ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບ​ເດັນ ສັນ​ຍາ​ທີ່​ຈະ​ຊ່ວຍ​ເຫຼືອ​ຊາວ​ນາ ສະ​ຫະ​ລັດ ເພື່ອ​ຊົດ​ເຊີຍ​ວິ​ກິດ​ການ​ຜົນ​ປູກ​ຂອງ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນາ ໂອ​ຄອ​ນ​ເນີ (O'Connor), ເມືອງ ຄານ​ຄາ​ຄີ, ລັດ ອີ​ລີ​ນອຍ. 11 ພຶດ​ສະ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນາ ໂອ​ຄອ​ນ​ເນີ (O'Connor), ເມືອງ ຄານ​ຄາ​ຄີ, ລັດ ອີ​ລີ​ນອຍ. 11 ພຶດ​ສະ​ພາ, 2022.

​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ວັນ​ພຸດ​ວານນີ້​ໄດ້​ຍົກ​ຍ້ອງ​ບັນ​ດາ​ຊາວ​ນາອາ​ເມ​ຣິ​ກັນ ເປັນ “ກະ​ດູກ​ສັນຫຼັງ​ຂອງ​ເສ​ລີ​ພາບ,” ໂດຍ​ສັນ​ຍາ​ການ​ສະ​ໜັບ​ສະ​ໜູນ​ມູນ​ຄ່າຫຼາຍ​ຮ້ອຍ​ລ້ານ​ໂດ​ລາ ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ ສະ​ໜອງການ​ຊົດ​ເຊີຍຕໍ່​ການ​ຂາດ​ແຄນອາ​ຫານ​ປະ​ເພດ​ເມັດທົ່ວ​ໂລກ ທີ່​ມີ​ສາ​ເຫດ​ມາ​ຈາກ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ.

ທ່ານ​ໄດ້​ກ່າວໃນ​ການ​ໃຫ້​ຄຳ​ປາ​ໄສ​ຢູ່​ນາ​ຂອງ​ຄອບ​ຄົວ​ແຫ່ງ​ນຶ່ງ​ໃນ​ເມືອງ ຄານ​ຄາ​ຄີ, ລັດ ອີ​ລີ​ນອຍ, ບ່ອນ​ທີ່​ນຶ່ງວັນ​ກ່ອນ​ໜ້າ​ນັ້ນ, ທ່ານ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ລົດ​ຕັກ​ເຕີ ແລະ ໄດ້​ແນມ​ເບິ່ງ​ເຂົ້າ ​ທີ່​ກຳ​ລັງ​ເຕີບ​ໃຫຍ່​ວ່າ “ແທ້​ຈິງ​ແລ້ວ​ພວກ​ເຈົ້າ​ແມ່ນ​ກະ​ດູກ​ສັນຫຼັງ​ຂອງ​ປະ​ເທດ​ເຮົາ, ມັນ​ບໍ່​ແມ່ນ​ຄຳ​ເວົ້າ​ທີ່​ເກີນ​ຄວາມ​ຈິງ. ແຕ່​ເຈົ້າ​ຍັງ​ໄດ້​ໃຫ້​ອາ​ຫານ​ແກ່​ໂລກ. ແລະ ດ້ວຍ​ສົງ​ຄາມ​ຂອງ​ທ່ານ​ປູ​ຕິນ​ໃນ​ຢູ​ເຄ​ຣນ​ນັ້ນ, ພວກ​ເຮົາ​ກຳ​ລັງ​ເຫັນພວກ​ເຈົ້າ ​ເປັນ​ກະ​ດູກ​ສັນຫຼັງ​ຂອງ​ເສ​ລີ​ພາບ.”

ການ​ບຸກ​ລຸກ​ຢູ​ເຄ​ຣນ 11 ອາ​ທິດ​ຂອງ​ຣັດ​ເຊຍໄດ້​ເຮັດ​ໃຫ້​ການ​ສະ​ໜອງ​ເຂົ້າ​ສາ​ລີ, ສາ​ລີ, ເຂົ້າ​ເບຼ, ​ເມັດພືດ​ນ້ຳ​ມັນ ແລະ ນ້ຳ​ມັນ​ແຕ່ງ​ກິນ​ໃນ​ທົ່ວ​ໂລກ​ເປັນ​ອັນ​ຕະ​ລາຍ ແລະ ໄດ້​ລົບ​ກວນ​ການ​ສະ​ໜອງ​ຝຸ່ນ​ປຸຍ. ລາ​ຄາ​ອາ​ຫານ​ໂລກ​ໄດ້​ເພີ່ມ​ຂຶ້ນ​ເກືອບ 13 ເປີ​ເຊັນ​ ຍ້ອນ​ການ​ບຸກ​ລຸກ​ດັ່ງ​ກ່າວ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ທຳ​ນຽບ​ຂາວ.

ທ່ານໄບ​ເດັນ​ໄດ້​ກ່າວ​ຕໍ່​ຊຸມ​ຊົນ​ຊາວ​ນາ​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ວ່າ ຖິ້ມ​ໂທດ​ວິ​ກິດ​ການ​ດັ່ງ​ກ່າວ​ໃສ່​ທ່ານ​ປູ​ຕິນ, ເຊິ່ງກອງ​ທັບ​ເຮືອ​ຂອງ​ເຂົາ​ເຈົ້າ​ໄດ້​ກີດ​ກັນ​ການ​ສົ່ງ​ອອກ​ຂອງ​ຢູ​ເຄ​ຣນ​ ​ຈາກ​ທ່າ​ເຮືອ​ໃນ​ທະ​ເລ​ດຳ.

ທ່ານ​ໄດ້​ກ່າວ​ວ່າ “ແຕ່​ພວກ​ເຮົາ​ກຳ​ລັງ​ເຮັດ​ບາງ​ຢ່າງ​ກ່ຽວ​ກັບ​ມັນ. ແລະ ຊາວ​ນາ​ຂອງ​ພວກ​ເຮົາ​ແມ່ນ​ກຳ​ລັງ​ຊ່ວຍ​ເຫຼືອ​ໃນ​ສອງ​ດ້ານ, ການຫຼຸດ​ຜ່ອນ​ລາ​ຄາ​ອາ​ຫານ​ຢູ່​ບ້ານ ແລະ ຂະ​ຫຍາຍ​ການ​ຜະ​ລິດ ແລະ ໃຫ້​ອາ​ຫານ​ແກ່​ໂລກ​ທີ່​ມີ​ຄວາມ​ຕ້ອງ​ການ.

ຫົວ​ໜ້າ​ຂອງ​ທະ​ຫານ​ຄານ​ການ​ລົງ​ທຶນ​ຢູ​ໂຣບ​ ໃນ​ອາ​ທິດນີ້​ໄດ້​ແຈ້ງ​ເຕືອນ ໂດຍ​ເວົ້າ​ວ່າ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ນັ່ງ​ຢູ່​ເທິງ​ເຂົ້າ​ສາ​ລີ​ຈຳ​ນວນຫຼວງຫຼາຍ​ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ສົ່ງ​ອອກ​ໄດ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG