ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ເດີນທາງໄປຢ້ຽມຢາມ ລັດມິນເນໂຊຕາ ເພື່ອໂຄສະນາ ກົດໝາຍພື້ນຖານໂຄງລ່າງຂອງທ່ານ


ປະທານາທິບໍດີ ໂຈ ໄບເດັນ ທ່ຽວຊົມ ວິທະຍາໄລເຕັກນິກ ເຂດດາໂຄຕາ ຄາວຕີ (Dakota County Technical College) ໃນເມືອງໂຣສມາວຕ໌ (Rosemount) ລັດມິນເນໂຊຕາ, ວັນທີ 30 ພະຈິກ 2021.
ປະທານາທິບໍດີ ໂຈ ໄບເດັນ ທ່ຽວຊົມ ວິທະຍາໄລເຕັກນິກ ເຂດດາໂຄຕາ ຄາວຕີ (Dakota County Technical College) ໃນເມືອງໂຣສມາວຕ໌ (Rosemount) ລັດມິນເນໂຊຕາ, ວັນທີ 30 ພະຈິກ 2021.

ປະທານາທິບໍດີ ໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ເດີນທາງໄປຢ້ຽມຢາມວິທະຍາໄລເຕັກນິກຂອງລັດມິນເນໂຊຕາ ເພື່ອໂຄສະນາແກ່ຊາວອາເມຣິກັນ ກ່ຽວກັບກົດໝາຍດ້ານພື້ນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາຂອງທ່ານ ທີ່ໄດ້ຮັບການອະນຸມັດ ເມື່ອບໍ່ດົນມານີ້ ເຊິ່ງຄະນະລັດຖະບານ ກ່າວວ່າ ຈະຝຶກອົບຮົມໃຫ້ແກ່ຊາວອາເມຣິກັນຫຼາຍລ້ານຄົນ “ສຳລັບວຽກງານທີ່ເຕີບໃຫຍ່ສູງຂຶ້ນໃນອະນາຄົດ” ທີ່ວ່າ ຈະສ້າງສາພື້ນຖານໂຄງລ່າງຂະໜາດໃຫຍ່ ດັ່ງທີ່ທ່ານໄບເດັນ ກ່າວວ່າ ສະຫະລັດ ຕ້ອງແຂ່ງຂັນໃນທົ່ວໂລກ.

ອັນນີ້ເປັນຄັ້ງທຳອິດຂອງການເດີນທາງໄປຢ້ຽມຢາມລັດດັ່ງກ່າວ ທີ່ຮູ້ຈັກກັນຄື “ດິນແດນແຫ່ງ 10,000 ທະເລສາບ” ນັບຕັ້ງແຕ່ ທ່ານໄດ້ຖືກເລືອກໃຫ້ເປັນປະທານາທິບໍດີ. ທ່ານວາງແຜນທີ່ຈະໄປຢ້ຽມຢາມ ວິທະຍາໄລເຕັກນິກ ຂອງເຂດດາໂຄຕາ ຄາວຕີ ໃນເມືອງໂຣສມ້າວຕ໌ (Rosemount) ຂອງລັດມິນເນໂຊຕາ ເພື່ອໂອ້ລົມກັບພວກນັກສຶກສາກ່ຽວກັບກົດໝາຍດັ່ງກ່າວ ແລະ ມັນຈະມີຜົນຕໍ່ພວກເຂົາເຈົ້າແນວໃດ.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ກ່າວໃນວັນຈັນຜ່ານມານີ້ ກ່ອນໜ້າຂອງການເດີນທາງວ່າ “ວຽກງານໂດຍສ່ວນໃຫຍ່ ທີ່ໄດ້ຮັບການສະໜັບສະໜຸນໂດຍທັງສອງພັກການເມືອງຕໍ່ຮ່າງກົດໝາຍພື້ນຖານໂຄງລ່າງຂອງທ່ານປະທານາທິບໍດີ ນັ້ນ ຈະບໍ່ຈຳເປັນຕ້ອງມີປະລິນຍາ ຮຽນຈົບຈາກວິທະຍາໄລ 4 ປີ.” ທ່ານນາງກ່າວອີກວ່າ “ແລະໂຄງການຕ່າງໆ ທີ່ໄດ້ສະໜອງໂດຍວິທະຍາໄລຂອງຊຸມຊົນ ແລະວິທະຍາໄ​ລເຕັກນິກ ຄືກັນກັບ ວິທະຍາໄລເຕັກນິກຂອງເຂດດາໂຄຕາ ຄາວຕີ ນັ້ນ ກໍຈະສະໜອງການຝຶກອົບຮົມແລະການພັດທະນາທັກສະທີ່ຈຳເປັນເພື່ອຊ່ອຍພວກແຮງງານທັງຫຼາຍ ເຂົ້າເຮັດວຽກທັງຫຼາຍໄດ້ ທີ່ໄດ້ສ້າງຂຶ້ນນັ້ນ.

ວິທະຍາໄລເຕັກນິກສອງປີຂອງຫຼວງ ທີ່ໃຫ້ບໍລິການແກ່ພວກນັກສຶກສາ ເກືອບ 13,000 ຄົນ ໃນຫຼາຍຂະແໜງວິຊາອາຊີບ ທີ່ລວມທັງການກໍ່ສ້າງແລະການຜະລິດສິນຄ້າ.

ທຳນຽບຂາວ ກະປະມານວ່າ ພາຍໃຕ້ກົດໝາຍສະບັບໃໝ່, ລັດມິນເນໂຊຕາຈະໄດ້ຮັບ 4 ພັນ 5 ຮ້ອຍລ້ານໂດລາ ໃນດ້ານການຊ່ວຍເຫຼືອ ສຳລັບທາງຫຼວງຂອງລັດຖະບານກາງ, ຂົວ 302 ລ້ານໂດລາ; 818 ລ້ານໂດລາ ສໍາລັບການຂົນສົ່ງສາທາລະນະ, 680 ລ້ານ​ໂດ​ລາ ​ເພື່ອ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ລະບົບນ້ຳປະປາ ແລະ 100 ລ້ານໂດລາ ​ທີ່​ມີ​ເປົ້າໝາຍ​ເພື່ອ​ໃຊ້ຈ່າຍໃຫ້ພົນລະເມືອງທຸກຄົນມີ​ລະບົບ​ມີ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG