ອະດີດ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ພັນລະ
ນາເຖິງເພື່ອນເກົ່າຂອງທ່ານ ມື້ລາງສະມາຊິກສະພາສູງຈອນ ແມັກເຄນວ່າ ເປັນບຸກ
ຄົນທີ່ດຳລົງຊີວິດຢູ່ດ້ວຍກົດແຫ່ງກຽດສັກສີທີ່ເປັນອຳມະຕະ ຄວາມກ້າຫານແລະໜ້າ
ທີ່ໃນການຮັບໃຊ້ປະເທດຊາດຂອງທ່ານ.
ທ່ານໄບເດັນ ໄດ້ກ່າວຢູ່ໃນພິທີໄວ້ອາໄລ ໃຫ້ແກ່ທ່ານຈອນ ແມັກເຄນ ອາຍຸ 81 ປີ ທີ່ນະຄອນຟີນິກສ໌ ເມືອງເອກ ຂອງລັດອາຣີໂຊນາ ທາງພາກຕາເວັນຕົກສຽງໃຕ້
ຂອງສະຫະລັດ ທີ່ທ່ານໄດ້ຮັບໃຊ້ເປັນສະມາຊິກລັດຖະສະພາຂອງລັດດັ່ງກ່າວມາ
ໄດ້ດົນກວ່າ 3 ທົດສະວັດນັ້ນວ່າ “ຄຸນນະສົມບັດ ແມ່ນໂຊກຊະຕາ ທ່ານຈອນແມ່ນ
ເປັນບຸກຄົນທີ່ມີຄຸນນະສົມບັດ.”
ໃນການໄວ້ອາໄລຫຼ້າສຸດ ໃຫ້ແກ່ສະມາຊິກສະພາສູງ ທີ່ຮັບໃຊ້ປະເທດຊາດມາເປັນ
ເວລາດົນນານ ແລະວີລະຊົນຈາກສົງຄາມ ທີ່ໄດ້ເສຍຊີວິດ ໃນວັນທ້າຍສັບປະດາທີ່
ຜ່ານມາ ຫຼັງຈາກໄດ້ຕໍ່ສູ້ກັບໂຣກມະເຮັງໃນສະໝອງມາເປັນເວລາດົນນານແລ້ວນັ້ນ ທ່ານໄບເດັນ ທີ່ສັງກັດພັກເດໂມແຄຣັດ ກ່າວວ່າ ຄວາມສຳພັນຂອງທ່ານ ກັບທ່ານ
ແມັກເຄນ ຊຶ່ງເປັນສະມາຊິກພັກຣີພັບບລີກັນນັ້ນແມ່ນຫຼາຍໄປກວ່າການບໍ່ລົງລອຍ
ກັນທາງດ້ານການເມືອງ.
ທ່ານໄບເດັນ ກ່າວຕື່ມວ່າ “ກົດໃນການປະພຶດປະຕິບັດ ຂອງທ່ານຈອນ ແມ່ນເປັນອຳ
ມະຕະ. ບ່ອນທີ່ທ່ານຈະແຍກ ຈາກການເປັນເພື່ອນກັບທ່ານ ຖ້າທ່ານ ຫາກຂາດການ
ປະພຶດທີ່ດີ ມີສິນທຳ ອັນເປັນທີ່ຍອມຮັບ ຂອງສັງຄົມ. ທ່ານຈະບໍ່ຮັບເອົາ ການໃຊ້ອຳ
ນາດໄປໃນທາງຜິດ ໃດໆກໍຕາມ.
ທ່ານໄບເດັນເວົ້າວ່າ “ທ່ານຈອນເຊື່ອຢ່າງໜັກແໜ້ນ ໃນຈິດວິນຍານຂອງອາເມຣິກາ.
ຄວາມເຊື່ອຂອງທ່ານກໍຄືວ່າ ອາເມຣິກາສາມາດເຮັດສິ່ງໃດກໍໄດ້.”
ທ່ານໄບເດັນກ່າວວ່າ “ທ່ານຈອນເປັນວິລະຊົນດ້ວຍອຸບປະນິໄສ ຄວາມກ້າຫານ ແລະ
ກຽດສັກສີ ແຕ່ການມີຄວາມຫວັງ ໄປໃນແງ່ດີຂອງທ່ານ ແມ່ນສິ່ງທີ່ເຮັດໃຫ້ ທ່ານຈອນ
ຍິ່ງໃຫຍ່ກວ່າບຸກຄົນໃດໆໃນໝູ່ຂອງພວກເຮົາ. ທ່ານຈອນເຊື່ອໃນພວກເຮົາ ທ່ານຈອນ
ເຊື່ອໃນປະຊາຊົນອາເມຣິກັນ.”
ທ່ານໄບເດັນ ເຄີຍເຮັດວຽກເປັນເວລາຫຼາຍໆ ຮ່ວມກັບທ່ານຈອນ ແມັກເຄນ ຢູ່ໃນສະ
ພາສູງ ກ່ອນຈະໄດ້ຊະນະຕຳແໜ່ງຮອງປະທານາທິບໍດີ ພາຍໃຕ້ອະດີດປະທານາທິບໍ
ດີບາຣັກ ໂອບາມາ ທີ່ເອົາຊະນະທ່ານແມັກເຄນຊຶ່ງເປັນຜູ້ລົງສະໝັກແຂ່ງຂັນຂອງພັກ
ຣີພັບບລີກັນ ໃນການເລືອກຕັ້ງປະທານາທິບໍດີ ປີ 2008.
ວັນພະຫັດວານນີ້ ແມ່ນວັນໄວ້ອາໄລ ມື້ທີ 2 ຂອງຈຳນວນ ທັງໝົດ 5 ມື້ ແລະ ກໍເປັນ
ການສະເຫຼີມສະຫຼອງ ກ່ຽວກັບຊີວິດ ຂອງທ່ານແມັກເຄນ ການຖືກຈັບ ເປັນຊະເລີຍ
ເສິກຂອງຫວຽດນາມເໜືອເປັນເວລາ 5 ປີເຄິ່ງໃນລະຫວ່າງສົງຄາມຫວຽດນາມເມື່ອ
ຊຸມປີ 1960 ການຮັບໃຊ້ເປັນເວລາດົນນານ ຢູ່ໃນລັດຖະສະພາຂອງທ່ານ ການລົງ
ສະໝັກແຂ່ງຂັນ ເປັນປະທານາທິບໍດີ ແຕ່ບໍ່ສຳເລັດຜົນ 2 ເທື່ອ ໃນປີ 2008 ແລະປີ
2000 ເວລາທ່ານເສຍໄຊໃຫ້ແກ່ຜູ້ສະໝັກຂອງພັກຣີພັບບລີກັນຊຶ່ງໃນທີ່ສຸດກໍໄດ້ຊະ
ນະຕຳແໜ່ງ ຄື ອະດີດປະທານາທິບໍດີຈອຣຈ໌ ດັບ ເບິນຢູ ບຸຊ.
ດັ່ງທີ່ທ່ານໄດ້ວາງແຜນໄວ້ກ່ຽວກັບພິທີສົ່ງສະການຂອງທ່ານນັ້ນ ທ່ານແມັກເຄນໄດ້ຮ້ອງ
ຂໍໃຫ້ທັງອະດີດປະທານາທິບໍດີໂອບາມາ ແລະປະທານາທິບໍດີບຸຊ ໄປກ່າວສະດຸດີ ໃນພິ
ທີໄວ້ອາໄລ ຢູ່ທີ່ໂບດໃຫຍ່ແຫ່ງຊາດຂອງສະຫະລັດ ໃນວັນເສົາມື້ອື່ນນີ້.
ຫລັງຈາກພິທີໄວ້ອາໄລທີ່ນະຄອນຟີນິກສ໌ແລ້ວ ສົບຂອງທ່ານແມັກເຄນ ກໍໄດ້ຖືກສົ່ງມາ
ຍັງນະຄອນຫຼວງວໍຊິງຕັນ ແລະໃນວັນສຸກມື້ນີ້ ຈະຖືກນຳໄປດອຍໄວ້ທີ່ຕຶກລັດຖະສະພາ
ໃນຫ້ອງໂຖງ ທີ່ເອີ້ນວ່າ Capitol Rotunda ເພື່ອຈັດພິທີໄວ້ອາໄລອີກເທື່ອນຶ່ງ ກ່ຽວກັບ
ຊີວິດແລະການຮັບໃຊ້ຢູ່ໃນລັດຖະບານຂອງທ່ານ.
ສົບທ່ານແມັກເຄນ ຈະຖືກນຳໄປຝັງ ທີ່ວິທະຍາຄານທະຫານເຮືອຢູ່ເມືອງອານາໂປລິສ
ລັດແມຣີແລນ.