ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປ. ໄບເດັນ ພ​ົບ​ກັບຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຂອງ​ບໍ​ລິ​ສັດຕ່າງໆ ກ່ຽວ​ກັບ​ບັນ​ຫາ​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ


ປະທານາທິບໍດີ ໂຈ ໄບເດັນ​ກ່າວ​ຕໍ່ຫົວໜ້າຜູ້ບໍລິຫານຂອງບໍ​ລິ​ສັດຂາຍຍ່ອຍລາຍໃຫຍ່ຕ່າງໆ ກ່ຽວ​ກັບການຊື້​ສິນ​ຄ້າຂອງອາເມຣິກາ ໃນ​ໄລ​ຍະ​ວັນ​ບຸນຢູ່ທີ່ທຳນຽບຂາວ​, ວັນ​ທີ 29 ພະ​ຈິກ, 2021
ປະທານາທິບໍດີ ໂຈ ໄບເດັນ​ກ່າວ​ຕໍ່ຫົວໜ້າຜູ້ບໍລິຫານຂອງບໍ​ລິ​ສັດຂາຍຍ່ອຍລາຍໃຫຍ່ຕ່າງໆ ກ່ຽວ​ກັບການຊື້​ສິນ​ຄ້າຂອງອາເມຣິກາ ໃນ​ໄລ​ຍະ​ວັນ​ບຸນຢູ່ທີ່ທຳນຽບຂາວ​, ວັນ​ທີ 29 ພະ​ຈິກ, 2021

ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ພົບປະກັບຫົວໜ້າຜູ້ບໍລິຫານຂອງບໍ​ລິ​ສັດຂາຍຍ່ອຍລາຍໃຫຍ່ຕ່າງໆ ຢູ່ທີ່ທຳນຽບຂາວໃນວັນຈັນວານນີ້ ເພື່ອຮຽນຮູ້ກ່ຽວກັບສິ່ງທ້າທາຍຕໍ່ຕ່ອງໂສ້ການສະໜອງສິນ​ຄ້າໃນລະ​ດູການ​ວັນ​ບຸນ​ທີ່​ມີ​ຄົນ​ຊື້​ເຄື່ອງ​ຂອງ​ຫລາຍນີ້.

ທ່ານປະທານາທິບໍດີກ່າວວ່າ "ບັນ​ດາ​ທ່ານ​ທີ່​ເປັນຜູ້ນໍາທຸລະກິດທັງ​ຫລາຍທີ່ພວກເຮົາໄດ້ມາລວມກັນຢູ່ໜີ້ ໃນມື້ນີ້ແມ່ນເປັນຕົວແທນຢ່າງກວ້າງຂວາງໃຫ້ການຊື້​ສິນ​ຄ້າຂອງອາເມຣິກາ: ​ລວມທັງ​ການຊື້​ຢູ່​ໃນ​ຮ້ານທີ່​ເປັນ​ຕຶກ ແລະ ໃນຮ້ານທາງອອນລາຍນ໌, ຕ່ອງໂສ້ການ​ຂາຍເຄື່ອງທົ່ວ​ໄປໃນ​ລະ​ດັບຊາດ ແລະ ລະ​ດັບທ້ອງ ຖິ່ນ, ຮ້ານຂາຍຍ່ອຍທີ່ໃຫຍ່ທີ່ສຸດຂອງປະເທດພວກເຮົາ, ແລະຜູ້ຜະລິດ ແລະຜູ້ຂາຍຂອງຫຼິ້ນເດັກ​ນ້ອຍ, ເຄື່ອງໃຊ້ໄຟຟ້າ ແລະສິນ​ຄ້າ​ເພື່ອ​ປິ່ນ​ປົວສຸຂະພາບ."

ປ. ໂຈ ໄບເດັນກ່າວ​ຢູ່ກອງ​ປະ​ຊຸມ​ກັບ​ພວກ​ຜູ້​ນຳ​ທາງ​ທຸ​ລະ​ກິດກ່ຽວ​ກັບການ​ຊື້​ສິນ​ຄ້າ​ໃນ​ຊ່ວງບຸນປີນີ້ຢູ່​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ທີ 29 ພະ​ຈິກ, 2021, ຂະ​ນະ​ທີ່​ທ່ານ Doug McMillon, CEO ຂອງ Walmart ຟັງ​ຢູ່
ປ. ໂຈ ໄບເດັນກ່າວ​ຢູ່ກອງ​ປະ​ຊຸມ​ກັບ​ພວກ​ຜູ້​ນຳ​ທາງ​ທຸ​ລະ​ກິດກ່ຽວ​ກັບການ​ຊື້​ສິນ​ຄ້າ​ໃນ​ຊ່ວງບຸນປີນີ້ຢູ່​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ທີ 29 ພະ​ຈິກ, 2021, ຂະ​ນະ​ທີ່​ທ່ານ Doug McMillon, CEO ຂອງ Walmart ຟັງ​ຢູ່

"ຂ້າ​ພະ​ເຈົ້າຢາກໄດ້ຍິນຈາກພວກ​ທ່ານ ແຕ່ລະຄົນກ່ຽວກັບສິ່ງທີ່ພວກ​ທ່ານເຫັນ ວ່າ​ເປັນ​ແນວ​ໃດ ໃນລະດູການຂອງບຸນປີນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ທີ່​ກ່າວ​ຕໍ່ບັນ​ດາຜູ້ນໍາ​ທາງທຸລະກິດ.

ຄະ​ນະ​ລັດ​ຖະ​ບານຂອງທ່ານ​ໄບ​ເດັນ ໄດ້ພະຍາຍາມແກ້ໄຂບັນຫາລະບົບ ຕ່ອງໂສ້ການສະຫນອງສິນ​ຄ້າ, ລວມທັງທ່າເຮືອທີ່ມີ​ສິນ​ຄ້າ​ຄ້າງ​ຄາຢ່າງ​ຫລວງຫລາຍ ແລະການຂາດແຄນຄົນຂັບລົດບັນທຸກເພື່ອຂົນສົ່ງສິນຄ້າໄປທົ່ວປະເທດ. ບັນຫາລະບົບຕ່ອງໂສ້ການສະຫນອງສິນ​ຄ້າ, ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນຢ່າງຫຼວງ ຫຼາຍໃນຕົ້ນປີນີ້ ແລະປັດໄຈອື່ນໆ ໄດ້ປະກອບສ່ວນເຮັດໃຫ້ອັດຕາ ເງິນເຟີ້ຂອງສະຫະລັດເພີ່ມຂຶ້ນ.

ທ່ານດັກ ແມັກ​ມິ​ລ​ລຽນ (Doug McMillon), ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງບໍ​ລິ​ສັດ Walmart ກ່າວວ່າ: "ໃນຂະນະທີ່ພວກເຮົາມີຄວາມກັງວົນກ່ຽວກັບລະບົບຕ່ອງໂສ້ການສະຫນອງສິ​ຄ້າ, ພວກເຮົາກໍມີສິນຄ້າຢູ່​ໃນ​ສາງຫຼາຍກວ່າທີ່ພວກເຮົາມີໃນປີທີ່ຜ່ານມາ, ແລະ ພວກເຮົາມີສິນຄ້າໃນ​ສາງຕາມ​ທີ່ພວກເຮົາຕ້ອງການເພື່ອຈະສາ​ມາດສະຫນັບ ສະຫນູນທຸລະກິດ."

ທ່ານ​ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມຜ່ານທາງ​ອອນ​ລາຍ​ນ໌ວ່າ, “ພວກ​ເຮົາ​ກຳ​ລັງ​ເຫັນ​ຄວາມ​ຄືບ​ໜ້າ. ທ່າເຮືອ ແລະຄວາມຫລ້າຊ້າຂອງການຂົນສົ່ງສິ່ງ​ຂອງ​ຕໍ່ ແມ່ນໄດ້ຮັບການປັບປຸງ.” Walmart ໄດ້ເຫັນວ່າ​ມີການຂົນສົ່ງຕູ້ຄອນເທນເນີທີ່ເຂົ້າມາຜ່ານທ່າເຮືອສະຫະລັດເພີ້ມ​ຂຶ້ນ 26 ເປີ​ເຊັນໃນເດືອນແລ້ວນີ້, ອີງຕາມທ່ານ​ແມັກ​ມິ​ລ​ລຽນ.

ປະທານບໍ​ລິ​ສັດ Food Lion, ທ່ານ ເມັກ ແຮມ (Meg Ham) ກ່າວຕໍ່ກອງປະຊຸມວ່າ ລະບົບຕ່ອງໂສ້ການສະຫນອງສິນ​ຄ້າຂອງບໍລິສັດທ່ານ "ມີຄວາມເຂັ້ມແຂງ ແລະທົນ​ທານ, ແລະພວກເຮົາມີຜະລິດຕະພັນອັນອຸດົມສົມບູນຢູ່ໃນຮ້ານຂອງພວກເຮົາເພື່ອໃຫ້ລູກຄ້າເລືອກໄດ້ໃນຊ່ວງວັນບຸນ​ນີ້."

ທຳນຽບຂາວກ່າວວ່າຜູ້ເຂົ້າຮ່ວມອື່ນໆ ໃນກອງປະຊຸມໃນວັນຈັນວານນີ້, ທັງການ​ໄປ​ປາ​ກົດ​ຕົວຢູ່​ບ່ອນປະ​ຊຸມ ແລະການເຂົ້າ​ຮ່ວມ​ທາງ​ອອນ​ລາຍ​ນ໌ ລວມມີ CEO ຂອງບໍ​ລິ​ສັດ Best Buy, Samsung North America, Qurate Retail Group, Todos Supermarket, Etsy, Mattel, CVS Health ແລະ Kroger.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG