ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບ​ເດັນ ກຳ​ລັງຫາ​ທາງ ​ກ່າວ​ອ້າງ​ເຖິງ​ຜ​ົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ ຫລັງ​ຈາກ​ກ່າວ​ຄຳ​ປາ​ໄສ ​ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ ​ຂອງ​ທ່ານແລ້ວ 


ປ. ໂຈ ໄບ​ເດັນກ່າວ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ທ່ານ​ຢາກ​ເຮັດ ຢູ່​ສູນ​ຝຶກ​ອົບ​ຮົມ LIUNA Training, ວັນ​ທີ 8 ກຸມ​ພາ, 2023, ໃນ​ເມືອງ DeForest, ລັດ​ວິ​ສ​ຄອນ​ຊິນ
ປ. ໂຈ ໄບ​ເດັນກ່າວ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ທ່ານ​ຢາກ​ເຮັດ ຢູ່​ສູນ​ຝຶກ​ອົບ​ຮົມ LIUNA Training, ວັນ​ທີ 8 ກຸມ​ພາ, 2023, ໃນ​ເມືອງ DeForest, ລັດ​ວິ​ສ​ຄອນ​ຊິນ

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ຫລັງ​ຈາກກ່າວຄຳປາໄສ ຕໍ່ລັດຖະ​ສະ​ພາ ແລະ​ປະ​ເທດ​ຊາດ ຂອງທ່ານ ແລ້ວ ໃນວັນພຸດວານນີ້ ກໍໄດ້ເດີນທາງໄປຍັງລັດວິ​ສ​ຄອນ​ຊິນ ທາງພາກຕາເວັນຕົກຕອນກາງຂອງ​ປະ​ເທດ ເພື່ອບອກເຖິງສິ່ງທີ່​ທ່ານເຫັນວ່າ ມີ ຄວາມກ້າວໜ້າ ທາງດ້ານເສດຖະກິດຂອງປະເທດ ຢູ່ໃນການ​ເຝົ້າ​ຕິດ​ຕາມ​ເບິ່ງຂອງ​ທ່ານ.

ໃນຂະນະດຽວ​ກັນ, ພັກຣີພັບບລີກັນທີ່​ເປັນ​ພັກຝ່າຍຄ້ານນັ້ນ ຮຽກຮ້ອງໃຫ້ທ່ານຍຸຕິໃນ ສິ່ງທີ່ພວກເຂົາ​ເຈົ້າເອີ້ນວ່າ ການໃຊ້ຈ່າຍຂອງລັດຖະບານທີ່ບໍ່​ມີ​ການ​ຄວບ​ຄຸມ ທີ່ທ່ານໄບ​ເດັນ ໄດ້ອະ​ນຸ​ມັດໃນໄລຍະສອງປີ ແຫ່ງການ​ດຳ​ລົງຕຳ​ແໜງ​ຂອ​ງ​ທ່ານຢູ່ໃນທຳ ນຽບຂາວ.

ທ່ານປະທານາທິບໍດີ ພວມຢ້ຽມຢາມສູນຝຶກອົບຮົມ ສະຫະພັນກຳມະບານສາກົນ ເຂດອາເມຣິກາເໜືອ ທີ່ບ້ານເດິ​ຟໍ​ແຣ​ສ​ (DeForest) ເພື່ອປຶກສາຫາລື ກ່ຽວກັບ ວຽກໃນ​ຂະ​ແໜງ​ການຜະລິດສິນ​ຄ້າ. ລັດ​ວິ​ສ​ຄອນ​ຊິນ ແມ່ນສະໜາມລົບທາງການເມືອງ ທີ່ມີມາ​ຕະ​ຫລອດ ໃນການເລືອກຕັ້ງປະທານາທິບໍດີ, ແລະເກືອບວ່າ ຈະເປັນສິ່ງແນ່ນອນ ທີ່ມັນຈະເປັນຈຸດສຳ​ຄັນອີກຄັ້ງນຶ່ງ ໃນປີ 2024, ທັງສໍາລັບທ່ານ ໄບ​ເດັນໃນຂະນະທີ່​ທ່ານໃກ້ຈະລົງສະ​ໝັກເລືອກຕັ້ງຢ່າງເປັນທາງການ ໃນບໍ່​ເທົ່າ​ໃດ ເດືອນຂ້າງຫນ້ານີ້ ແລະ ຄູ່ແຂ່ງຂອງ​ທ່ານໃນທີ່ສຸດ ຈາກພັກຣີພັບບລີກັນ, ບໍ່ວ່າຈະ ເປັນອະດີດປະທາ ນາທິບໍດີ ດໍ​ໂນ​ລ ​ທຣຳ ຫຼື ຄົນ​ອື່ນກໍ​ຕາມ.

ພາຍໃຕ້ການນຳ​ພາ​ຂອງ​ທ່ານໄບ​ເດັນ, ສະຫະລັດ ທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງ ໂລກນັ້ນ ໄດ້ສ້າງວຽກເຮັດ​ງານ​ທຳໃຫມ່ ຫຼາຍຮ້ອຍພັນໜ້າວຽກໃນທຸກໆເດືອນ ຂະ​ນະ​ທີ່ ມັນກຳ​ລັງຟື້ນຕົວຂຶ້ນ ຈາກຜົນກະທົບອັນຮ້າຍແຮງທີ່ສຸດ ຂອງການລະບາດຂອງ ໄວ​ຣັ​ສໂຄ​ໂຣ​ນາ ທີ່ເລີ່ມຕົ້ນຂຶ້ນໃນປີ 2020 ນັ້ນ.

ອັດຕາ​ການ​ຫວ່າງ​ງານ​ຂອງ​ປະ​ເທດ ​ແມ່ນ 3.4 ເປີ​ເຊັນ ຊຶ່ງ​ເປັນ​ອັດ​ຕາຕ່ຳ​ທີ່ສຸດ ​ໃນ​ຮອບ 53 ປີ. ​ແຕ່ພວກ​ສັງ​ກັດ​ພັກຣີພັບ​ບລິ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ຕ່າງ​ກໍກ່າວ​ວ່າ ອັດຕາ​ເງິນ​ເຟີ້​ຂອງ​ລາຄາສິນ​ຄ້າ​ບໍລິ​ໂພ​ກ ​ຂອງ​ປະ​ເທດ ​ຂະນະ​ທີ່ມັນ​ກຳ​ລັງ​ຫລຸດ​ລົງ​ໃນ​ຫລາຍ​ເດືອນມໍ່ໆ​ມານີ້ ຍັງ​ສູງ​ເກີນ​ໄປ ໂດຍ​ທີ່​ຢູ່​ໃນ​ລະດັບ 6.5 ເປີ​ເຊັນຕໍ່​ປີ ​ໃນ​ເດືອນ​ທັນວາຜ່ານ​ມານີ້.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນຄ່າຍ​ຮູບ​ແບບ​ແຊ​ລ​ຟີ ຮ່ວມ​ກັບທ່ານ Tony Evers, ຜູ້​ປົກ​ຄອງ​ລັດ​ວິ​ສ​ຄອນ​ຊິນ (ຂວາ) ຫຼັງ​ຈາກ​ໄປ​ເຖິງສະ​ໜາມ​ບິນຖານ​ທັບ​ພິ​ທັກທາງ​ອາ​ກາດ Truax Field Air National Guard Base, ວັນ​ທີ 8 ກຸມ​ພາ, 2023, ໃນ​ເມືອງ​ເມ​ດິ​ສັນ, ລັດ​ວິ​ສ​ຄອນ​ຊິນ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນຄ່າຍ​ຮູບ​ແບບ​ແຊ​ລ​ຟີ ຮ່ວມ​ກັບທ່ານ Tony Evers, ຜູ້​ປົກ​ຄອງ​ລັດ​ວິ​ສ​ຄອນ​ຊິນ (ຂວາ) ຫຼັງ​ຈາກ​ໄປ​ເຖິງສະ​ໜາມ​ບິນຖານ​ທັບ​ພິ​ທັກທາງ​ອາ​ກາດ Truax Field Air National Guard Base, ວັນ​ທີ 8 ກຸມ​ພາ, 2023, ໃນ​ເມືອງ​ເມ​ດິ​ສັນ, ລັດ​ວິ​ສ​ຄອນ​ຊິນ.

ນອກຈາກນັ້ນ, ສະມາຊິກສະພາຈາກພັກຣີພັບບລີກັນ ແລະ ທ່ານໄບ​ເດັນ ກໍາລັງ​ສູ້​ຢັນ​ກັນ ໃນ​ເລື້ອງເພີ່ມ ຂີດຈຳກັດໜີ້ສິນຂອງລັດຖະບານທີ່​ຢູ່​ໃນ 31.4 ພັນຕື້ໂດລາ, ຊຶ່ງ ເປັນຈໍານວນເງິນ ທີ່ສາມາດກູ້ຢືມມາ ເພື່ອຊໍາລະພັນທະດ້ານການເງິນຂອງຕົນ. ພັກຣີພັບບລີກັນ ຢາກ​ທຳ​ການຕັດ​ລົງ​ຢ່າງ​ຫຼວງຫຼາຍ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ໄດ້ ລະບຸວ່າ​ເທົ່າ​ໃດ​ເທື່ອ- ສຳ​ລັບການ ໃຊ້ຈ່າຍຂອງລັດຖະບານ ເພື່ອແລກປ່ຽນກັບການ ເພີ່ມຂອບເຂດ ຈໍາກັດຫນີ້ສິນຂຶ້ນ ໃນເດືອນມິຖຸນານີ້.

ນັ້ນແມ່ນເວລາ ທີ່ລັດຖະບານຄາດວ່າ ຈະບໍ່ມີເງິນທີ່​ໄດ້​ມາ​ຈາກການ​ເກັບພາສີນັ້ນ ພຽງ​ພໍ​ກັບການຈ່າຍຄ່າ​ໃຊ້​ຈ່າຍໃນ​ໃບ​ບິນທັງໝົດ. ທ່ານໄບ​ເດັນຢາກເພີ່ມຂີດຈໍາກັດ ຫນີ້ສິນ ໂດຍບໍ່ມີເງື່ອນໄຂ ແຕ່ເຕັມໃຈທີ່ຈະປຶກສາຫາລື ເປັນ​ການຕ່າງຫາກ ກ່ຽວ ກັບການໃຊ້ຈ່າຍຂອງລັດຖະບານໃນອະນາຄົດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG