ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ໄບເດັນ ກ່າວສັນລະເສີນ ຜູ້ເສຍຊີວິດໃນສົງຄາມ ໃນວັນລະນຶກເຖິງ ທະຫານທີ່ສະຫລະຊີວິດ ເພື່ອຊາດ


ແຂກຢ້ຽມຊົມອ່ານຊື່ຂອງທະຫານຢູ່ສອນສະຖານລະນຶກເຖິງນັກລົບທີ່ເສຍຊີວິດໃນສົງຄາມຫວຽດນາມຢູ່ສະໜາມຫລວງຂອງນະຄອນຫລວງວໍຊິງຕັນໃນວັນທີ 30 ພຶດສະພາ, 2021 (ພາບໂດຍ AP Photo/Jose Luis Magana)
ແຂກຢ້ຽມຊົມອ່ານຊື່ຂອງທະຫານຢູ່ສອນສະຖານລະນຶກເຖິງນັກລົບທີ່ເສຍຊີວິດໃນສົງຄາມຫວຽດນາມຢູ່ສະໜາມຫລວງຂອງນະຄອນຫລວງວໍຊິງຕັນໃນວັນທີ 30 ພຶດສະພາ, 2021 (ພາບໂດຍ AP Photo/Jose Luis Magana)

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຮອງປະທານາທິບໍດີ ຄາມາລາ ແຮຣີສ ແລະ ບັນດາເຈົ້າໜ້າທີ່ທະຫານຂັ້ນສູງຂອງປະເທດແມ່ນຈະເຂົ້າຮ່ວມພິທີວາງພວງມາລາໃນວັນຈັນມື້ນີ້ ຢູ່ທີ່ສຸສານແຫ່ງຊາດອາລິງຕັນໃນຂະນະທີ່ປະ ເທດນີ້ສະຫລອງວັນບຸນລະລຶກເຖິງທະຫານທີ່ສະຫລະຊີວິດເພື່ອປະເທດຊາດປະຈຳປີ ທີ່ອຸທິດການໃຫ້ກຽດແກ່ຜູ້ທີ່ເສຍຊີວິດໃນສົງຄາມ.

ທ່ານ ໄບເດັນ, ທ່ານ ລອຍດ໌ ອອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດ, ແລະ ປະທານເສນາທິການຮ່ວມ, ນາຍພົນມາກຄ໌ ມີລລີ (Mark Milley) ຈະກ່າວຄຳປາໄສໃນພິທີລະລຶກເຖິງທະຫານເຫລົ່ານັ້ນຢູ່ທີ່ສຸສານທີ່ຕັ້ງຢູ່ນອກນະ ຄອນຫລວງວໍຊິງຕັນແຫ່ງນັ້ນອີກດ້ວຍ.

"ພວກເຮົາຕ້ອງຈື່ຈໍາສິ່ງເສຍໄປເພື່ອໃຫ້ໄດ້ສິດເສລີພາບຂອງພວກເຮົາມາ," ນັ້ນຄືຄໍາເວົ້າຂອງທ່ານ ໄບເດັນ ທີ່ກ່າວຕໍ່ໜ້າບັນດານັກລົບເກົ່າ ແລະຄອບຄົວຂອງທະຫານທີ່ເສຍຊີວິດໃນສົງຄາມໃນວັນອາທິດວານນີ້. ທ່ານກ່າວຕໍ່ໄປວ່າ “ພວກເຮົາຕ້ອງຈົດຈຳໜີ້ບຸນຄຸນທີ່ພວກເຮົາມີ ຕໍ່ຜູ້ທີ່ໄດ້ເສຍໄປແລ້ວ, ແລະຄອບຄົວທີ່ຍັງເຫຼືອຢູ່. ຫົວໃຈຂອງຂ້າພະເຈົ້າຖືກແບ່ງຂາດເຄິ່ງຍ້ອນຄວາມໂສກເສົ້າເສຍໃຈນໍາເລື້ອງນີ້.”

ຄຳປາໄສຂອງທ່ານ ໄບເດັນ ໄດ້ມີຂຶ້ນໃນວັນຄົບຮອບ 6 ປີຂອງການເສຍຊີວິດຂອງລູກຊາຍຂອງທ່ານ ຄືທ່ານ ໂບ (Beau), ເຊິ່ງໄດ້ຮັບໜ້າທີ່ເປັນພັນຕີໃນກອງບັນຊາການກອງທັບແຫ່ງຊາດຂອງລັດເດລາແວ, ລວມທັງການໄປປະຈໍາການກັບກຳລັງທະຫານສະຫະລັດຢູ່ໃນອີຣັກ ກ່ອນທີ່ຈະເສຍຊີວິດໄປຍ້ອນໂຣກມະເຮັງໃນປີ 2015.

ທ່ານ ໄບເດັນ ກ່າວວ່າ “ຂ້າພະເຈົ້າຮູ້ວ່າການສູນເສຍນັ້ນມັນເຈັບປວດຫຼາຍປານໃດ.” “ຂ້າພະເຈົ້າຮູ້ດີເຖິງຮູດໍາໆ ທີ່ມັນເຫລືອໄວ້ຢູ່ເຄິ່ງກາງຂອງໜ້າເອິກທ່ານ; ມັນຮູ້ສຶກຄືກັນກັບວ່າ ທ່ານອາດຈະຖືກດູດເຂົ້າໄປໃນນັ້ນ ແລະກໍບໍ່ອອກມາໄດ້.”

ທ່ານກ່າວວ່າ "ບັນດາທ່ານເອີຍ, ທ່ານຮູ້ບໍ່, ເຖິງແມ່ນວ່າຈະມີຄວາມເຈັບປວດທັງຫລາຍ ທັງປວງອັນນີ້, ຂ້າພະເຈົ້າຮູ້ເຖິງຄວາມພາກພູມໃຈທີ່ທ່ານຮູ້ສຶກໃນຕົວຂອງຄົນທີ່ທ່ານຮັກ ແລະ - ຮູ້ວ່າ ທ່ານໄດ້ສູນເສຍເຂົາເຈົ້າໄປ ແລະກໍມີຄົນທີ່ຍັງຮັບໃຊ້ປະເທດຊາດຢູ່ - ຄວາມພາກພູມໃຈ ແລະຄວາມກ້າຫານໃນການຮັບໃຊ້ໃນການພິສູດໃຫ້ເຫັນອາເມຣິກາທີ່ດີເລີດຂອງພວກເຮົາ."

ສະຫະລັດ ໄດ້ລະນຶກວັນເຖິງວັນທະຫານທີ່ເສຍສະຫລະຊີວິດເພື່ອປະເທດຊາດ ຫລື Memorial Day ເພື່ອເປັນກຽດແກ່ຜູ້ທີ່ເສຍຊີວິດໃນສົງຄາມໃນທ້າຍເດືອນພຶດສະພານັບຕັ້ງແຕ່ປີ 1868 ເປັນຕົ້ນມາຫຼັງຈາກສົງຄາມກາງເມືອງສິ້ນສຸດລົງ. ວັນພັກແຫ່ງຊາດນີ້ໄດ້ຈັດຂຶ້ນໃນວັນຈັນສຸດທ້າຍຂອງເດືອນພຶດສະພາໃນແຕ່ລະປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG