ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ເລືອກຕັ້ງ ໃນລັດມີຊິແກນ ຢັ້ງຢືນ ໄຊຊະນະ ໃນການເລືອກຕັ້ງຂອງ ທ. ໄບເດັນ


ພວກເດີນຂະບວນປະທ້ວງທີ່ຂັບລົດເປັນຂະບວນຢູ່ໃນເມືອງ Lansing, ລັດມີຊິແກນ ຮຽກຮ້ອງໃຫ້ຄະນະກຳມາທິການກວດກາການນັບບັດລົງຄະແນນສຽງຂອງລັດຢັ້ງຢືນຜົນຂອງການເລືອກຕັ້ງ
ພວກເດີນຂະບວນປະທ້ວງທີ່ຂັບລົດເປັນຂະບວນຢູ່ໃນເມືອງ Lansing, ລັດມີຊິແກນ ຮຽກຮ້ອງໃຫ້ຄະນະກຳມາທິການກວດກາການນັບບັດລົງຄະແນນສຽງຂອງລັດຢັ້ງຢືນຜົນຂອງການເລືອກຕັ້ງ

ບັນດາເຈົ້າໜ້າທີ່ເລືອກຕັ້ງໃນລັດມີຊິແກນ ທີ່ຢູ່ພາກຕາເວັນຕົກຕອນກາງຂອງປະເທດ ໄດ້ຢັ້ງຢືນການໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ໃນລັດນັ້ນ ຂອງທ່ານໂຈ ໄບເດັນ ທີ່ມາຈາກພັກເດໂມແຄຣັດ ເຖິງແມ່ນວ່າປະທາ ນາທິບໍດີ ດໍໂນລ ທຣໍາ ຈະທ້າທາຍຕໍ່ໄຊຊະນະຂອງທ່ານໄບເດັນ ໃນການເລືອກຕັ້ງປະທານາທິບໍດີໃນວັນທີ 3 ພະຈິກຜ່ານມາໂດຍອີງໃສ່ຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ ກ່ຽວກັບການສໍ້ໂກງບັດເລືອກຕັ້ງກໍຕາມ.

ຄະນະກຳມາທິການກວດກາການນັບບັດລົງຄະແນນສຽງຂອງລັດດັ່ງກ່າວ ທີ່ມີສອງຄົນມາຈາກພັກຣີພັບບລິກັນແລະ 2 ຄົນມາຈາກພັກເດໂມແຄຣັດນັ້ນ ໄດ້ຢືນຢັນຜົນຂອງການລົງຄະແນນສຽ ງໂດຍໄດ້ຮັບຄະແນນ 3-0, ໂດຍທີ່ມີຜູ້ສັງ ກັດພັກຣີພັບບລິກັນຄົນນຶ່ງບໍ່ອອກສຽງ. ບັນດາພັນທະມິດຂອງທ່ານທຣໍາ ໄດ້ຮຽກຮ້ອງໃຫ້ຄະນະກຳມະການເລື່ອນເວລາການຮັບຮອງເອົາຜົນການເລືອກຕັ້ງດັ່ງກ່າວໄປອີກສອງອາທິດ ເພື່ອອະນຸຍາດໃຫ້ມີການກວດສອບຄະແນນສຽງໃນເຂດຄາວຕີ ເວນ (Wayne) ທີ່ຄົນສ່ວນໃຫຍ່ສັງກັດພັກເດໂມແຄຣັດ ເຊິ່ງເປັນທີ່ຕັ້ງຂອງນະຄອນດີທຣອຍນັ້ນ.

ຜົນການເລືອກຕັ້ງທີ່ໄດ້ຮັບການຢັ້ງຢືນ ສະແດງໃຫ້ເຫັນວ່າທ່ານ ໄບເດັນ ໄດ້ຊະນະທ່ານທຣໍາ ໃນລັດມີຊິແກນ ດ້ວຍຄະແນນສຽງຫຼາຍກວ່າ 150,000 ຄະ ແນນ, ຫຼື 2.8 ເປີເຊັນ. ຄະແນນທີ່ລື່ນກັນດັ່ງກ່າວແມ່ນສູງກວ່າຢູ່ໃນລັດອື່ນໆທີ່ທ່ານທຣໍາກຳລັງຄັດຄ້ານຕໍ່ຜົນການເລືອກຕັ້ງຢູ່ນີ້, ລວມມີລັດຈໍເຈຍ, ອາຣີໂຊນາ ແລະ ວິສຄອນຊິນ.

ທ່ານທຣໍາ ແລະທີ່ປຶກສາທາງດ້ານກົດໝາຍຂອງທ່ານໄດ້ເອົາບາດກ້າວທີ່ຜິດປົກ ກະຕິ ໃນອາທິດແລ້ວນີ້ໃນການເຂົ້າຫາຜູ້ນຳສະພານິຕິບັນຍັດຂອງພັກຣີພັບບລີກັນຢູ່ລັດມີຊິແກນ ໂດຍກົງເພື່ອເບິ່ງວ່າ ພວກເຂົາເຈົ້າຈະເຕັມໃຈທີ່ດຳເນີນຂັ້ນຕອນຕ່າງໆ ເພື່ອຕ່າວປີ້ນຜົນການເລືອກຕັ້ງໃນລັດຂອງພວກເຂົາເຈົ້າຫລືບໍ່.

ແຕ່ຢ່າງໃດກໍ່ຕາມ, ພາຍຫຼັງການພົບປະກັບທ່ານທຣໍາ ທີ່ທຳນຽບຂາວໃນອາທິດຜ່ານມານີ້ແລ້ວ ທ່ານໄມຄ໌ ເຊີຄີ (Mike Shirkey), ຜູ້ນຳສຽງສ່ວນຫລາຍໃນສະພາສູງ ແລະທ່ານລີ ແຈັດຟຽວ (Lee Chatfield), ປະທານສະພາຕໍ່າຂອງລັດມີຊິແກນ ຊຶ່ງທັງສອງລ້ວນແຕ່ມາຈາກພັກຣີພັບບລິກັນນັ້ນກ່າວຢູ່ໃນຖະແຫຼງ ການຮ່ວມວ່າ “ໃນນາມເປັນຜູ້ນຳດ້ານນິຕິບັນຍັດ, ພວກເຮົາຈະປະຕິບັດຕາມກົດໝາຍ ແລະປະຕິບັດຕາມຂັ້ນຕອນປົກກະຕິ ກ່ຽວກັບການເປັນຜູ້ແທນເລືອກຕັ້ງໃນລັດມີຊິແກນ."

ພວກເພິ່ນກ່າວວ່າພວກເພິ່ນ "ຍັງບໍ່ທັນໄດ້ຮັບການແຈ້ງການໃຫ້ຊາບຂໍ້ມູນໃດໆທີ່ຈະເຮັດໃຫ້ຜົນຂອງການເລືອກຕັ້ງໃນລັດມິຊິແກນປ່ຽນແປງ."

ໂຄສົກຂອງທຳນຽບຂາວ, ທ່ານນາງ ຄາຍເລ ແມັກເອນແນນນີ (Kayleigh McEnany) ໄດ້ກ່າວກ່ອນກອງປະຊຸມຢູ່ໃນທຳນຽບຂາວລະຫວ່າງທ່ານທຣໍາ ແລະສະມາຊິກສະພານິຕິບັນຍັດຂອງມີຊິແກນວ່າ ມັນບໍ່ແມ່ນ "ກອງປະຊຸມຫາການສະໜັບສະໜຸນ" ແລະຈະບໍ່ລວມເອົາເຈົ້າໜ້າທີ່ດ້ານໂຄສະນາຫາສຽງ ເຂົ້າຮ່ວມນໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG