ບັນດາຜູ້ນຳຂອງອອສເຕຣເລຍ ອິນເດຍ ຍີ່ປຸ່ນ ແລະສະຫະລັດ ພົບປະກັນໃນວັນອັງຄານມື້ນີ້ ທີ່ນະຄອນຫຼວງໂຕກຽວ ດ້ວຍການໃຫ້ຄຳໝັ້ນສັນຍາທີ່ຈະຊຸກຍູ້ສົ່ງເສີມ ເຂດອິນໂດ-ປາຊີຟິກ ທີ່ເສລີແລະເປີດກວ້າງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຮ່ວມມືກັນໃນການຕອບໂຕ້ຕໍ່ໂຣກລະບາດໂຄວິດ-19.
ໃນການຖະແຫຼງລະຫວ່າງພິທີເປີດກອງປະຊຸມສຸດຍອດຂອງກຸ່ມພັນທະມິດທີ່ບໍ່ເປັນທາງການ ຊຶ່ງຮູ້ກັນໃນນາມກຸ່ມຄວດ (Quad) ນັ້ນ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ ການຮຸກຮານຂອງຣັດເຊຍ ຕໍ່ປະເທດຢູເຄຣນ “ບໍ່ພຽງແຕ່ເປັນບັນຫາຂອງຢູໂຣບ ມັນເປັນບັນຫາຂອງໂລກ.”
ທ່ານກ່າວວວ່າ ຫຼັກການຂອງ “ຜືນແຜ່ນດິນອັນຄົບຖ້ວນແລະອະທິປະໄຕ ກົດໝາຍລະຫວ່າງປະເທດ ສິດທິມະນຸດ ຕ້ອງໄດ້ຮັບການປົກປ້ອງຢູ່ສະເໝີ ບໍ່ວ່າມັນຈະຖືກລ່ວງລະເມີດຢູ່ບ່ອນໃດໃນໂລກ.”
ສ່ວນນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ຍັງໄດ້ກ່າວເຖິງບັນຫາຂັດແຍ້ງນີ້ ໃນຄຳປາໄສເປີດກອງປະຊຸມ ໂດຍເວົ້າວ່າ “ພວກເຮົາຈະບໍ່ສາມາດປ່ອຍໃຫ້ເລື້ອງແບບນີ້ ເກີດຂຶ້ນຢູ່ໃນຂົງເຂດອິນໂດ-ປາຊີຟິກ.”
ໃນຂະນະທີ່ປະເທດສະມາຊິກອື່ນໆຂອງກຸ່ມຄວດ ໄດ້ປະນາມການຮຸກຮານຂອງຣັດເຊຍໃນຢູເຄຣນແລະກໍໄດ້ທຳການລົງໂທດໄປແລ້ວ ແຕ່ອິນເດຍຍັງບໍ່ທັນໄດ້ດຳເນີນການເທື່ອ ແລະນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີບໍ່ໄດ້ເວົ້າເຖິງບັນຫາຂັດແຍ້ງດັ່ງກ່າວ ໃນຄຳປາໄສເປີດກອງປະຊຸມຂອງທ່ານ.
ນາຍົກລັດຖະມົນຕີຄົນໃໝ່ຂອງອອສເຕຣເລຍ ທ່ານແອນໂທນີ ອານບານີສໄດ້ກ່າວຢ້ຳເຖິງຄວາມຈຳເປັນທີ່ຈະຕ້ອງແກ້ໄຂບັນຫາການປ່ຽນແປງຂອງອິນຟ້າອາກາດ ໂດຍກ່າວວ່າ ລັດຖະບານຂອງທ່ານຈະເອົາ “ມາດຕະການທີ່ສຳຄັນໆ.”
ທ່ານອານບານີສເວົ້າວ່າ “ພວກເຮົາຈະດຳເນີນການເພື່ອເປັນການຮັບຮູ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດນັ້ນວ່າ ເປັນບັນຫາທ້າທາຍໃຫຍ່ທາງດ້ານເສດຖະກິດແລະຄວາມໝັ້ນຄົງຕໍ່ບັນດາປະເທດເກາະດອນຕ່າງໆໃນເຂດມະຫາສະໝຸດປາຊີຟິກ.”
ກອງປະຊຸມສຸດຍອດໃນເທື່ອນີ້ແມ່ນຄັ້ງທີສອງທີ່ມີການພົບປະກັບແບບເຊິ່ງໜ້າພາຍໃນເວລາບໍ່ຮອດ ນຶ່ງປີ.
ທ່ານໄປເດັນເດີນທາງໄປຢ້ຽມຢາມຍີ່ປຸ່ນອັນເປັນສ່ວນນຶ່ງໃນການເດີນທາງໄປຢ້ຽມຢາມເອເຊຍເທື່ອທຳອິດຂອງທ່ານ ຫຼັງຈາກໄດ້ຢ້ຽມຢາມເກົາຫຼີໃຕ້ແລ້ວ.
ໃນມື້ວັນຈັນວານນີ້ ທ່ານໄບເດັນໄດ້ເປີດໂຕຂໍ້ລິເລີ້ມທາງດ້ານການຄ້າໃນເຂດເອເຊຍ-ປາຊີຟິກທີ່ປະກອບດ້ວຍ 13 ປະເທດ ຮວມທັງອິນເດຍ ຍີ່ປຸ່ນ ແລະເກົາຫຼີໃຕ້.