ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ພົບປະກັບ 5 ບັນດາຜູ້ນຳເອເຊຍກາງ ຢູ່ນອກກອງປະຊຸມ ສະຫະປະຊາຊາດ


ບັນດາຜູ້ນຳເອເຊຍກາງ ແລະພວກເຈົ້າໜ້າທີ່ສະຫະລັດ ພົບປະກັບປະທານາທິບໍດີສະຫະລັດ ທ່ານໂຈໄບເດັນ ແລະລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ້ ບລິງເຄັນ ວັນທີ 19 ກັນຍາ 2023
ບັນດາຜູ້ນຳເອເຊຍກາງ ແລະພວກເຈົ້າໜ້າທີ່ສະຫະລັດ ພົບປະກັບປະທານາທິບໍດີສະຫະລັດ ທ່ານໂຈໄບເດັນ ແລະລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ້ ບລິງເຄັນ ວັນທີ 19 ກັນຍາ 2023

ປະທານາທິບໍດີໂຈ ໄບເດັນ ຫັນໜ້າຂອງວໍຊິງຕັນໄປສູ່ເອເຊຍກາງ ຂົງເຂດນຶ່ງ ທີ່ປະ​ເທດຕາເວັນຕົກ​ຖືກກ່າວຫາມາເປັນເວລານານແລ້ວ ໄດ້ແນມເບິ່ງ​ຂ້າມໃນຄວາມພະຍາຍາມ​ເພື່ອ​ເສີມ​ຂະ​ຫຍາຍ​ສາຍພັນກັບ​ບັນ​ດາ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກທະ​ເລ ຕັ້ງ​ຢູ່​ລະ​ຫວ່າງ​ກາງຣັດເຊຍ ແລະຈີນ.

ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານວານນີ້ ປະ ທານາທິບໍດີໄບເດັນ ໄດ້ພົບປະກັບບັນດາຜູ້ນຳກາຊັກສະຖານ ກຽກກິສຖານ ຕາຈິກກິສຖານ ເທິກເມນິສຖານແລະອຸສເບັກກິສຖານ. ອະດີດບັນດາ​ສາ​ທາ​ລະ​ນະ​ລັດ​ຂອງໂຊຫວຽດ ໄດ້ສືບຕໍ່ພົວພັນ​ດ້ານຄວາມໝັ້ນ​ຄົງກັບຣັດເຊຍ ແລະ​ມີ​ການ​ຂະ​ຫຍາຍ​ທາງ​ດ້ານເສດຖະກິດ ແລະຜູກສຳພັນການທູດກັບຈີນ ແລະວັດທະນາທຳອັນຍິ່ງໃຫຍ່ ແລະປະຫວັດສາດທີ່ສຳຄັນ ອັນເປັນເສັ້ນເລືອດ ຂອງຫົນທາງສາຍໄໝ ​ຊຶ່ງ​ເປັນ​ເສັ້ນ​ທາງ​ການ​ຄ້າໃນ​ສະ​ໄໝໂບຮານຂອງ​ຢູ​ໂຣບ​ເອເຊຍ ທີ່ໄດ້ເຊື່ອມຕໍ່ຕາເວັນອອກ ແລະຕາເວັນຕົກເປັນເວລາ 1,500 ປີ​ມາ​ແລ້ວ.

ທ່ານໄບເດັນ ໄດ້ບັນລະຍາຍການພົບປະນີ້ວ່າ ເປັນ​ກຸ່ມ C5+1 ຢູ່ເທິງເວທີການທູດ ທີ່ໄດ້ຈັດເປັນເທື່ອທຳອິດຢູ່ໃນລະດັບນີ້ ເປັນ “ໂອ​ກາດ​ທາງປະຫວັດສາດສ້າງຕັ້ງ ​ສືບ​ສານ​ຕໍ່ມາ​ເປັນ​ເວ​ລາຫລາຍປີຂອງການຮ່ວມມື​ທີ່ໃກ້​ຊິດ.”

“ມື້ນີ້ ພວກເຮົາ​ນຳເອົາການຮ່ວມມື​ກ້າວສູ່ລະດັບສູງໃໝ່” ທ່ານໄບເດັນ ໄດ້ກ່າວ ​ໂດຍໃຫ້ຂໍ້ສັງເກດ​ໃນຄວາມພະຍາຍາມ ທີ່ຈະຮວມທັງການ​ເສີມ​ຂະ​ຫຍາຍ​ການຮ່ວມມື ຕໍ່ຕ້ານການກໍ່ການຮ້າຍ ແລະເພີ້ມທຶນ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງຢູ່ໃນຂົງເຂດ ການເຊື່ອມຕໍ່ທຸລະກິດໃໝ່ ກັບພາກສ່ວນເອກ​ກະ​ຊົນ​ຂອງສະຫະ ລັດ ແລະໂອກາດການສົນທະນາທີ່​ເປັນ​ໄປ​ໄດ້​ໃນ​ດ້ານແຮ່ທາດທີ່ສຳຄັນໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG