ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ເປີດທຳນຽບຂາວ ໃຫ້ບັນດາແຂກ ເຂົ້າໄປສະຫລອງບຸນ ວັນທີ 4 ກໍລະກົດ


ປະທານາທິບໍດີ ໂຈ ໄບເດັນກ່າວຄໍາປາໄສໃນງານສະຫລອງວັນເອກະລາດຢູ່ເດີ່ນກໍ້າໃຕ້ຂອງທໍານຽບຂາວໃນວັນທີ 4 ກໍລະກົດ, 2021
ປະທານາທິບໍດີ ໂຈ ໄບເດັນກ່າວຄໍາປາໄສໃນງານສະຫລອງວັນເອກະລາດຢູ່ເດີ່ນກໍ້າໃຕ້ຂອງທໍານຽບຂາວໃນວັນທີ 4 ກໍລະກົດ, 2021

ຢູ່ໃນງານໃຫຍ່ຄັ້ງທຳອິດຂອງທ່ານນັບແຕ່ທ່ານໄດ້ສາບານຕົວເຂົ້າຮັບຕຳແໜ່ງເປັນປະທານາທິບໍດີເປັນຕົ້ນມານັ້ນ, ປະທານາທິບໍດີ ໂຈ ໄບເດັນໄດ້ຈັດງານລ້ຽງຢູ່ທີ່ທຳນຽບຂາວເພື່ອເປັນກຽດໃນວັນບຸນສະຫລອງວັນທີ 4 ກໍລະກົດ ໃນວັນອາທິດວານນີ້.

ທ່ານໄບເດັນກ່າວວ່າ “ອາເມຣິກາກຳລັງຫັນໜ້າກັບມາຫາກັນ.”

ທ່ານກ່າວຕໍ່ໄປວ່າ "ໃນມື້ນີ້, ພວກເຮົາໄດ້ຫຍັບເຂົ້າໃກ້ກວ່າເວລາໃດໝົດທີ່ຈະໄດ້ປະກາດຄວາມເປັນເອກະລາດຂອງພວກເຮົາຈາກໄວຣັສທີ່ເປັນອັນຕະລາຍຮ້າຍແຮງ.”

ທຳນຽບຂາວໄດ້ເປີດໃຫ້ບັນດາແຂກທີ່ຖືກເຊີນນັບເປັນຮ້ອຍໆຄົນເຂົ້າໄປໃນວັນອາທິດວານນີ້, ໂດຍເອົາແຮມເບີເກີ ແລະອາຫານອື່ນໆມາເສີບໃຫ້ຄົນກິນ.

ໃນຈຳນວນແຂກທັງຫລາຍແມ່ນພະນັກງານແຖວໜ້າທີ່ຈໍາເປັນທີ່ໄດ້ຊ່ວຍໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ພ້ອມທັງຄອບຄົວທະຫານ.

ຢູ່ໃນຄຳປາໄສຕໍ່ແຂກຂອງທ່ານໃນວັນອາທິດວານນີ້, ທ່ານ ໄບເດັນຊຸກຍູ້ໃຫ້ຜູ້ທີ່ຍັງບໍ່ໄດ້ຮັບການສັກຢາປ້ອງກັນໄວຣັສໂຄໂຣນາແມ່ນໃຫ້ໄປສັກ.

ທ່ານກ່າວວ່າ “ເພື່ອນຮ່ວມຊາດອາເມຣິກາຂອງຂ້າພະເຈົ້າເອີ້ຍ -ມັນແມ່ນສິ່ງທີ່ຮັກຊາດທີ່ສຸດທີ່ເຈົ້າສາມາດເຮັດໄດ້.”

ລັດຖະບານໄດ້ຕັ້ງເປົ້າໝາຍທີ່ຈະໃຫ້ 70 ເປີເຊັນຂອງຜູ້ໃຫຍ່ຊາວອາເມຣິກັນໄດ້ຮັບການສັກຢາເມື່ອຮອດວັນບຸນນີ້. ປະເທດນີ້ເກືອບບັນລຸເປົ້າໝາຍນັ້ນໄດ້: ປະມານ 67 ເປີເຊັນໄດ້ສັກຢາກັນຢ່າງໜ້ອຍນຶ່ງເຂັມ.

ວັນອາທິດວານນີ້ ຍັງໄດ້ເປັນຂີດໝາຍອີກອັນນຶ່ງຊຶ່ງເປັນຄັ້ງທຳອິດທີ່ວ່າຮົ້ວອ້ອມທຳນຽບຂາວທີ່ສ້າງຂຶ້ນໃນໄລຍະທີ່ມີການປະທ້ວງຕ້ານການກະທໍາຮຸນແຮງຂອງຕຳຫຼວດໃນປີ 2020 ແລະຫຼັງຈາກມີການໂຈມຕີໃນວັນທີ 6 ມັງກອນຢູ່ຫໍລັດຖະສະພານັ້ນໄດ້ຖືກຮື້ອອກໄປ. ດຽວນີ້ ນັກທ່ອງທ່ຽວສາມາດຍ່າງໄປເຖິງຮົ້ວຢູ່ເດີ່ນກໍ້າເໜືອຢູ່ຕໍ່ໜ້າທຳນຽບຂາວ.

ເຖິງແມ່ນວ່າງານດັ່ງກ່າວຈະເປັນງານໃຫຍ່ທີ່ສຸດນັບຕັ້ງແຕ່ທ່ານໄບເດັນເຂົ້າຮັບຕຳແໜ່ງ ໃນເດືອນມັງກອນເປັນຕົ້ນມາກໍຕາມ ແຕ່ຝູງຊົນກໍ່ມີຂະໜາດນ້ອຍກ່ວາງານລ້ຽງສະຫລອງວັນເອກະລາດຂອງທຳນຽບຂາວໃນຊຸມປີທີ່ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG