ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ສະ​ຫະ​ລັດ ແລະ ຫວຽດ​ນາມ ເນັ້ນ​ຢ້ຳ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ


​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ຄອມ​ມູ​ນິ​ສ ຫວຽດ​ນາມ ທ່ານ ຫງວຽນ ຟູ ຈົ່ງ, ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຄອມ​ມູ​ນິ​ສ ຫວຽດ​ນາມ, ຮ່າ​ໂຮຍ, 10 ກັນ​ຍາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ຄອມ​ມູ​ນິ​ສ ຫວຽດ​ນາມ ທ່ານ ຫງວຽນ ຟູ ຈົ່ງ, ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຄອມ​ມູ​ນິ​ສ ຫວຽດ​ນາມ, ຮ່າ​ໂຮຍ, 10 ກັນ​ຍາ 2023.

ຜູ້​ນຳ ສະ​ຫະ​ລັດ ແລະ ຫວຽດ​ນາມ​ ໃນ​ວັນ​ຈັນ​ມື້​ນີ້ ​ໄດ້​ຍ້ອງ​ຍໍ​ ການ​ຕົກ​ລົງ​ກັນ​ເພື່ອ​ຂະ​ຫຍາຍ​ສາ​ຍ​ພົວ​ພັນ ແລະ ໄດ້​ລົມ​ກັນ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ການ​ສົ່ງ​ເສີມ​ນະ​ວັດ​ຕະ​ກຳ​ໃໝ່ ແລະ ການ​ລົງ​ທຶນ.

ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ ໂວ ວັນ ເທືອງ ໃນ​ນະ​ຄອນຫຼວງ ຮ່າ​ໂນຍ ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ເວົ້າ ກ່ຽວ​ກັບ ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງໃນ “ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ” ແລະ ໄດ້​ກ່າວ​ວ່າ​ມັນ​ສຳ​ຄັນຫຼາຍ “ທີ່​ພວກ​ເຮົາ​ໄດ້​ມາ​ໄກ ແລະ ໄວຫຼ​າຍ​ຊ່ຳ​ໃດ.”

ທ່ານ ເທືອງ ໄດ້​ເອີ້ນ​ການ​ຕົກ​ລົງ​ກັນ​ນັ້ນ​ວ່າ “ເປັນ​ໂອ​ກາດ​ທີ່​ສຳ​ຄັນ​ຍິ່ງ” ແລະ ໄດ້​ກ່າວ​ວ່າ “ເຂົາ​ເຈົ້າ​ກຳ​ລັງ​ເປີດ​ບົດ​ຕອນ​ໃໝ່.”

ກ່ອນ​ໜ້າ​ນີ້​ທ່ານ ໄບ​ເດັນ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟາມ ມິນ ຈິນ ແລະ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທຸ​ລະ​ກິດ​ສອງ​ແຫ່ງ ບ່ອນ​ທີ່​ທ່ານ ໄບ​ເດັນ ໄດ້​ສົນ​ທະ​ນາ ກ່ຽວ​ກັບ ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ເຄືອ​ຂ່າຍ​ການ​ເກັບ​ກຳ​ຂໍ້​ມູນ Cloud Computing, ເຊ​ມີ​ຄັນ​ດັກ​ເຕີ ແລະ ປັນ​ຍາ​ປະ​ດິດ.

ທ່ານ​ໄດ້​ອ້າງ​ເຖິງ “​ຂັ້ນ​ຕອນ​ໃໝ່” ໃນສາຍ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຫວຽດ​ນາມ ແລະ ໄດ້​ກ່າວ​ວ່າ​ສອງ​ປະ​ເທດ​ດັ່ງ​ກ່າວ​ຕ້ອງ​ການ​ທີ່​ຈະ​ສືບ​ຕໍ່​ການ​ເປັນ​ຄູ່​ຮ່ວມ​ກັນ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ​ມື້ນີ້​ແມ່ນ​ຂ້ອນ​ຂ້າງ​ລຽບ​ງ່າຍ. ຢ່າ​ທໍ້​ຖອຍ.”

ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ລວມ​ມີ​ຜູ້​ບໍ​ລິ​ຫານ​ໃຫຍ່​ຈາກ​ບໍ​ລິ​ສັດ​ເຊ​ມີ​ຄອນ​ດັກ​ເຕີ, ເທັກ​ໂນ​ໂລ​ຈີ ແລະ ການ​ບິນ​ລະ​ດັບ​ສູງ​ຂອງ​ ສະ​ຫະ​ລັດ ຫຼາຍ​ຄົນ.

ທຳ​ນຽບ​ຂາວ ໄດ້​ປະ​ກາດ​ຂໍ້​ຕົກ​ລົງມູນຄ່າ ເຈັດ​ພັນ​ແປດ​ຮ້ອຍ​ລ້ານໂດ​ລາ ລະ​ຫວ່າງ ບໍ​ລິ​ສັດ ໂບ​ອິງ​ ແລະ ສາຍ​ການ​ບິນ ຫວຽດ​ນາມ ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ຈະ​ສະ​ໜັບ​ສະ​ໜູ​ນວຽກ​ງານ 30,000 ຕຳ​ແໜ່ງ​ໃນ ສະ​ຫະ​ລັດ.

ການ​ເຈ​ລະ​ຈາ​ຂອງວັນ​ຈັນ​ມື້ນີ້ ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ ສະ​ຫະ​ລັດ ແລະ ຫວຽດ​ນາມ ໄດ້​ຂະ​ຫຍາຍ​ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ເປັນ “ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ” ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ທຳ​ນຽບ​ຂາວ ໄດ້​ອະ​ທິ​ບາຍ​ວ່າ “ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ສຳ​ຄັນ​ຍິ່ງ,” ແລະ ນັ້ນ​ຈະ​ນຳ​ເອົາ ສະ​ຫະ​ລັດ ມາ​ຢູ່​ໃນ​ລະ​ດັບ​ທີ່​ເທົ່າ​ກັບ​ຄູ່​ປໍ​ລະ​ປັກ​ຫຼັກ​ຂອງ​ເຂົາ​ເຈົ້າ​ຄື ຈີນ, ເຊິ່ງ​ມີ​ສະ​ຖາ​ນະ​ທາງ​ການ​ທູດ​ໃນ​ລະ​ດັບ​ສູງ​ເທົ່າ​ກັນ​ກັບ ຫວຽດ​ນາມ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG