ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ແລະ ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ເຈ​ລະ​ຈາ ກ່ຽວ​ກັບ ຄົນ​ເຂົ້າ​ເມືອງ, ເສດ​ຖະ​ກິດ ໃນ​ການ​ພົບ​ປະ​ຄັ້ງ​ທີ​ສອງ ​ຢູ່​ທຳ​ນຽບ​ຂາວ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣ​ສ໌ ໂລ​ເປ​ສ໌ ໂອບ​ຣາ​ດໍ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີໃນ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ,12 ກໍ​ລະ​ກົດ, 2022.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣ​ສ໌ ໂລ​ເປ​ສ໌ ໂອບ​ຣາ​ດໍ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີໃນ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ,12 ກໍ​ລະ​ກົດ, 2022.

ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ໄດ້​ທຳ​ການ​ຢ້ຽມ​ຢາມ​ທຳ​ນຽບ​ຂາວເປັນ​ຄັ້ງ​ທີ​ສອງ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຢູ່​ໃນ​ຊ່ອງ​ທາງ​ທີ່​ຈະ​ຂະ​ຫຍາຍ​ຈຳ​ນວນ​ວີ​ຊາ​ເຮັດ​ວຽກ​ຊົ່ວ​ຄາວ​ເປັນ​ສອງ​ເທົ່າ​ສຳ​ລັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ ເມັກ​ຊິ​ໂກ ແລະ ເຂດອາ​ເມ​ຣິ​ກາ​ກາງ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ໄດ້​ເພີ່ມ​ຂຶ້ນ​ຈາກ​ປະ​ເທດສາມຫຼ່ຽມ​ພາກ​ເໜືອ​ຂອງ​ເຂດ​ອາ​ເມ​ຣິ​ກາ​ກາງ​ຄື​ປະ​ເທດ ກົວ​ເຕ​ມາ​ລາ, ແອ​ລ ຊາ​ລ​ວາ​ດໍ ແລະ ຮອນ​ດູ​ຣາ​ສ.

ຜູ້​ນຳ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ແນວ​ທາງ​ອຽງ​ຊ້າຍ​ນັ້ນ ​ໄດ້​ຈັດການ​ສົນ​ທະ​ນາ​ຢ່າງ​ເປີດ​ເຜີຍ​ທີ່​ດົນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ກ່ອນ​ທັງ​ສອງ​ທ່ານ​ຈະ​ນັ່ງ​ນຳ​ກັນ​ເປັນ​ການ​ສ່ວນ​ຕົວ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ຂອງ​ສອງ​ປະ​ເທດ​ເພື່ອນ​ບ້ານ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ແອນ​ເດ​ຣ​ສ ມາ​ນູ​ແອ​ລ ​ໂລ​ເປ​ສ ໂອບ​ຣາ​ດໍ ກ່ອນ​ໜ້ານີ້​ໄດ້​ພົບ​ປະ​ກັບ​ທ່ານ ໄບ​ເດັນ ໃນ​ທຳ​ນຽບ​ຂາວ​ເມື່ອ​ທ້າຍ​ປີ 2021, ສຳ​ລັບ​ກອ​ງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ກັບ ກາ​ນາ​ດາ.

ໃນ​ວັນ​ອັງ​ຄານ​ວານນີ້, ຜູ້​ນຳ​ປີກ​ຊ້າຍ​ດັ່ງ​ກ່າວ​ໄດ້​ຢູ່​ນຳ​ທ່ານ ໄບ​ເດັນ ເປັນ​ການ​ສ່ວນ​ຕົວ​ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ ໄບ​ເດັນ ເຫັນ​ໄດ້​ວ່າ​ມີ​ຄວາມ​ເພີດ​ເພີນ​ໃຈ​ໃນ​ຂະ​ນະ​ທີ່​ທ່ານ ໂລ​ເປ​ສ໌ ໂອບ​ຣາ​ດໍ, ໄດ້​ເວົ້າ​ດົນ​ກວ່າ​ນຶ່ງ​ຊົ່ວ​ໂມງ​ເຄິ່ງ​ຜ່ານ​ນາຍ​ແປ​ພາ​ສາ ກ່ຽວ​ກັບ ຫົວ​ຂໍ້​ທີ່​ລວມ​ມີ​ເສດ​ຖະ​ກິດ, ທີ່​ທ່ານ​ໄດ້​ກ່າວ​ວ່າ “ຄວາມ​ຈິງ​ທີ່​ເຮົາ​ຢູ່​ໃນ​ເວ​ລານີ້​ເຮັດ​ໃຫ້​ມັນມີ​ຄວາມ​ຈຳ​ເປັນ ແລະ ຂາດບໍ່​ໄດ້​ສຳ​ລັບ​ພວກ​ເຮົາ​ເພື່ອ​ຜະ​ລິດ​ທຸກ​ຢ່າງ​ທີ່​ເຮົາ​ບໍ​ລິ​ໂພກ​ໃນ​ປະ​ເທດ ແລະ ພາ​ກ​ພື້ນ​ຂອງ​ພວກ​ເຮົາ,” ແລະ ການ​ເມືອງ​ອາ​ເມ​ຣິ​ກັນ ທີ່​ມີ​ລັກ​ສະ​ນະ​ມັກ​ໂຕ້​ຖຽງ​ກັນ.

ທ່ານ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ກ່າວໃນ​ຂະ​ນະ​ທີ່​ທ່ານ ໄບ​ເດັນ ໄດ້​ຫົວ​ຢູ່​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສັດ​ຕູ​ຂອງ​ທ່ານ, ພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມ, ຈະ​ພາ​ກັນ​ຮ້ອງ​ຢູ່​ທົ່ວ​ທຸກ​ບ່ອນ, ແມ່ນ​ກະ​ທັ້ງ​ຕໍ່​ສະ​ຫວັນ, ເຂົາ​ເຈົ້າ​ຈະ​ພາ​ກັນ​ຮ້ອງ​ໃສ່​ສະ​ຫວັນ.”

ຜູ້​ນຳ​ທັງ​ສອງ​ທ່ານ​ໄດ້​ລະ​ບຸ​ວ່າ ຄວາມບໍ່​ເຫັນ​ພ້ອມ​ກັນ​ຂອງ​ພວກ​ທ່ານ​ໃນ​ເມື່ອ​ກ່ອນ, ໃນ​ຂະ​ນະ​ທີ່​ມັນ​ຍັງ​ບໍ່​ໄດ້​ຖືກ​ລືມ ແລະ ເປັນ​ໄປ​ໄດ້​ວ່າບໍ່​ຄ່ອຍ​ຖືກ​ຍົກ​ໂທດ​ໃຫ້​ນັ້ນ, ແມ່ນ​ໄດ້​ເປັນ​ເລື່ອງ​ໃນ​ອະ​ດີດ​ຢ່າງ​ແນ່ນອນ.

ທ່ານ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ກ່າວ​ວ່າ “ເຖິງ​ແມ່ນ​ວ່າ​ຄວາມບໍ່​ເຫັນ​ພ້ອມ​ກັນ​ຂອງ​ພວກ​ເຮົາ ແລະ ຄວາມ​ເສຍ​ໃຈ​ຂອງ​ພວກ​ເຮົາ​ທີ່ບໍ່​ສາ​ມາດ​ລືມ​ໄປ​ໄດ້​ງ່າຍ​ນັ້ນ, ບໍ່​ວ່າ​ດ້ວຍ​ເວ​ລາ ຫຼື ຈຸດ​ປະ​ສົງ​ທີ່​ດີ, ໃນຫຼາຍ​ກໍ​ລະ​ນີ ພວກ​ເຮົາ​ແມ່ນ​ສາ​ມາດ​ທີ່​ຈະ​ພົບ​ປະ ແລະ ເຮັດ​ວຽກ​ນຳ​ກັນ​ດັ່​ງ​ກັບ​ເພື່ອນ​ທີ່​ດີ ແລະ ພັນ​ທະ​ມິດ​ທີ່​ແທ້​ຈິງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG