ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີໄບເດັນ ສັ່ງໃຫ້ຂະຫຍາຍ ການປິ່ນປົວສຸຂະພາບ ຢູ່ທັງສອງດ້ານ


ປະທານາທິບໍດີໂຈ ໄບເດັນ ກຳລັງເຊັນດຳລັດກ່ຽວກັບການປິ່ນປົວສຸຂະພາບ ຢູ່ຫ້ອງການ ໃນທຳນຽບຂາວ ເມື່ອວັນທີ 28 ມັງກອນ 2021.
ປະທານາທິບໍດີໂຈ ໄບເດັນ ກຳລັງເຊັນດຳລັດກ່ຽວກັບການປິ່ນປົວສຸຂະພາບ ຢູ່ຫ້ອງການ ໃນທຳນຽບຂາວ ເມື່ອວັນທີ 28 ມັງກອນ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເຊັນດຳລັດສອງສະບັບ ເພື່ອຂະຫຍາຍ
ການຮັກສາສຸຂະພາບໃນວັນພະຫັດວານນີ້ໂດຍກ່າວວ່າຈະ “ຕ່າວປີ້ນ ຄວາມເສຍຫາຍ”
ຕໍ່ນະໂຍບາຍຕ່າງໆ ທີ່ເຫັນພ້ອມນຳໂດຍຜູ້ນຳຄົນກ່ອນຂອງ ທ່ານ ຄືອະດີດປະທານາ
ທິບໍດີດໍໂນລ ທຣໍາ.

ທ່ານໄບເດັນ ໄດ້ໃຫ້ທຶນຄືນໃໝ່ຂອງສະຫະລັດ ແກ່ກຸ່ມຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະ
ບານ ທີ່ໃຫ້ຂໍ້ມູນແກ່ແມ່ຍິງກ່ຽວກັບການແທ້ງລູກ ແລະຍັງໄດ້ເປີດການ ລົງທະບຽນ
ໄລຍະສາມເດືອນ ແກ່ຊາວອາເມຣິກັນ ຜູ້ທີ່ບັດນີ້ຕ້ອງການຊື້ປະກັນ ໄພສຸຂະພາບພ້ອມ
ທັງພວກທີ່ໄດ້ເສຍປະກັນໄພຂອງເຂົາເຈົ້າ ເພາະວ່າ ການ ແຜ່ລະບາດໄວຣັສໂຄໂຣນາ.

ທ່ານທຣໍາ ເໜືອນດັ່ງບັນດາອະດີດປະທານາທິບໍດີພັກຣີພັບບລິກັນ ໄດ້ສະໜັບສະໜູນ
ອັນທີ່ບັນດາຜູ້ຕຳໜິຮ້ອງວ່າ “global gag rule” ຊຶ່ງເປັນລະບຽບ ທີ່ ລັດຖະບານສະ
ຫະລັດ ບໍ່ໃຫ້ທຶນແກ່ອົງການທີ່ບໍ່ຂຶ້ນກັບລັດຖະບານໃຫ້ຂໍ້ມູນໃນ ການແທ້ງລູກ ແລະໄດ້
ປະຕິເສດທີ່ຈະເປີດຕະຫຼາດປະກັນໄພສຸຂະພາບ ຂອງ ລັດຖະບານຄືນໃໝ່ ພາຍໃຕ້
ກົດໝາຍຮັກສາສຸຂະພາບລາຄາຖືກ.

ຄຳສັ່ງຂອງທ່ານໄບເດັນ ຍັງໄດ້ສັ່ງໃຫ້ເພີ້ມ ການເຂົ້າຫາທຶນປິ່ນປົວສຸຂະພາບສຳລັບ
ຊາວອາເມຣິກັນທີ່ທຸກຍາກ ພາຍໃຕ້ເໂຄງການ ທີ່ຮ້ອງວ່າເມດີເຄດ (Medicaid.)

“ບໍ່ມີຫຍັງໃໝ່ທີ່ພວກເຮົາກຳລັງເຮັດຢູ່ນີ້” ປະທານາທິບໍດີໄບເດັນ ກ່າວວ່າ ນອກຈາກ
ຟື້ນຟູບັນດາໂຄງການຕ່າງໆຄືນໃໝ່ດັ່ງທີ່ໄດ້ເຮັດມາແຕ່ກ່ອນນັ້ນ ທ່ານທຣໍາ ໄດ້ປ່ຽນ
ໝົດ. ທ່ານໄບເດັນໄດ້ຕໍ່ສູ້ວ່າ ທ່ານທຣໍາ ໄດ້ເຮັດໃຫ້ສິ່ງເຫຼົ່ານີ້ “ເຂົ້່າໄປ ຫາບໍ່ໄດ້ ແພງຂຶ້ນ
ແລະຍາກຂຶ້ນ ສໍາລັບຄົນທີ່ສົມຄວາມໄດ້ຮັບ.”

ດຳລັງໃໝ່ສຸດຂອງທ່ານໄບເດັນ ຮວມມີຄຳດຳລັດຈຳນວນນຶ່ງ ທີ່ທ່ານໄດ້ເຊັນ ແປດມື້
ກ່ອນ ຢູ່ໃນຫ້ອງການ ເພື່ອສິ້ນສຸດ ນະໂຍບາຍທ່ານທຣໍາ. ຮວມຢູ່ໃນ ການປ່ຽນແປງເຫຼົ່າ
ນັ້ນ ທ່ານໄບເດັນໄດ້ໝັ້ນໝາຍໃຫ້ສະຫະລັດ ກັບຄືນເຂົ້າ

ຮ່ວມສົນທິສັນຍາການປ່ຽນແປງດິນຟ້າອາກາດປາຣີຄືນອີກ ເຂົ້າເປັນສະມາຊິກຄືນໃນ
ອົງການອານາໄມໂລກ (WHO) ແລະສິ້ນສຸດການໃຫ້ສຳປະທານ ໃນ ການເຈາະຫານໍ້າ
ມັນຢູ່ ດິນແດນລັດຖະບານກາງ ແລະຢູ່ນ່ານນໍ້າຕ່າງໆ.

ນະໂຍບາຍການແທ້ງລູກ ທ່ານໄບເດັນບັດນີ້ໄດ້ລົບລ້າງການຫ້າມອົງການສາກົນທີ່ໄດ້
ຮັບທຶນສຸຂະພາບຂອງສະຫະລັດ ເພື່ອໃຫ້ໃຊ້ເງິນຂອງເຂົາເຈົ້າເອງ ຫຼືບັນດາທຶນທີ່ເຂົາ
ເຈົ້າໄດ້ຮັບຈາກແຫຼ່ງອື່ນໆ ເພື່ອບໍລິການໆແທ້ງລູກ ແລະ ໃຫ້ຄຳແນະນຳ.

ນະໂຍບາຍໄດ້ຮັບເອົາເທື່ອທຳອີດ ໂດຍອະດີດປະທານາມິບໍດີຣາໂນລ ເຣກັນ (Ronald Reagan) ສັງກັດພັກຣີພັບບລິກັນ ໃນປີ 1985. ແຕ່ວ່າ ອະດີດ ປະທານາທິບໍດີບີລ ຄລິນ
ຕັນ (Bill Clinton) ແລະທ່ານບາຣັກ ໂອບາມາ (Barak Obama) ໄດ້ລົບລ້າງ. ຕໍ່ສູ້
ເພື່ອເຮັດໃຫ້ສຸຂະພາບພວກແມ່ຍິງແລະ ໜຸ່ມສາວທີ່ຕົກຢູ່ໃນຄວາມສ່ຽງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG