ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ແລະທ່ານໂມດີ ສະແດງຄວາມມຸ້ງໝັ້ນ ໃນການຕໍ່ສູ້ກັບໂຄວິດ ແລະການປ່ຽນແປງຂອງດິນຟ້າອາກາດ


ໃນວັນທີ 8 ມິຖຸນາ 2016, ອະດີດຮອງປະທານາທິບໍດີ Joe Biden ແລະອະດີດປະທານສະພາຕໍ່າ Paul Ryan ຈາກລັດວິສຄອນຊິນຕົບມືສັນລະເສີນທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍໃນຂະນະທີ່ທ່ານກ່າວຄໍາປາໄສໃນກອງປະຊຸມຮ່ວມຢູ່ຫໍລັດຖະສະພາສະຫະລັດໃນນະຄອນຫລວງວໍຊິງຕັນ
ໃນວັນທີ 8 ມິຖຸນາ 2016, ອະດີດຮອງປະທານາທິບໍດີ Joe Biden ແລະອະດີດປະທານສະພາຕໍ່າ Paul Ryan ຈາກລັດວິສຄອນຊິນຕົບມືສັນລະເສີນທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍໃນຂະນະທີ່ທ່ານກ່າວຄໍາປາໄສໃນກອງປະຊຸມຮ່ວມຢູ່ຫໍລັດຖະສະພາສະຫະລັດໃນນະຄອນຫລວງວໍຊິງຕັນ

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ແລະຄູ່ຮ່ວມຕໍາແໜ່ງຝ່າຍອິນເດຍຂອງທ່ານ ຄື ນາຍົກລັດຖະມົນຕີນາເຣນດາ ໂມດີ (Narendra Modi) ໄດ້ລົມກັນໃນວັນຈັນວານນີ້ ເພື່ອປຶກສາຫາລືກ່ຽວກັບຄວາມມຸ້ງໝັ້ນຂອງພວກເພິ່ນໃນການຕໍ່ສູ້ກັບການລະບາດຂອງໄວຣັສໂຄໂຣນາ ແລະການປ່ຽນແປງຂອງດິນຟ້າອາກາດ.

ຜູ້ນຳທັງສອງທ່ານ ບໍ່ໄດ້ກ່າວເຖິງການປະທ້ວງທີ່ກໍາລັງດໍາເນີນໄປຂອງຊາວກະສິກອນຢູ່ໃນອິນເດຍທີ່ໄດ້ຄອບງຳວົງການຂ່າວຂອງອິນເດຍເປັນເວລາຫລາຍເດືອນແລ້ວນັ້ນເລີຍ, ອີງຕາມບັນທຶກການໂອ້ລົມທາງໂທລະສັບ ຈາກທຳນຽບຂາວ.

ສະຫະລັດ ແລະອິນເດຍຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເອົາຊະນະການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19, ສ້າງການເປັນຄູ່ພາຄີກັນຄືນໃໝ່ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງສາເສດຖະກິດຂອງໂລກຄືນ
ໃໝ່ໃນແບບທີ່ຈະນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນຂອງທັງສອງຊາດ, ແລະພ້ອມກັນຕ້ານການທໍາລາຍຂອງການກໍ່ການຮ້າຍທົ່ວໂລກ,” ອີງຕາມການບັນທຶກການໂອ້ລົມກັນນັ້ນຂອງທຳນຽບຂາວ.

ທ່ານ ໂມດີ (Modi) ໄດ້ຂຽນລົງໃນທວີດເຕີ ຫຼັງຈາກການລົມກັນທາງໂທລະ ສັບວ່າ "ພວກເຮົາໄດ້ປຶກສາຫາລືກັນກ່ຽວກັບບັນຫາໃນພາກພື້ນ ແລະບູລິມະສິດທີ່ມີຮ່ວມກັນຂອງພວກເຮົາ,"

ອີງຕາມທຳນຽບຂາວແລ້ວ, ທ່ານ ໂມດີ (Modi) ໄດ້ສະແດງຄວາມຍິນດີຕໍ່ການຮຽກຮ້ອງ ໃຫ້ຮ່ວມມືກັນ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະຕົກ ລົງທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດດິນຟ້າອາກາດທີ່ທ່ານໄບເດັນຈະເປັນເຈົ້າ ພາບຈັດຂຶ້ນ ໃນເດືອນເມສານີ້.

ແຕ່ປະເທດອິນເດຍ ເຊິ່ງເປັນປະເທດທີ່ປ່ອຍແກັສຄາບອນໄດອອກໄຊອອກໃນປະລິມານສູງ ເປັນອັນດັບທີ 3 ຮອງຈາກຈີນ ແລະສະຫະລັດແລ້ວນັ້ນ ໄດ້ໃຫ້ເຫດຜົນວ່າ ໃນຖານະເປັນປະເທດທີ່ກຳລັງພັດທະນາ, ຕົນບໍ່ຄວນຈະຢູ່ພາຍໃຕ້ກົດລະບຽບອັນດຽວກັນກັບປະເທດທີ່ຮັ່ງມີກວ່າ.

ສະຫະລັດ ແລະອິນເດຍມີ ຄວາມສຳພັນກັນຢ່າງໃກ້ຊິດພາຍໃຕ້ລັດຖະບານຊຸດກ່ອນຂອງສະຫະລັດ. ຜູ້ທີ່ດໍາລົງຕໍາແໜ່ງກ່ອນທ່ານໄບເດັນ, ທ່ານດໍໂນລ ທຣໍາ ໄດ້ໄປຢ້ຽມຢາມອິນເດຍໃນເດືອນກຸມພາປີ 2020.

ທຳນຽບຂາວຂອງທ່ານທຣໍາ ເຫັນວ່ານິວເດລີ ເປັນພັນທະມິດໃນການເອົາທ່າທີທີ່ແຂງຂັນ ຕ້ານກັບຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG