ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເຈ​ລະ​ຈາ​ເລື້ອງ​ໜີ​້ສິນ ‘ມີ​ໝາກ​ຜົນ​ດີ' ແຕ່​ຍັງ​ບໍ່​ທັນ​ຕົກ​ລົງກັນໄດ້ ​ເທື່ອ


(ພາບ​ໃນ​ແຟ​ມ) ປະ​ທາ​ນາ​ທິ​ບໍ​ດິໂຈ ໄບ​ເດັນ ລົມ​ກັບ ປະທານສະພາຕ່ຳ, ທ່ານເຄວິນ ແມັກ​ຄາ​ທີ ຢູ່​ຂັ້ນ​ໃດ​ຂຶ້ນ​ຂອງ​ສະ​ພາ​ຕ່ຳໃນ​ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ໃນ​ວັນທີ 17 ມີ​ນາ, 2023
(ພາບ​ໃນ​ແຟ​ມ) ປະ​ທາ​ນາ​ທິ​ບໍ​ດິໂຈ ໄບ​ເດັນ ລົມ​ກັບ ປະທານສະພາຕ່ຳ, ທ່ານເຄວິນ ແມັກ​ຄາ​ທີ ຢູ່​ຂັ້ນ​ໃດ​ຂຶ້ນ​ຂອງ​ສະ​ພາ​ຕ່ຳໃນ​ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ໃນ​ວັນທີ 17 ມີ​ນາ, 2023
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ແລະປະທານສະພາຕ່ຳ, ທ່ານເຄວິນ ແມັກ​ຄາ​ທີ ໄດ້ພົບປະກັນອີກເທື່ອນຶ່ງ ໃນວັນຈັນວານນີ້ ເພື່ອໂອ້ລົມກັນຢ່າງ​ເຄັ່ງ​ເຂັມ ​ຢູ່ຫ້ອງການຮູບຊົງໄຂ່ຂອງ​ທຳ​ນຽບ​ຂາວ ກ່ຽວກັບການຍົກຂີດຈຳກັດ ການກູ້ຢືມເງິນ ຂອງລັດຖະບານໃຫ້​ສູງ​ຂຶ້ນ — ແລະອີກເທື່ອນຶ່ງບໍ່ໄດ້ມີ​ການບັນລຸຂໍ້ຕົກລົງຫຍັງກັນ ເລີຍ — ຍ້ອນວ່າລັດຖະບານສະຫະລັດມອງຂ້າມກຳ​ນົດເສັ້ນຕາຍ ທີ່​ຍັບ​ໃກ້ເຂົ້າມາ ສຳລັບການນັດໝາຍ​ໃນ​ການ​ໃຊ້​ໜີ້ຄັ້ງທຳອິດຂອງ​ປະ​ເທດ.

ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານນາງແຈນ​ເນັດ ແຢ​ລ​ເລນ ໃນຈົດ ໝາຍທີ່​ຂຽນເຖິງບັນດາຜູ້ນຳລັດຖະສະພາ ໃນວັນຈັນວານນີ້ ເວົ້າວ່າ ລັດຖະບານສາ ມາດຜິດ​ນັດ ໃນ​ດ້ານໜີ້ສິນຂອງຕົນໄດ້ນັ​ບຕັ້ງແຕ່ວັນທີ 1 ມິຖຸນາ ເປັນຕົ້ນໄປ ແລະ ກ່າວເຕືອນວ່າ ແມ່ນແຕ່ຈະລໍຖ້າຈົນໃກ້ຈະ​ຮອດເວລານັ້ນຈຶ່ງບັນລຸຂໍ້ຕົກລົງ “ກໍ​ຍັງອາດ ເຮັດໃຫ້ເກີດອັນຕະລາຍຮ້າຍແຮງ ຕໍ່ທຸລະກິດ ແລະຄວາມເຊື່ອຫມັ້ນ ຂອງຜູ້ບໍລິໂພກ, ເພີ່ມຄ່າໃຊ້ຈ່າຍໃນການກູ້ຢືມເງິນໄລຍະສັ້ນ ສໍາລັບຜູ້ເສຍພາສີ, ແລະສົ່ງຜົນກະທົບ ທາງລົບ ຕໍ່ການຈັດອັນດັບຄວາມ​ໜ້າເຊື່ອຖືຂອງສະຫະລັດ.”

ໃນວັນຈັນວານນີ້ ຂະນະທີ່ທ່ານ​ໄບ​ເດັນ ແລະທ່ານ​ແມັກ​ຄາ​ທີ ນັ່ງລົງເພື່ອພົບ​ປະກັນ ອີກຄັ້ງນຶ່ງ ທ່ານປະທານາທິບໍດີກ່າວວ່າ ການທີ່ບໍ່​ເອົາ​ບ​າດ​ກ້າວ​ອັນ​ໃດ ສາ​ມາ​ດ​ເຮັດ​ໃຫ້​ເກີດຜົນສະທ້ອນຕາມ​ມາ​ອັນ​ຢ່າງໃຫຍ່ຫລວງໄດ້.
ທ່ານໄບ​ເດັນ, ຜູ້ທີ່ຕັດໄລຍະການເດີນທາງໄປຕ່າງປະເທດລົງ ເພື່ອກັບຄືນມາວໍຊິງຕັນ ສຳ​ລັບ​ການເຈລະຈາເລື້ອງໜີ້ສິນນັ້ນກ່າວວ່າ "ປະຊາຊົນອາເມຣິ​ກັນ ຈະໄດ້​ຮັບຜົນກະ​ທົບ ຢ່າງແທ້ຈິງ ໃນຄວາມ​ເປັນ​ຢູ່ທາງເສດຖະກິດຂອງເຂົາເຈົ້າ." ທ່ານກ່າວ​ອີກວ່າ "​ທີ່ຈິງແລ້ວ ສ່ວນທີ່ເຫຼືອຂອງໂລກ ກໍ່ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ເຊັ່ນກັນ."

ທ່ານ​ໄບ​ເດັນ ແລະທ່ານ​ແມັກ​ຄາ​ທີ ໄດ້ພົບປະກັນສາມຄັ້ງແລ້ວ ໃນໄລ​ຍະ​ສອງ​ສາມ​ອາທິດຜ່ານມານີ້ ຊຶ່ງແຕ່ລະຄັ້ງກໍບໍ່ໄດ້ປະກາດຂໍ້ຕົກລົງຫຍັງ​ເລີຍຫຼັງຈາກພົບ​ກັນ​ແລ້ວ.

ເບິ່ງວີ​ດິ​ໂອ​ກ່ຽວ​ຂ​້ອງ​ກັບ​ຂ່າວນີ້ ໂດຍນັກ​ຂ່າວ​ວີ​ໂອ​ເອ VOA's Veronica Balderas

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG