ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໄບເດັນ ພົບປະກັບທ່ານຢູນ, ແລະ ທ່ານກິຊິດະ ເພື່ອຮັບມືກັບເກົາຫລີເໜືອ ແລະ ຈີນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ຊ້າຍ, ໂອລົມກັບ​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ແລະ ປະທານາທິບໍດີເກົາຫລີໃຕ້ ທ່ານຢູນ ຊຸກ ຢອລ, ຂວາ, ກ່ອນກອງປະຊຸມສາມຝ່າຍ ນອກກອງປະຊຸມສຸດຍອດຂອງ G7 ໃນນະຄອນຮິໂຣຊິມາ, ປະເທດຍີ່ປຸ່ນ ໃນວັນທີ 21 ພຶດສະພາ 2023
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ຊ້າຍ, ໂອລົມກັບ​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ແລະ ປະທານາທິບໍດີເກົາຫລີໃຕ້ ທ່ານຢູນ ຊຸກ ຢອລ, ຂວາ, ກ່ອນກອງປະຊຸມສາມຝ່າຍ ນອກກອງປະຊຸມສຸດຍອດຂອງ G7 ໃນນະຄອນຮິໂຣຊິມາ, ປະເທດຍີ່ປຸ່ນ ໃນວັນທີ 21 ພຶດສະພາ 2023

​ເພື່ອ​ເປັນ​ການ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັນທະ​ມິດ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ​ໃນ​ເອ​ເຊຍ, ​ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ​ແລະ ປະທານາທິບໍດີເກົາຫລີໃຕ້ ທ່ານຢູນ ຊຸກ ຢອລ, ​ໃນ​ການ​ພົບ​ປະ​ສາມ​ຝ່າຍ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳກຸ່ມ 7 ປະ​ເທດປະຊາທິປະໄຕທີ່ກ້າວໜ້າ ທີ່​ນະ​ຄອນ ຮິໂຣຊິມາ ປະ​ເທດ​ຍີ່​ປຸ່ນ.

“ທ່ານ​ເຮັດໃຫ້​ຍີ່ປຸ່ນ​ກ້າວ​ຂຶ້ນມາ​ສູ່ເສັ້ນ​ທາງ​ທີ່​ນຳມາເຊິ່ງ​ຜົນ​ສະທ້ອນ​ອັນ​ແທ້​ຈິງ​ໃນ​ດ້ານ​ງົບປະມານ​ປ້ອງ​ກັນ​ປະ​ເທດ​ອັນ​ດັບ​ໜຶ່ງ, ​ແລະ​ເປັນ​ການ​ເລີ່​ມຕົ້ນ​ການ​ພົວພັນ​ກັບ​ເກົາຫຼີ​ໃຕ້. ທ່ານໄບເດັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ຫຼັງ​ການ​ເຈ​ລະ​ຈາ​.

​ສິ່ງສຳຄັນທີ່ສຸດໃນວາລະ​ຂອງ​ກອງ​ປະຊຸມ​ແມ່ນ​ໄພ​ຂົ່ມຂູ່​ດ້ານ​ນິວ​ເຄລຍ ​ແລະ ລູກ​ສອນ​ໄຟຂີປະນາວຸດທີ່ເພີ້ມຂຶ້ນ​ຈາກ​ເກົາຫຼີ​ເໜືອ ​ແລະ ຄວາມໝັ້ນໃຈທີ່​ເພີ້ມ​ຂຶ້ນ​ຂອງ​ຈີນ, ເຊິ່ງເປັນໄພຂົ່ມຂູ່​ສອງ​ປະ​ເທດ​ໃນ​ພາກ​ພື້ນ​ທີ່​ເຮັດ​ໃຫ້​ສາມ​ປະ​ເທດ​ມີຄວາມໃກ້ຊິດກັນຫຼາຍຂື້ນ​ກວ່າ​ເກົ່າ.

ໃນຖະແຫຼງການ, ທຳນຽບຂາວ​ກ່າວ​ວ່າ ບັນດາ​ຜູ້ນຳ​ໄດ້​ປຶກສາ​ຫາລືກັນ ກ່ຽວກັບ "ວິທີການຍົກລະດັບການຮ່ວມ​ມື​ສາມ​ຝ່າຍ​ຂອງພວກເຂົາໃຫ້ສູງຂຶ້ນໄປອີກກ້າວນຶ່ງ", ລວມທັງ​ການ​ປະສານ​ງານ​ໃໝ່ ​ໃນການ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມ​ຂູ່​ດ້ານ​ນິວ​ເຄລຍ ແລະ ລູກ​ສອນ​ໄຟ​ຂີປະນາວຸດຂອງ​ເກົາ​ຫຼີເໜືອ, ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ, ແລະ​ຍຸດ​ທະ​ສາດ​ອິນ​ໂດ​ປາ​ຊີ​ຟິກ ທີ່ກ່ຽວຂ້ອງ​ຂອງ​ພວກເຂົາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG