ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ທຳການເຄື່ອນໄຫວ ຢ່າງວ່ອງໄວ ເພື່ອການໂອນອຳນາດ ລັດຖະບານໃໝ່


ຜູ້ທີ່ຄາດກັນວ່າ ຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄລເດັນ ແລະ ຜູ້ຖືກເລືອກເປັນຮອງປະທານາທິບໍດີຄົນໃໝ່ ທ່ານນາງ ຄາມາລາ ແຮຣິສ.
ຜູ້ທີ່ຄາດກັນວ່າ ຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄລເດັນ ແລະ ຜູ້ຖືກເລືອກເປັນຮອງປະທານາທິບໍດີຄົນໃໝ່ ທ່ານນາງ ຄາມາລາ ແຮຣິສ.

ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ, ເຊິ່ງແມ່ນຜູ້ທີ່ຖືກຄາດກັນວ່າເປັນຜູ້ເອົາຊະນະປະທາ ນາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ໃນການເລືອກຕັ້ງທີ່ຍາວ ແລະ ສູສີກັນນັ້ນ, ໄດ້ທຳການເຄື່ອນໄຫວຢ່າງວ່ອງໄວໃນວັນອາທິດວານນີ້ ເພື່ອເລີ່ມກະກຽມການເຂົ້າຄວບຄຸມລັດຖະ ບານ ສະຫະລັດ ເວລາທີ່ທ່ານສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນປີໜ້າ ແລະ ຕ່າວປີ້ນນະໂບບາຍທີ່ສຳຄັນບາງອັນຂອງທ່ານ ທຣຳ.

ທ່ານ ໄບເດັນ ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ແລະ ຄູ່ຮ່ວມລົງແຂ່ງຂັນຂອງທ່ານຄື, ຜູ້ຖືກເລືອກເປັນຮອງປະທານາທິບໍດີທ່ານນາງ ຄາມາລາ ແຮຣິສ, ໄດ້ເປີດເວັບໄຊ້ອັນນຶ່ງສຳລັບການຍ້າຍເຂົ້າກຳອຳນາດ, ເວົ້າວ່າພວກເພິ່ນຈະເພັ່ງໃສ່ໂຣກລະບາດໄວຣັສໂຄໂຣນາ ແລະ ພາວະເສດຖະກິດຕົກຕໍ່າໃນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງໄດ້ເກີດຂຶ້ນຍ້ອນໂຣກລະບາດນັ້ນທັນທີ, ສະພາບອາກາດປ່ຽນແປງ ແລະ ການແບ່ງແຍກເຊື້ອຊາດຜິວພັນຢ່າງເປັນລະບົບ.

ພວກເພິ່ນເວົ້າວ່າ “ພວກເຮົາກຳລັງກະກຽມການນຳພາມື້ທຳອິດ, ເພື່ອຮັບປະກັນວ່າລັດຖະບານຂອງທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ ຈະສາມາດຮັບມືກັບສິ່ງທ້າທາຍທີ່ຮີບດ່ວນທີ່ສຸດທີ່ພວກເຮົາໄດ້ປະເຊີນຄືປົກປ້ອງ ແລະ ຮັກສາລະບົບຮັກສາສຸຂະພາບຂອງປະເທດຂອງພວກເຮົາ, ຟື້ນຟູໂອກາດຂອງພວກເຮົາໃຫ້ປະສົບຄວາມສຳເລັດ, ພັດທະນາຄວາມເທົ່າທຽມທາງດ້ານເຊື້ອຊາດຜິວພັນ, ແລະ ຕໍ່ສູ້ກັບວິກິດການດ້ານອາກາດ.”

ເຂົາເຈົ້າໄດ້ປະກາດວ່າ, “ພວກເຮົາຈະຢືນຄຽງຄູ່ກັນໃນຖານະປະເທດ ອາເມຣິກາ ນຶ່ງດຽວ. ພວກເຮົາຈະລຸກຂຶ້ນຢ່າງເຂັ້ມແຂງກວ່າແຕ່ກ່ອນ.”

ບັນດາຜູ້ຊ່ວຍທັງຫຼາຍເວົ້າວ່າໃນມື້ທຳອິດຂອງການດຳລົງຕຳແໜ່ງຂອງທ່ານນັ້ນ, ທ່ານ ໄບເດັນ ມີແຜນທີ່ຈະໃຫ້ ສະຫະລັດ ເຂົ້າຮ່ວມຂໍ້ຕົກລົງສະພາບອາກາດ ປາຣີ ຄືນ ເຊິ່ງທ່ານ ທຣຳ ໄດ້ຖອນຕົວອອກ ແລະ ຕ່າວປີ້ນການຖອນຕົວຂອງ ທ່ານ ທຣຳ ອອກຈາກອົງການອະນາໄມໂລກ.

ທ່ານ ໄບເດັນ ມີແຜນທີ່ຈະຍົກເລີກການຫ້າມເດີນທາງຈາກບາງປະເທດມຸສລິມ ທີ່ສຳຄັນເກືອບທັງໝົດ, ແລະ ນຳເອົາໂຄງການທີ່ຈະອະນຸຍາດໃຫ້ຊາວໜຸ່ມທີ່ມັກຈະຖືກເອີ້ນວ່າ “ຜູ້ມີຄວາມໄຝ່ຝັນຫຼື Dreamers” ກັບຄືນມາ, ເຊິ່ງເຂົາເຈົ້າໄດ້ຖືກພາເຂົ້າມາໃນ ສະຫະລັດ ຢ່າງຜິດກົດໝາຍຕັ້ງແຕ່ຕອນຍັງນ້ອຍ, ເພື່ອໃຫ້ອາໄສຢູ່ໃນປະເທດຄືເກົ່າ.

ໃນລະຫວ່າງການໂຄສະນາຫາສຽງນັ້ນ, ທ່ານ ໄບເດັນ ຍັງໄດ້ກ່າວວ່າທ່ານມີແຜນທີ່ຈະເຂົ້າຮ່ວມຂໍ້ຕົກລົງສາກົນ ເພື່ອລະງັບການພັດທະນາອາວຸດນິວເຄລຍຂອງ ອີຣ່ານ ທີ່ທ່ານ ທຣຳ ໄດ້ປະນາມ ແລະ ໄດ້ຖອນ ສະຫະລັດ ອອກ.

ການກະກຽມເຂົ້າກຳອຳນາດໃໝ່ຂອງ ສະຫະລັດ ມັກຈະມີການປ່ຽນແປງນະໂຍບາຍໃໝ່ຢ່າງວ່ອງ ໄວ, ແຕ່ນະໂຍບາຍຂອງທ່ານ ທຣຳ ຫາທ່ານ ໄບເດັນ ອາດຈະເປັນສິ່ງທີ່ມີການຂັດແຍ້ງກັນທີ່ສຸດໃນປະຫວັດສາດທາງການເມືອງຂອງ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG