ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລະດົມທຶນ ຂອງທ່ານໄບເດັນ ທີ່ໄດ້ຮັບທຶນຫຼວງຫຼາຍ ຈຶ່ງໄດ້ບົດບັງ ການລະດົມທຶນຂອງ ທ່ານທຣຳ


ພາບທີ່ນຳມາປະກອບເຂົ້າກັນຂອງອະດີດຮອງປະທານາທິບໍດີ ໂຈ ໄບເດັນ ທີ່ກຳລັງກ່າວ ຖະແຫລງ ໃນເມືອງວີລມິງຕັນ ລັດເດາລາແວລ, ເມື່ອວັນທີ 12, ມີນາ 2020, ຊ້າຍ, ແລະທ່ານທຣຳ ກ່າວຖະແຫລງຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 5 ເມສາ 2020.
ພາບທີ່ນຳມາປະກອບເຂົ້າກັນຂອງອະດີດຮອງປະທານາທິບໍດີ ໂຈ ໄບເດັນ ທີ່ກຳລັງກ່າວ ຖະແຫລງ ໃນເມືອງວີລມິງຕັນ ລັດເດາລາແວລ, ເມື່ອວັນທີ 12, ມີນາ 2020, ຊ້າຍ, ແລະທ່ານທຣຳ ກ່າວຖະແຫລງຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 5 ເມສາ 2020.

ໃນຂະນະທີ່ການແຂ່ງຂັນ ເພື່ອຄອບຄອງທຳນຽບຂາວ ກ້າວເຂົ້າຊ່ວງສຸດທ້າຍຢູ່ນີ້ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເຫັນວ່າ ຕົນຢູ່ໃນສະພາບເສຍ ປຽບຢ່າງໃຫຍ່ ໃນດ້ານເງິນໂຄສະນາຫາສຽງ ຕໍ່ຄູ່ທ້າຊີງ ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ.

ການຢື່ນເອກກະສານກ່ຽວກັບການໂຄສະນາຫາສຽງຕໍ່ຄະນະກຳມາທິການເລືອກຕັ້ງແຫ່ງລັດ ຫຼື FEC ສະແດງໃຫ້ເຫັນວ່າ ຄະນະກຳມະການເພື່ອເລືອກທ່ານ ທຣຳເຂົ້າຮັບຕຳແໜ່ງຄືນອີກ ມີເງິນສົດໃນມືຈຳນວນ 63 ລ້ານໂດລາ ໃນວັນທີ 1 ຕຸລາ ເມື່ອທຽບໃສ່ເງິນສົດຂອງທ່ານໄບເດັນຈໍານວນ 177 ລ້ານໂດລາແລ້ວ. ການມີເງິນສົດຂອງທ່ານໄບເດັນ ທີ່ໄດ້ປຽບຢູ່ 3 ຕໍ່ 1 ນັ້ນ ໄດ້ມາໃນຂະນະທີ່ທ່ານໄດ້ດຳເນີນການລະດົມທຶນ ຫຼາຍເຖິງ 489 ລ້ານໂດລາ ໃນເດືອນສິງຫາ ແລະເດືອນກັນຍາຜ່ານມາ ເມື່ອທຽບໃສ່ການລະດົມທຶນຂອງທ່ານທຣຳ ທີ່ໄດ້ມາຕ່ຳກວ່າ 143 ລ້ານໂດລາເທົ່ານັ້ນ.

ໂດຍລວມແລ້ວ ຄະນະໂຄສະນາຫາສຽງຂອງທ່ານໄບເດັນ ລະດົມທຶນໄດ້ເຖິງ 809 ລ້ານໂດລາຫຼາຍກວ່າຜູ້ສະໝັກຄົນອື່ນໃດໃນປະຫວັດສາດຂອງສະຫະລັດ ຍົກເວັ້ນແຕ່ທ່ານໄມໂກລ ບລູມເບີກ ເສດຖີພັນລ້ານ ຜູ້ທີ່ໃຊ້ທຶນສ່ວນຕົວ ໃນຂະນະດຽວກັນ ຄະນະກຳມະການເລືອກທ່ານທຣຳຄືນອີກ ສາມາດເກັບເງິນມາໄດ້ 552 ລ້ານໂດລາ ອິງຕາມສູນກາງເພື່ອຄວາມຮັບຜິດຊອບດ້ານການເມືອງ ຊຶ່ງເປັນອົງການສິ້ງຊອມດ້ານການໂຄສະນາຫາສຽງ. ບັນດາຄະນະກຳມະການຂອງພັກ ແລະກຸ່ມພາຍນອກຕ່າງໆ ໄດ້ລະດົມທຶນແລະໃຊ້ຈ່າຍເງິນຫຼາຍກວ່າທີ່ກ່າວມານັ້ນ ເຂົ້າໃນການແຂ່ງຂັນນີ້.

ການໄດ້ປຽບທາງດ້ານການເງິນຂອງຜູ້ສະໝັກຈາກພັກເດໂມແຄຣັດທີ່ບໍ່ເຄີຍມີມາກ່ອນນັ້ນ ສາມາດເຮັດໃຫ້ທ່ານໃຊ້ຈ່າຍຫຼາຍເກີນກວ່າ ຄະນະໂຄສະນາຫາສຽງເລືອກຄືນອີກຂອງທ່ານທຣຳ ໂດຍການທຸ້ມໃສ່ໂຄສະນາທາງໂທລະພາບ ແລະສື່ສັງຄົມ ຢູ່ລັດຕ່າງໆທີ່ສຳຄັນໆທີ່ກຳລັງມີການແຍ່ງຊີງກັນຢູ່ນັ້ນ ໃນວັນທີ່ໃກ້ຈະໝົດລົງຂອງການໂຄສະນາຫາສຽງ.

ການໄດ້ປຽບທາງດ້ານການເງິນຂອງທ່ານໄບເດັນນັ້ນ ໝາຍຄວາມວ່າ ທ່ານ “ຈະມີເງິນຫຼາຍເພື່ອໃຊ້ຈ່າຍໃນສິ່ງໃດໆກໍຕາມທີ່ທ່ານຕ້ອງການ” ນັ້ນແມ່ນຄໍາເວົ້າຂອງທ່ານດັກກລາສ ເວັບເບີ ນັກຄົ້ນຄວ້າອາວຸໂສ ຢູ່ທີ່ສູນກາງເພື່ອຄວາມຮັບຜິດຊອບດ້ານການເມືອງ ໃນນະຄອນຫຼວງວໍຊິງຕັນ. ທ່ານກ່າວອີກວ່າ “ອັນນັ້ນ ສາມາດຊ່ອຍໄດ້ ເພາະວ່າ ມັນໝາຍຄວາມວ່າ ເພິ່ນມີແຫລ່ງທຶນຫຼາຍ ຖ້າຫາກວ່າ ເພິ່ນຢາກຈະລົງທຶນໃນລັດຕ່າງໆທີ່ມີໂອກາດໜ້ອຍ.”

ໃຫ້ເຂົ້າໃຈວ່າ ເງິນໂດຍລຳພັງ ບໍ່ສາມາດຊະນະການເລືອກຕັ້ງໄດ້. ທ່ານນາງຮີລລາຣີ ຄລິນຕັນ ຈາກພັກເດໂມແຄຣັດ ໄດ້ຜ່າຍແພ້ໃນການເລືອກຕັ້ງປະທາ ນາທິບໍດີ 2016 ເຖິງແມ່ນໄດ້ໃຊ້ຈ່າຍເກີນກວ່າທ່ານທຣຳຢ່າງຫຼວງຫຼາຍກໍຕາມ. ແຕ່ເງິນສົດທີ່ມີເພີ້ມໃນມືນັ້ນ ຈະເຮັດໃຫ້ທ່ານໄບເດັນໄດ້ປຽບດ້ານການເງິນ ໃນ ການແຂ່ງຂັນທີ່ສູສີກັນຢູ່ໃນລັດຕ່າງໆທີ່ມີການແຍ່ງຊີງກັນ ເຊັ່ນວ່າ ລັດເພັນຊີລເວເນຍ ມິຊິແກນ ວິສຄອນຊິນ ແລະຟລໍຣິດາ.

“ເລື້ອງທີ່ພິກປີ້ນທັງໝົດທັງປວງເຫຼົ່ານີ້ ກໍແມ່ນວ່າ ພວກເຮົາຄຶດວ່າ ການໂຄສະ ນາສຳຄັນໜ້ອຍສຸດ ໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ເພາະວ່າ ພວກປ່ອນບັດຮູ້ຫຼາຍກວ່າສິ່ງອື່ນໃດຢູ່ແລ້ວ ກ່ຽວກັບບັນດາຜູ້ສະໝັກເປັນປະທາ ນາທິບໍດີ” ນັ້ນແມ່ນຄຳເວົ້າຂອງທ່ານທຣາວິສ ຣີດເອົ້າ ອາຈານສອນ ລັດຖະ ສາດ ແລະນະໂຍບາຍດ້ານມະຫາຊົນ ຢູ່ມາຫາວິທະຍາໄລລັດວໍຊິງຕັນ ແລະ ເປັນຜູ້ອຳນວຍການຮ່ວມຂອງ Wesleyan Media Project ຊຶ່ງຕິດຕາມເບິ່ງການໂຄສະນາດ້ານການເມືອງ. ທ່ານກ່າວຕື່ມວ່າ “ດັ່ງທີ່ໄດ້ກ່າວນັ້ນ ພວກເຮົາຄຶດວ່າ ການໂຄສະນາສາມາດເຮັດໃຫ້ປ່ຽນແປງໄດ້ ເມື່ອການແຂ່ງຂັນແມ່ນສູສີກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG