ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ທ່ານໄບເດັນ ພົບປະກັບນາຍົກລັດຖະມົນຕີຈີນ ຢູ່ນອກກອງປະຊຸມກຸ່ມ G20


ປະທານປະເທດສະຫະລັດ ທ່ານໂຈ ໄບເດັນ ກ່າວຄຳປາໄສທີ່ກອງປະຊຸມຖະແຫຼ່ງຂ່າວ ຢູ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ໃນວັນທີ 10 ກັນຍາ 2023. ທ່ານໄບເດັນ ກ່າວວ່າ ໃນຕອນເຊົ້າຂອງມື້ນັ້ນ ຢູ່ນະຄອນຫຼວງ ນິວ ເດລີ ທ່ານ​ໄດ້​ພົບ​ປະ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີຈີນ ທ່ານລີ ຈຽງ (Li Qiang)
ປະທານປະເທດສະຫະລັດ ທ່ານໂຈ ໄບເດັນ ກ່າວຄຳປາໄສທີ່ກອງປະຊຸມຖະແຫຼ່ງຂ່າວ ຢູ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ໃນວັນທີ 10 ກັນຍາ 2023. ທ່ານໄບເດັນ ກ່າວວ່າ ໃນຕອນເຊົ້າຂອງມື້ນັ້ນ ຢູ່ນະຄອນຫຼວງ ນິວ ເດລີ ທ່ານ​ໄດ້​ພົບ​ປະ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີຈີນ ທ່ານລີ ຈຽງ (Li Qiang)

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ທ່ານ​ຍັງ​ມີ​ຄວາມ​ຕັ້ງ​ໃຈ​ ທີ່​ຈະ​ພົບ​ປະ​ກັບປະທານ​ປະ​ເທດ​ຈີນ ​ທ່ານ ສີ ຈິ້ນຜິງ ຫລັງ​ຈາກ​ບໍ່ມີການຕິດຕໍ່ສື່ສານກັນ​ເປັນ​ເວລາກວ່າ 10 ​ເດືອນ​, ​ໃນ​ຂະນະທີ່ທ່ານ​ກ່າວ​ວ່າ ທ່ານ​ໄດ້​ພົບ​ປະ​ກັບ​ຮອງຂອງ​ທ່ານ ສີ ຢູ່ນະຄອນຫຼວງ ນິວ ເດລີ ໃນຕອນເຊົ້າຂອງມື້ນັ້ນ.

“ທີມ​ງານ​ຂອງ​ຂ້າ​ພະ​ເຈົ້າ, ພະ​ນັກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ພົບ​ປະ​ກັບ​ຄະ​ນະຂອງ​ປະ​ທານ​ປະ​ເທດ ສີ" ທ່ານ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນຫຼວງ ຮາ​ໂນ້ຍ ເພື່ອຕອບ​ຄຳ​ຖາມ​ຂອງ​ວີ​ໂອ​ເອ. "ຄວາມຈິງແລ້ວ, ຂ້າພະເຈົ້າໄດ້ພົບກັບບຸກຄົນໝາຍເລກ 2 ຂອງທ່ານ ... ​ຢູ່ປະເທດອິນເດຍ ໃນມື້ນີ້."

"ມັນບໍ່ແມ່ນວ່າມັນຈະມີວິກິດການ ຖ້າຂ້າພະເຈົ້າບໍ່ໂອ້ລົມເປັນການສ່ວນຕົວ" ກັບທ່ານສີ, ຜູ້ທີ່ບໍ່ໄດ້ເຂົ້າຮ່ວມກອງປະຊຸມ G-20 ຂອງຜູ້ນໍາໂລກໃນປະເທດອິນເດຍ. “ມັນຈະດີກວ່າຖ້າຂ້າພະເຈົ້າເຂົ້າຮ່ວມ. ຂ້າພະເຈົ້າຫວັງວ່າຈະໄດ້ພົບທ່ານອີກຄັ້ງໃນໄວໆນີ້.”

ໃນ​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ ທ່ານລີ ຈຽງ (Li Qiang), ທ່ານ​ໄດ້​ກ່າວ​ຕື່ມ​ວ່າ: "ມັນ​ບໍ່​ແມ່ນ​ການ​ປະ​ເຊີນ​ຫນ້າ​ເລີຍ," ແລະ ເວົ້າເສີມວ່າພວກເຂົາ​ເຈົ້າ​ໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ຫມັ້ນ​ຄົງ ​ແລະ​ການເຮັດ​ໃຫ້​ແນ່​ໃຈວ່​າ​ປະ​ເທດກຳລັງ​ພັດ​ທະ​ນາ "ສາມາດ​ເຂົ້າ​ເຖິງ​ການ​ປ່ຽນ​ແປງ."

ແຕ່ທ່ານໄບເດັນ ຕັ້ງຂໍ້ສັງເກດວ່າທ່ານສີ "ຕອນນີ້ມີວຽກເຕັມມື. ທ່ານມີ​ຊາວໝຸ່ມທີ່​ຫວ່າງ​ງານ​ຢ່າງ​ຫຼວງ​ຫຼາຍ​” ​ແລະ​ກ່າວ​ວ່າ​ ຂະ​ແໜງ​ການ​ທີ່​ສຳຄັນ​ຂອງ​ເສດຖະ ກິດ​ຈີນ ເຊິ່ງກໍ່ຄື ອະ​ສັງ​ຫາ​ລິ​ມະ​ຊັບ ກຳລັງຖົດຖອຍ.

"ຂ້າພະເຈົ້າບໍ່ຕ້ອງການທີ່ຈະຈຳກັດ" ການເຕີບໂຕທາງເສດຖະກິດຂອງຈີນ, ທ່ານໄບເດັນ ໄດ້ກ່າວ. “ຂ້າພະເຈົ້າຢາກ​ເຫັນ​ຈີນ​ປະສົບ​ຜົນສຳ​ເລັດ​ທາງ​ດ້ານ​ເສດຖະກິດ, ​ແຕ່​ຢາກ​ເຫັນ​ເຂົາ​ເຈົ້າ​ປະສົບ​ຜົນສຳ​ເລັດ​ຕາມ​ລະບຽບການ” ຂອງບັນທັດຖານສາກົນ.

ຜູ້ນຳ​ສະຫະລັດ​ກ່າວ​ວ່າ ​ເສດຖະກິດ​ຈີນ​ ເຊິ່ງ​ເປັນ​ອັນ​ດັບ​ສອງ​ຂອງໂລກ​ຖັດຈາກ​ສະຫະລັດ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ຍ້ອນຂາດ​ການ​ເຕີບ​ໂຕ ​ໃນລະດັບ
ສາກົນ, ​ແຕ່​ບໍ່ເຫັນ​ວ່າ​ມັນ​ຈະນຳໄປສູ່​ການຂັດແຍ້ງ​ດ້ວຍ​ກຳລັງ​ອາວຸດ​ຕໍ່​ໄຕ້​ຫວັນ ​ເຊິ່ງ​ເປັນ​ເຂດ​ປົກຄອງ​ຕົນ​ເອງ ​ທີ່​ຈີນ​ອ້າງວ່າ ​ເປັນສ່ວນນຶ່ງ​ຂອງປັກ​ກິ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG