຸແຍ່ໃຫ້ກອງທະຫານ ປະທະກັນໂດຍກົງ ລະຫວ່າງ NATO ແລະ ຣັດເຊຍ ດ້ວຍຜົນສະທ້ອນທັງໝົດ ສຳລັບໂລກ” ທ່ານດີມິດທຣີ ໂປລີຢານສກີ (Dmitry Polyansky) ໄດ້ກ່າວໃນຖະແຫລງການ ທີ່ໄດ້ຖືກນຳອອກ​ເຜີຍ​ແຜ່ ໃນຊ່ອງເທເລແກຣມ (Telegram) ຂອງທ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG