ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ເຊັນດຳລັດ ສັ່ງໃຫ້ທົບທວນ ຕ່ອງໂສ້ການສະໜອງ ສິນຄ້າ


ປະທານາທິບໍດີ ໂຈ ໄບເດັນ ເຊັນດຳລັດປະທານາທິບໍດີ, ຢູ່ທຳນຽບຂາວ. 2 ກຸມພາ, 2021.
ປະທານາທິບໍດີ ໂຈ ໄບເດັນ ເຊັນດຳລັດປະທານາທິບໍດີ, ຢູ່ທຳນຽບຂາວ. 2 ກຸມພາ, 2021.

ປະທານາທິບໍດີ ໂຈ ໄບເດັນ ໄດ້ເຊັນດຳລັດສະບັບນຶ່ງໃນວັນພຸດວານນີ້ ເພື່ອສັ່ງໃຫ້ລັດຖະບານທົບທວນຕ່ອງໂສ້ການສະໜອງສິນຄ້າ 100 ວັນຢ່າງເປັນທາງການ ແລະ ໂອກາດໃນຄວາມສ່ຽງຂອງອຸດສາຫະກຳທີ່ສຳຄັນຂອງ ສະຫະ ລັດ ລວມມີ ໄມໂຄຣຊິບ ຄອມພິວເຕີ, ແບັດເຕີຣີໄຟຟ້າຂອງລົດຍົນ, ເພສັດສະກຳ ແລະ ວັດຖຸສຳຄັນ ທີ່ຖືກໃຊ້ໃນເຄື່ອງອີເລັກໂທຣນິກ.

ທ່ານ ໄບເດັນ ໄດ້ກ່າວວ່າ “ພວກເຮົາບໍ່ຄວນອາໄສຕ່າງປະເທດ, ໂດຍສະເພາະປະເທດທີ່ບໍ່ມີຜົນປະໂຫຍດ ຫຼື ຄຸນຄ່າຮ່ວມກັນກັບພວກເຮົາ, ເພື່ອທີ່ຈະປົກປ້ອງ ແລະ ສະໜອງໃຫ້ປະຊາຊົນຂອງພວກເຮົາ ໃນລະຫວ່າງເຫດການສຸກເສີນແຫ່ງຊາດ.“

ດຳລັດດັ່ງກ່າວໄດ້ເພັ່ງເລັງໃສ່ການຫຼີກລ່ຽງການຂາດແຄນອຸປະກອນປ້ອງກັນການສຳພັດກັບສິ່ງອັນຕະລາຍໃນສະຖານທີ່ເຮັດວຽກຢ່າງຮຸນແຮງຊໍ້າຄືນອີກ ທີ່ປະເທດໄດ້ປະເຊີນໃນລະຫວ່າງເດືອນທຳອິດຂອງໂຣກລະບາດໄວຣັສໂຄໂຣນາໃນປີກາຍນນີ້. ມັນໄດ້ມີຂຶ້ນໃນຂະນະທີ່ບັນດາຜູ້ຜະລິດລົດຍົນ ອາເມຣິກັນ ກຳລັງຕໍ່ສູ້ກັບການຂາດແຄນສານເຄິ່ງຕົວນຳໄຟຟ້າ, ເຊິ່ງເປັນອົງປະ ກອບທີ່ສຳຄັນໃນການຊີ້ນຳທິດທາງ ແລະ ລະບົບບັນເທີງໃນລົດລຸ້ນໃໝ່.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດມື້ນີ້ວ່າ “ໂຣກລະບາດໄວຣັສໂຄໂຣນາ ໄດ້ເນັ້ນໃຫ້ເຫັນເຖິງຄວາມຕ້ອງການ ສຳລັບຕ່ອງໂສ້ການສະໜອງສິນຄ້າທີ່ແຂງແກ່ນ ແລະ ຜະລິດຢູ່ພາຍໃນປະເທດໄດ້ຢ່າງຫຼວງຫຼາຍ, ສະນັ້ນຄົນ ອາເມຣິກັນ ທຸກຄົນຈຶ່ງສາມາດເຂົ້າຫາສິນຄ້າ ແລະ ການບໍລິການທີ່ຈຳເປັນໃນເວລາເກີດວິກິດການ.”

ນອກຈາກການທົບທວນອຸດສາຫະກຳ ທີ່ສຳຄັນ 4 ຂະແໜງ 100 ວັນນັ້ນ, ດຳລັດຂອງທ່ານ ໄບເດັນ ຍັງຈະສັ່ງໃຫ້ທົບທວນ 6 ຂະແໜງຕະຫຼອດປີຄື: ການປ້ອງກັນປະເທດ, ສາທາລະນະສຸກ, ຂໍ້ມູນເທັກໂນໂລຈີ, ການຄົມມະນາຄົມ, ພະລັງງານ ແລະ ການຜະລິດອາຫານ.

ທ່ານ ໄບເດັນ ໄດ້ກ່າວວ່າລັດຖະບານຂອງທ່ານຈະປະຕິບັດການແນະນຳໄວເທົ່າທີ່ມັນມີອອກມາ. ທ່ານໄດ້ກ່າວວ່າ “ພວກເຮົາຈະບໍ່ລໍຖ້າໃຫ້ການທົບທວນແລ້ວສຳເລັດ ກ່ອນທີ່ພວກເຮົາຈະເລີ່ມປິດຊ່ອງຫວ່າງທີ່ມີຢູ່ນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG