ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ສະແດງ 'ຄວາມເສົ້າໂສກ ແລະສາຍໃຈ' ລຸນຫຼັງການໂຈມຕີຂອງອິສຣາແອລ ໃນກາຊາ ໄດ້ສັງຫານພະນັກງານຊ່ວຍເຫຼືອ 7 ຄົນ


ປະຊາຊົນ ພາກັນມາກວດເບິ່ງສະຖານທີ່ ທີ່ພະນັກງານຈາກ World Central Kitchen ຖືກສັງຫານ ໃນເມືອງ ເດຍ ອາລ-ບາລະ, ແຫຼມກາຊາ, ວັນທີ 2 ເມສາ 2024.
ປະຊາຊົນ ພາກັນມາກວດເບິ່ງສະຖານທີ່ ທີ່ພະນັກງານຈາກ World Central Kitchen ຖືກສັງຫານ ໃນເມືອງ ເດຍ ອາລ-ບາລະ, ແຫຼມກາຊາ, ວັນທີ 2 ເມສາ 2024.

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ກ່າວ​ໃນ​ຕອນ​ແລງຂອງ​ວັນ​ອັງຄານ​ວານ​ນີ້​ວ່າ: ທ່ານ “​ໂສກ​ເສົ້າ ​ແລະ​ເສຍ​ໃຈ” ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ​ໃສ່​ຂົງເຂດ​ກາຊາ ​ໄດ້​ສັງຫານ​ພະນັກ​ງານ 7 ຄົນ​ຈາກ​ກຸ່ມ​ຊ່ວຍ​ເຫຼືອ World Central Kitchen.

ທ່ານ ໄບເດັນ ກ່າວໃນຖະແຫຼງການວ່າ: “ພວກເຂົາເຈົ້າກໍາລັງສະໜອງອາຫານໃຫ້ແກ່ພົນລະເຮືອນທີ່ອຶດຫິວທ່າມກາງສົງຄາມ. ພວກເຂົາເຈົ້າກ້າຫານ ແລະບໍ່ເຫັນແກ່ໂຕ. ການເສຍຊີວິດຂອງພວກເຂົາເຈົ້າ ແມ່ນເຫດການທີ່ເສົ້າໂສກທີ່ສຸດ.”

ຜູ້ນຳສະຫະລັດກ່າວວ່າ: ການໂຈມຕີໃນວັນອັງຄານວານນີ້ ບໍ່ແມ່ນເຫດການອັນດຽວ, ແລະອິສຣາແອລ “ບໍ່ໄດ້ດໍາເນີນງານພຽງພໍເພື່ອປົກປ້ອງພວກພະນັກງານຊ່ວຍເຫຼືອ ທີ່ພະຍາຍາມນໍາສົ່ງຄວາມຊ່ວຍເຫຼືອທີ່ຈຳເປັນຢ່າງຍິ່ງໃຫ້ແກ່ພົນລະເຮືອນ.”

ທ່ານ ໄບເດັນ ກ່າວ​ວ່າ: “ສະຫະລັດ​ຈະ​ສືບ​ຕໍ່​ດໍາເນີນການ​ທຸກ​ຢ່າງເທົ່າ​ທີ່​ພວກ​ເຮົາ​ສາມາດ​ກະທໍາ​ໄດ້ ​ເພື່ອ​ນໍາສົ່ງການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ພົນລະ​ເຮືອນຊາວປາແລັສໄຕນ໌ທີ່ອາໄສຢູ່​ໃນ​ເຂດກາຊາ ​ໂດຍ​ຜ່ານ​ທຸກ​ວິທີ​ທາງ​ທີ່​ມີ​ຢູ່, ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ກົດ​ດັນ​ອິ​ສ​ຣາ​ແອລໃຫ້ດໍາເນີນງານຫຼາຍຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຊ່ວຍເຫຼືອ. ​ແລະ​ພວກ​ເຮົາກຳລັງ​ຜັກດັນໃຫ້ມີ​ການ​ຢຸດ​ຍິງ​ໃນ​ທັນທີ ​ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງກ່ຽວກັບໂຕ​ປະກັນ.”

World Central Kitchen ກ່າວວ່າ: ເຫດການດັ່ງກ່າວ ໄດ້ຜັກດັນໃຫ້ຕົນຍຸຕິ​ຄວາມ​ພະ​ຍາ​ຍາມທາງ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່ໃນ​ພາກພື້ນແຫ່ງນັ້ນໃນທັນ​ທີ ລຸນຫຼັງ​ການ​ໂຈມ​ຕີ.

ອົງການເພື່ອການກຸສົນກ່າວໃນຖະແຫຼງການວ່າ: ຕົນໄດ້ສຳເລັດການຈັດສົ່ງເຄື່ອງຊ່ວຍເຫຼືອທີ່ເປັນສະບຽງອາຫານຈໍານວນ 100 ໂຕນ ໃຫ້ແກ່ສາງແຫ່ງນຶ່ງ ທີ່ຕັ້ງຢູ່ໃນເມືອງ ເດຍ ອາລ-ບາລະ, ແລະ ຂະບວນລົດຫຸ້ມເກາະ 2 ຄັນ ທີ່ມີເຄື່ອງໝາຍຂອງກຸ່ມ ກໍໄດ້ເດີນທາງອອກຈາກສະຖານທີ່ດັ່ງກ່າວເມື່ອຖືກໂຈມຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG