ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງສະຫະລັດ ແລະ ປະເທດໃນຢູໂຣບ ປຸ້ມລຸມກັນ ເພື່ອຕໍ່ຕ້ານໄພຂົ່ມຂູ່ໃນການບຸກລຸກ ຂອງຣັດເຊຍ


ປະທານາທິບໍດີ ສຫລ ໂຈ ໄບເດັນ ເຫັນໄດ້ຢູ່ໃນພາບແຈກຢາຍ ຂອງທຳນຽບຂາວ ໃນຂະນະທີ່ທ່ານໂອ້ລົມກັບບັນດາຜູ້ນຳຂອງປະເທດໃນຢູໂຣບ ກ່ຽວກັບ ຣັດເຊຍ ແລະສະຖານະການໃນຢູເຄຣນ ລະຫວ່າງກອງປະຊຸມທາງວີດີໂອທີ່ປິດລັບ ຢູ່ໃນຫ້ອງສະຖານະການຂອງທຳນຽບຂາວ, ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 24 ມັງກອນ 2022.
ປະທານາທິບໍດີ ສຫລ ໂຈ ໄບເດັນ ເຫັນໄດ້ຢູ່ໃນພາບແຈກຢາຍ ຂອງທຳນຽບຂາວ ໃນຂະນະທີ່ທ່ານໂອ້ລົມກັບບັນດາຜູ້ນຳຂອງປະເທດໃນຢູໂຣບ ກ່ຽວກັບ ຣັດເຊຍ ແລະສະຖານະການໃນຢູເຄຣນ ລະຫວ່າງກອງປະຊຸມທາງວີດີໂອທີ່ປິດລັບ ຢູ່ໃນຫ້ອງສະຖານະການຂອງທຳນຽບຂາວ, ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 24 ມັງກອນ 2022.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ພົບປະທາງອອນໄລນ໌ ກັບບັນດາຜູ້ນຳຂອງປະເທດຢູໂຣບ ໃນຕອນບ່າຍວັນຈັນວານນີ້ ກ່ຽວກັບໄພຂົ່ມຂູ່ໃນການບຸກລຸກຢູເຄຣນຂອງຣັດເຊຍ ທີ່ຍັງມີຢູ່​ຕໍ່​ມາ ໃນຂະນະທີ່ທ່ານຊັ່ງຊາເບິ່ງວ່າ ຈະສົ່ງກຳລັງທະຫານ ສະຫະລັດ ຫຼາຍພັນຄົນໄປຍັງເຂດທະ​ເລ ບາລຕິກ ແລະ ຢູໂຣບຕາເວັນອອກ ຫຼືບໍ່.

ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກໄດ້ເປັນເຈົ້າພາບ ຈັດການໂອ້ລົມທາງວີດີໂອ ທີ່ປິດລັບກັບບັນດາຜູ້ນຳຂອງປະເທດພັນທະມິດຈາກຢູໂຣບ ຈາກສະຫະພາບຢູໂຣບ ແລະ ອົງການເນໂຕ້ ວ່າ “ຂ້າພະເຈົ້າໄດ້ມີການປະຊຸມທີ່ດີແທ້ໆເລີຍ-ໂດຍເປັນເອກະພາບກັນລວມທັງໝົດ ກັບບັນດາຜູ້ນຳຂອງປະເທດໃນຢູໂຣບ.”

ສຳນັກງານຂອງນາຍົກລັດຖະມົນຕີບໍຣິສ ຈອນສັນ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ທີ່ສະໜັບສະໜຸນການລວບລວມຂອງທ່ານໄບເດັນ ໂດຍກ່າວວ່າ “ບັນດາຜູ້ນຳເຫັນດີເຫັນພ້ອມ ເຖິງຄວາມສຳຄັນຂອງຄວາມສາມັກຄີກັນ ລະ ຫວ່າງປະເທດ ໃນການປະເຊີນໜ້າກັບການຮຸກຮານຂອງຣັດເຊຍທີ່ເພີ້ມຂຶ້ນນັບມື້.”

ທ່ານໄບເດັນ ຍັງບໍ່ໄດ້ຕັດສິນໃຈວ່າ ຈະເຄື່ອນຍ້າຍອຸປະກອນ ແລະກຳລັງທະຫານຂອງສະຫະລັດ ເຂົ້າໄປໃກ້ໆຣັດເຊຍ ຫຼືບໍ່. ແຕ່ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ກ່າວ ກ່ອນໜ້າຂອງກອງປະຊຸມກັບບັນດາເຈົ້າໜ້າທີ່ຂອງປະເທດຢູໂຣບ ວ່າ ສະຫະລັດ “ໄດ້ກ່າວຢູ່ສະເໝີວ່າ ພວກເຮົາຈະສະໜັບສະໜຸນພັນທະມິດທາງກ້ຳຕາເວັນອອກ” ທີ່ຕິດກັບຣັດເຊຍ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ລອຍດ໌ ອອສຕິນ ໄດ້ສັ່ງການໃຫ້ກຳລັງທະຫານສະຫະລັດ 8,500 ຄົນໃຫ້ຢູ່ໃນ “ສະພາບຕຽມພ້ອມສູງ” ຂອງການຖືກສົ່ງໄປຍັງເຂດຢູໂຣບຕາເວັນອອກ ບ່ອນທີ່ພວກເຂົາສ່ວນໃຫຍ່ ອາດຖືກສັ່ງໃຫ້ປະຕິບັດການ ອັນເປັນພາກສ່ວນນຶ່ງຂອງກຳລັງຕອບໂຕ້ຂອງອົງການເນໂຕ້ ຖ້າຫາກ ຣັດເຊຍ ບຸກລຸກ ຢູເຄຣນ.

“ມັນເປັນທີ່ຈະແຈ້ງວ່າ ພວກຣັດເຊຍບໍ່ມີເຈດຕະນາທີ່ຈະຫລຸດຜ່ອນຄວາມເຄັ່ງຕຶງ ໃນເວລານີ້” ທ່ານຈອນ ເຄີບີ ໂຄສົກທຳນຽບຫ້າແຈ ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານກ່າວອີກວ່າ “ເຖິງຢ່າງໃດກໍຕາມ ສິ່ງທີ່ອັນນີ້ກ່ຽວຂ້ອງ ກໍແມ່ນການຄ້ຳປະກັນໃຫ້ກັບພັນທະມິດເນໂຕ້ຂອງພວກເຮົາ.”

ໂຄສົກວັງເຄຣມລິນ ດີມິທຣີ ເປສຄອຟ ໄດ້ກ່າວຫາ ສະຫະລັດ ແລະພັນທະມິດເນໂຕ້ ໃນການທະວີຄວາມເຄັ່ງຕຶງ.

ທຳນຽບຂາວ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ຫຼັງຈາກກອງປະຊຸມທີ່ໄດ້ກ່າວວ່າ “ບັນດາຜູ້ນຳ ຍັງໄດ້ປຶກສາຫາລືຄວາມພະຍາຍາມຮ່ວມກັນຂອງພວກເຂົາເຈົ້າ ເພື່ອສະກັດກັ້ນການຮຸກຮານຂອງຣັດເຊຍຕໍ່ຢູເຄຣນ ທີ່ລວມມີການກະກຽມເພື່ອວາງມາດຕະການລົງໂທດຂອງຜົນສະທ້ອນຂະໜາດໃຫຍ່ ແລະຜົນເສຍຫາຍດ້ານເສດຖະກິດຢ່າງຮ້າຍແຮງຕໍ່ ຣັດເຊຍ ໃນການກະທຳດັ່ງກ່າວ ພ້ອມທັງການເສີມຂະຫຍາຍດ້ານຄວາມປອດໄພທາງກ້ຳຕາເວັນອອກຂອງອົງການເນໂຕ ອີກດ້ວຍ.”

White House Girds for Possible Russia Action in Ukraine
please wait

No media source currently available

0:00 0:03:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG