ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໄບເດັນ ແລະ ປ. ມາກຣົງ ຈະພົບປະກັນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ຍ້ອນການຂາຍເຮືອດຳນ້ຳ ໃຫ້ອອສເຕຣເລຍ


ພາບຖ່າຍນີ້ສະໜອງໂດຍກອງທັບເຮືອສະຫະລັດ ສະແດງໃຫ້ເຫັນເຮືອດຳນ້ຳ ກຳລັງແລ່ນອອກຈາກທ່າເຮືອຖານທັບຮ່ວມຂອງສະຫະລັດ (Joint Base Pearl Harbor-Hickam), ວັນທີ 1 ກັນຍາ 2021.
ພາບຖ່າຍນີ້ສະໜອງໂດຍກອງທັບເຮືອສະຫະລັດ ສະແດງໃຫ້ເຫັນເຮືອດຳນ້ຳ ກຳລັງແລ່ນອອກຈາກທ່າເຮືອຖານທັບຮ່ວມຂອງສະຫະລັດ (Joint Base Pearl Harbor-Hickam), ວັນທີ 1 ກັນຍາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານາທິບໍດີຝຣັ່ງ ທ່ານເອັມແມນູແອລ ມາກຣົງ ໄດ້ຕົກລົງທີ່ຈະພົບປະກັນດ້ວຍຕົນເອງໃນເດືອນໜ້ານີ້ຢູ່ໃນຢູໂຣບ ຫຼັງຈາກທີ່ໄດ້ໂທລະສັບລົມກັນ ຊຶ່ງພວກເພິ່ນຫາທາງທີ່ຈະຜ່ອນຄາຍຄວາມເຄັ່ງຕຶງ ຍ້ອນຂໍ້ຕົກລົງກ່ຽວກັບເຮືອດຳນ້ຳທີ່ກາຍເປັນເລື້ອງໄດ້ຮັບຄວາມສົນໃຈຢ່າງສູງ.

ຖະແຫລງການຂອງທຳນຽບຂາວ ຫຼັງຈາກການໂອ້ລົມທາງໂທລະສັບແລ້ວນັ້ນ ກໍໄດ້ສະແດງຄວາມເສຍໃຈ ໃນການຮັບມືກັບຂໍ້ຕົກລົງນັ້ນ ຊຶ່ງສະຫະລັດແລະອັງກິດ ຈະຂາຍເຮືອດຳນ້ຳພະລັງນິວເຄລຍຢ່າງໜ້ອຍແປດລຳ ໃຫ້ແກ່ອອສເຕຣເລຍ. ອັນນັ້ນໄດ້ກະຕຸ້ນໃຫ້ ແຄນເບີຣາຍົກເລີກສັນຍາໃນ ປີ 2016 ເພື່ອຊື້ເຮືອດຳນ້ຳທີ່ແລ່ນດ້ວຍນ້ຳມັນກາຊວນແລະໄຟຟ້າ ລຸ້ນທຳມະດາ 12 ລຳ ມູນຄ່າ 66 ຕື້ໂດລາ ຈາກບໍລິສັດທີ່ເປັນລັດວິສາຫະກິດໂດຍສ່ວນໃຫຍ່ຂອງຝຣັ່ງທີ່ກຸ່ມອຸດສາຫະກຳຜະລິດເຮືອເປັນເຈົ້າຂອງນັ້ນ.

ຖະແຫລງການຂອງທຳນຽບຂາວ ກ່າວວ່າ “ຜູ້ນຳທັງສອງໄດ້ເຫັນດີນຳກັນວ່າ ສະຖານະການຄວນໄດ້ຮັບປະໂຫຍດຈາກການປຶກສາຫາລືຢ່າງເປີດເຜີຍ ພາຍໃນກຸ່ມພັນທະມິດ ກ່ຽວກັບເລື້ອງຜົນປະໂຍດດ້ານຍຸດທະສາດຕໍ່ຝຣັ່ງແລະຄູ່ພາຄີຂອງພວກເຮົາຈາກປະເທດໃນຢູໂຣບ.”

ຖະແຫລງການກ່າວອີກວ່າ “ປະທານາທິບໍດີ ໄບເດັນ ໄດ້ສະແດງຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງຂອງທ່ານໃນເລື້ອງນັ້ນ.”

ປະທານາທິບໍດີ ທັງສອງທ່ານ ຈະພົບປະກັນໃນທ້າຍເດືອນຕຸລາ ພ້ອມທັງມີກຳນົດຈະເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ 20 ປະເທດ ຢູ່ທີ່ນະຄອນໂຣມ ໃນເວລານັ້ນ.

ທຳນຽບຂາວໄດ້ກ່າວວ່າ “ຜູ້ນຳທັງສອງໄດ້ຕັດສິນໃຈ ເປີດຂັ້ນຕອນຂອງການປຶກສາຫາລືກັນຢ່າງເລິກເຊິ່ງ ທີ່ແນໃສ່ສ້າງເງື່ອນໄຂເພື່ອຮັບປະກັນຄວາມໝັ້ນໃຈແລະສະເໜີມາດຕະການທີ່ເປັນຮູບປະທຳ ເພື່ອບັນລຸວັດຖຸປະສົງຮ່ວມກັນ.” ແຕ່ຖະແຫລງການດັ່ງກ່າວ ບໍ່ໄດ້ໃຫ້ລາຍລະອຽດໃດໆ.

ທ່ານມາກຣົງ ໄດ້ຮຽກໂຕເອກອັກຄະລັດຖະທູດປະຈຳວໍຊິງຕັນ ທ່ານຟີລລິບ ເອຈຽນ (Phillippe Etienne) ກັບຄືນມາປາຣີ ຫຼັງຈາກທີ່ຂໍ້ຕົກລົງຊື້ເຮືອດຳນ້ຳ ຂອງອອສເຕຣເລຍ ໄດ້ຖືກປະກາດອອກມາ. ແຕ່ທຳນຽບຂາວ ໄດ້ກ່າວວ່າ ທ່ານມາກຣົງ ໄດ້ຕັດສິນໃຈວ່າ ທ່ານເອຈຽນ ຈະກັບຄືນມາວໍຊິງຕັນ ໃນອາທິດໜ້າ ແລະ “ຕໍ່ຈາກນັ້ນ ກໍຈະເລີ້ມເຮັດວຽກໜັກກັບບັນດາເຈົ້າໜ້າທີ່ອາວຸໂສຂອງສະຫະລັດ.”

ຝຣັ່ງ ບໍ່ພໍໃຈຍ້ອນວ່າໄດ້ສູນເສຍຂໍ້ຕົກລົງກັບອອສເຕຣເລຍ ແຕ່ລັດຖະມົນຕີການຕ່າງປະເທດຂອງຝຣັ່ງ ທ່ານຊັງ-ອີເວັສ ເລີ ດຣຽນ ໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບສິ່ງທີ່ທ່ານໄດ້ຖືວ່າ ເປັນ “ການຫຼອກລວງ” ໂດຍນຶ່ງໃນບັນດາພັນທະມິດທີ່ເກົ່າແກ່ທີ່ສຸດຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG