ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ພົບປະກັບ ທ່ານ ເອີດູອານ ທ່າມກາງຄວາມເຄັ່ງຕຶງ ທີ່ຍັງມີຢູ່


ປະທານາດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ, ຊ້າຫຼັງ, ລັດຖະມົນຕີການຕ່າງປະເທດ ເມວລຸດ ຊາວູຊອກກລູ, ຊ້າຍ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຂວາຫຼັງ, ແລະ ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ ແອນໂທນີ ບລິງເຄັນ, ປະຊຸມກັນຢູ່ສູນ ລາ ນູໂວລາ, ນະຄອນຫຼວງ ໂຣມ, ອິຕາລີ.
ປະທານາດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ, ຊ້າຫຼັງ, ລັດຖະມົນຕີການຕ່າງປະເທດ ເມວລຸດ ຊາວູຊອກກລູ, ຊ້າຍ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຂວາຫຼັງ, ແລະ ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ ແອນໂທນີ ບລິງເຄັນ, ປະຊຸມກັນຢູ່ສູນ ລາ ນູໂວລາ, ນະຄອນຫຼວງ ໂຣມ, ອິຕາລີ.

ບັນດາເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ “ທຳການເຈລະຈາທີ່ເປັນໝາກຜົນຫຼາຍ” ກັບປະທານາທິບໍດີ ເທີກີ ທ່ານ ໄຕຢິບ ເອີດູອານ (Tayyib Erdogan) ໃນການປະຊຸມນອກກອງປະຊຸມສຸດຍອດ G-20 ໃນນະຄອນຫຼວງ ໂຣມ ເມື່ອວັນອາທິດວານນີ້ ທ່າມກາງຄວາມເຄັ່ງຕຶງທີ່ມີຢູ່ ແລະ ການບໍ່ເຫັນພ້ອມທາງແຜນຍຸດທະສາດລະຫວ່າງລັດຖະບານ ວໍຊິງຕັນ ແລະ ອັງກາຣາ.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ທ່ານປະທານາທິ ບໍດີໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ຄວາມປາຖະໜາຂອງທ່ານທີ່ຈະມີສາຍພົວພັນແບບສ້າງ ສັນກັບ ເທີກີ ແລະ ຊອກຫາວິທີທາງທີ່ມີປະສິດທິພາບ ເພື່ອຈັດການກັບຄວາມບໍ່ເຫັນພ້ອມຂອງພວກເຮົາ.”

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າວ່າ ຫົວຂໍ້ຂອງການສົນທະນາກັນລວມມີ ອັຟການິສຖານ, ຊີເຣຍ, ລີເບຍ, ພາກພື້ນລະຫວ່າງເຂດຊາຍແດນ ຢູໂຣບຕາເວັນອອກ ແລະ ເອເຊຍຕາເວັນຕົກ, ສະພາບອາກາດ, ສິດທິມະນຸດ ພ້ອມກັນກັບການຂໍຊື້ເຮືອບິນລົບ F-16 ຂອງ ສະຫະລັດ ໂດຍ ເທີກີ.

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ກ່າວວ່າ ໃນຫົວຂໍ້ຂອງເຮືອບິນລົບນັ້ນ, ທ່ານ ໄບເດັນ “ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ມັນມີການດຳເນີນຂະບວນການທີ່ພວກເຮົາຕ້ອງໄດ້ເຮັດຢູ່.”

ໃນປີ 2019, ໃນລະຫວ່າງລັດຖະບານຂອງອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ້ນ, ທຳນຽບຫ້າແຈໄດ້ຕັດ ເທີກີ ອອກຈາກໂຄງການເຮືອບິນລົບ F-35 ຍ້ອນເຂົາເຈົ້າໄດ້ຊື້ລະບົບປ້ອງກັນອາກາດ S-400 ຂອງ ຣັດເຊຍ. ຕອນນີ້ລັດຖະບານ ອັງກາຣາ ຢາກຊື້ເຮືອບິນລົບ F-16 ທີ່ຜະລິດໂດຍ ບໍລິສັດ ລັອກຮີດ ມາຕິນ (Lockheed Martin) ຂອງ ສະຫະລັດ 40 ລຳ ແລະ ເຄື່ອງມືທີ່ທັນສະໄໝເກືອບ 80 ຢ່າງສຳລັບເຮືອບິນລົບທີ່ມີຢູ່ຂອງກອງທັບອາກາດນັ້ນ.

ບັນດາສະມາຊິກສະພາ ສະຫະລັດ ໄດ້ຮຽກຮ້ອງໃຫ້ລັດຖະບານທ່ານ ໄບດັນ ບໍ່ຂາຍເຮືອບິນລົບ F-16 ໃຫ້ ເທີີກີ, ໂດຍເວົ້າວ່າ ອັງກາຣາ “ໄດ້ປະພຶດຄືຄູ່ປໍລະປັກ.”

XS
SM
MD
LG