ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ສັ່ງໃຫ້ເຮັດ ລາຍງານສືບລັບໃໝ່ ກ່ຽວກັບ ຕົ້ນກຳເນີດຂອງ COVID-19


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງ ຣູເຊີແວລທ໌ ຢູ່ທຳນຽບຂາວ. 13 ພຶດສະພາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງ ຣູເຊີແວລທ໌ ຢູ່ທຳນຽບຂາວ. 13 ພຶດສະພາ, 2021.

ທ່າມກາງທີ່ມີຄວາມສົງໄສຫຼາຍຂຶ້ນວ່າ COVID-19 ອາດໄດ້ຮົ່ວໄຫຼອອກມາ ຈາກຫ້ອງທົດລອງຂອງ ຈີນ ນັ້ນ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນຈັນທີ່ຜ່ານມາໄດ້ຊີ້ນຳອົງການລັດ ຖະບານກາງຕ່າງໆ “ໃຫ້ເພີ້ມຄວາມພະຍາຍາມຂອງເຂົາເຈົາຂຶ້ນເປັນສອງເທົ່າເພື່ອເກັບກຳ ແລະ ວິເຄາະຂໍ້ມູນທີ່ອາດນຳເອົາພວກເຮົາເຂົ້າໃກ້ຂໍ້ສະຫຼຸບທີ່ແນ່ນອນ.

ໃນຖະແຫຼງການສະບັບນຶ່ງ, ທ່ານ ໄບເດັນ ໄດ້ບອກປະຊາຄົມສືບລັບ ສະຫະລັດ “ໃຫ້ນຳເອົາລາຍ ງານກັບມາໃຫ້ຂ້າພະເຈົ້າພາຍໃນ 90 ວັນ” ຫຼັງຈາກທ່ານໄດ້ຮັບລາຍງານໃນເດືອນນີ້ ທີ່ບໍ່ມີຂໍ້ສະ ຫຼຸບທີ່ແນ່ນອນ.

ໂຄສົກທຳນຽບຂາວທ່ານນາງ ແຄຣີນ ຊັອງ-ປີແອ ໄດ້ກ່າວຕໍ່ບັນດານັກຂ່າວບໍ່ດົນຫຼັງຈາກຖະແຫຼງການຂອງປະທານາທິບໍດີໄດ້ຖືກເປີດເຜີຍວ່າ “ມັນຈະເປັນຄວາມພະຍາຍາມຂອງລັດຖະບານທັງ ໝົດອີກອັນນຶ່ງ ໂດຍຫ້ອງທົດລອງແຫ່ງຊາດຕ່າງໆຂອງພວກເຮົາ ແລະ ອົງການອື່ນໆ.”

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວຢໍ້າມາຫຼາຍເດືອນແລ້ວວ່າ ການຂາດການຮ່ວມມືຈາກລັດຖະ ບານ ປັກກິ່ງ ໄດ້ປ້ອງກັນຄວາມພະຍາຍາມຂອງພາຍນອກທີ່ຈະຮຽນຮູ້ເພີ່ມເຕີມ ກ່ຽວກັບ ຕົ້ນກຳ ເນີດຂອງໄວຣັສໂຄໂຣນາ ທີ່ໄດ້ສັງຫານຢ່າງໜ້ອຍ 3 ລ້ານ 4 ແສນຄົນໃນທົ່ວໂລກ, ລວມທັງເກືອບ 600,000 ຄົນໃນ ສະຫະລັດ.

ໜັງສືພິມ ວອລ ສຕຣີດ ເຈີໂນ (Wall Street Journal) ໃນວັນຈັນທີ່ຜ່ານມາໄດ້ອ້າງເຖິງລາຍ ງານສືບລັບຂອງ ສະຫະລັດ ວ່າບັນດານັກຄົ້ນຄວ້າຢູ່ຫ້ອງທົດລອງໃນເມືອງ ວູຮານ ຂອງ ຈີນ ໄດ້ລົ້ມປ່ວຍໃນເດືອນພະຈິກປີ 2019, ນຶ່ງເດືອນກ່ອນລັດຖະບານ ຈີນ ໄດ້ລາຍງານຕໍ່ອົງການອະນາໄມໂລກ ກ່ຽວກັບ ກໍລະນີທຳອິດຂອງການເຈັບປ່ວຍທີ່ອາດຖືກພິຈາລະນາວ່າເປັນ COVID-19.

ທ່ານ ໄບເດັນ ໄດ້ກ່າວໃນຖະແຫຼງຂອງທ່ານວ່າ “ການບໍ່ສາມາດທີ່ຈະເອົານັກກວດກາຂອງພວກເຮົາເຂົ້າໄປໃນພື້ນທີ່ໃນຕົ້ນເດືອນທຳອິດນັ້ນຈະກີດກັ້ນທຸກໆການສືບສວນສອບສວນ ກ່ຽວກັບ ຕົ້ນກຳເນີດຂອງ COVID-19.”

ດຣ. ແຟຣນຊິສ ຄອລລິນສ໌, ຜູ້ອຳນວຍການສະຖາບັນສຸຂະພາບແຫ່ງຊາດ ໄດ້ກ່າວຕໍ່ບັນດາສະມາ ຊິກສະພາສູງຢູ່ການໃຫ້ການເມື່ອວັນພຸດວານນີ້ວ່າ “ມັນມີຄວາມເປັນໄປໄດ້ເປັນຢ່າງສູງວ່ານີ້ແມ່ນໄວຣັສທີ່ໄດ້ເກີດຂຶ້ນມາໂດຍທຳມະຊາດ, ແຕ່ພວກເຮົາກໍບໍ່ສາມາດແຍກຄວາມເປັນໄປໄດ້ ກ່ຽວກັບ ອຸບັດຕິເຫດໃນຫ້ອງທົດລອງປະເພດໃດປະເພດນຶ່ງ.”

ອົງການອະນາໄມໂລກ, ເຊິ່ງໄດ້ດຳເນີນການກວດສອບໄລຍະທີສອງ ກ່ຽວກັບ ຕົ້ນກຳເນີດຂອງໄວຣັສດັ່ງກ່າວໄດ້ປະເຊີນກັບການຕຳໜິຕິຕຽນຫຼາຍຂຶ້ນ ສຳລັບການປະຕິເສດຄວາມເປັນໄປໄດ້ທີ່ວ່າ ໄວຣັສໂຄໂຣນາສາຍພັນໃໝ່ໄດ້ຫຼຸດອອກມາຈາກສະຖານທີ່ທາງວິທະຍາສາດຂອງ ຈີນ, ເຊິ່ງເປັນການຄາດເດົາທີ່ບັນດາເຈົ້າໜ້າທີ່ໃນ ປັກກິ່ງ ໄດ້ປະຕິເສດວ່າບໍ່ແມ່ນຄວາມຈິງຢ່າງຊໍ້າ ແລ້ວຊໍ້າອີກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG