ໃນການລົງສະໝັກແຂ່ງຂັນເທື່ອທີສາມ ເອົາຕຳແໜ່ງປະທານາທິບໍດີສະຫະລັດນັ້ນ ທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີສະຫະລັດ ກຳລັງຕໍ່ສູ້ເພື່ອໃຫ້ຊີວິດທາງການເມືອງຂອງທ່ານຢູ່ລອດ.
ແຕ່ຮ່ອງຮອຍຕ່າງໆທີ່ສະແດງໃຫ້ເຫັນວ່າ ທ່ານອາດຈະເປັນຜູ້ໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕົ້ນຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດທີ່ລັດຄາໂຣໄລນາໃຕ້ແມ່ນເປີດໂອກາດໃຫ້ທ່ານໃນການແຂ່ງຂັນເພື່ອໃຫ້ໄດ້ຮັບການແຕ່ງຕັ້ງທີ່ໃຊ້ເວລາຍາວນານຂອງພັກ ທີ່ຈະຕິດຕາມມາໃນເດືອນມີນາ.
ທ່ານໄບເດັນໄດ້ປະກາດຢ່າງມີຄວາມເຊື່ອໝັ້ນ ຢູ່ທີ່ການໂຕ້ວາທີຂອງຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດໃນຄືນວັນອັງຄານຜ່ານມານີ້ວ່າ ທ່ານຈະເປັນຜູ້ໄດ້ຮັບໄຊຊະນະ ໃນລັດພາກໃຕ້ດັ່ງກ່າວ ແລະການຢັ່ງຫາງສຽງຈຳນວນນຶ່ງໃຫ້ການສະໜັບສະໜຸນ ຕໍ່ການກ່າວອ້າງຂອງທ່ານໄບເດັນ. ເວັບໄຊການຢັ່ງຫາງ ສຽງ fivethirtyeight.com ສະແດງໃຫ້ເຫັນວ່າ ທ່ານໄບເດັນໄດ້ຮັບຄະແນນສຽງປະມານ 30 ເປີເຊັນຂອງຜູ້ປ່ອນບັດ ຕິດຕາມໂດຍຜູ້ມີຄະແນນສຽງນຳໜ້າໃນທົ່ວປະເທດ ທ່ານເບີນີ ແຊນເດີຣ໌ສ ທີ່ໄດ້ຮັບ 23 ເປີເຊັນ ແລະມະຫາເສດຖີ ທ່ານ ທອມ ສເຕເຢີ ທີ່ໄດ້ຮັບຄະແນນເປັນທີ 3 ດ້ວຍ 13 ເປີເຊັນ.
ທ່ານໄບເດັນ ພ້ອມດ້ວຍຜູ້ມີສິດປ່ອນບັດຊາວອາເມຣິກັນເຊື້ອສາຍອາຟຣິກາທີ່ ໃຫ້ການສະໜັບສະໜຸນມາເປັນເວລາດົນນານນັ້ນ ຫວັງວ່າຈະໄດ້ຮັບໄຊຊະນະຢູ່ໃນລັດ ທີ່ຊາວຜິວດຳປະກອບເປັນຫຼາຍກວ່າເຄິ່ງນຶ່ງຂອງຜູ້ມີສິດປ່ອນບັດຂອງພັກເດໂມແຄຣັດ. ທ່ານໄດ້ກ່າວເຖິງປະສົບພະການໃນຖານະຮອງປະທານາທິບໍດີເປັນເວລາ 8 ປີ່ ພາຍໃຕ້ປະທານາທິບໍດີຄົນຜິວດຳຂອງປະເທດພຽງຄົນດຽວເທົ່ານັ້ນ ທ່ານບາຣັກ ໂອບາມາ. ໃນວັນພຸດວານນີ້ ສະມາຊິກສະພາ ທີ່ສຳຄັນ ຄົນນຶ່ງຈາກລັດດັ່ງກ່າວ ສະມາຊິກສະພາຕ່ຳ ເຈມສ໌ ໄຄລເບີນ ກໍໄດ້ປະກາດໃຫ້ການສະໜັບສະໜຸນຕໍ່ທ່ານໄບເດັນ.
ທ່ານໄຄລເບີນ ກ່າວວ່າ “ຂ້າພະເຈົ້າໄດ້ກ່າວຖະແຫຼງຕໍ່ສື່ມວນຊົນ ຂ້າພະເຈົ້າໄດ້ຮູ້ຈັກມາເປັນເວລາດົນນານ ຕໍ່ຜູ້ທີ່ຂ້າພະເຈົ້າຈະປ່ອນບັດໃຫ້. ແຕ່ຂ້າພະເຈົ້າຢາກໃຫ້ປະຊາຊົນຮູ້ວ່າ ຂ້າພະເຈົ້າຈະປ່ອນບັດເອົາທ່ານໄບເດັນ. ລັດຄາໂຣໄລນາໃຕ້ ຄວນປ່ອນບັດເອົາທ່ານໄບເດັນ.”
ທ່ານໄບເດັນ ຄັ້ງນຶ່ງ ເຄີຍເປັນຜູ້ທີ່ໄດ້ຮັບຄະແນນສຽງນຳໜາ ໃນການຢັ່ງຫາງສຽງຜູ້ມີສິດປ່ອນບັດພັກເດໂມແຄຣັດ ໃນຖານະຜູ້ສະໝັກທີ່ມີໂອກາດຫຼາຍທີ່ສຸດທີ່ຈະເອົາຊະນະປະທານາທິບໍດີ ດໍໂນລ ທຣຳ. ແຕ່ໃນເວລານີ້ ທ່ານແຊນເດີຣ໌ສສະມາຊິກສະພາສູງຈາກລັດເວີມັອນ ໃນພາກຕາເວັນອອກສຽງເໜືອຂອງສະຫະລັດ ແລະປະກາດຕົນເອງວ່າເປັນນັກສັງຄົມນິຍົມປະຊາທິປະໄຕນັ້ນ ໄດ້ຜັກດັນໃຫ້ທ່ານໄບເດັນລົງມາເປັນທີ 2 ໃນການຢັ່ງຫາງສຽງທົ່ວປະເທດ ຫລັງຈາກໄດ້
ຊະນະການປ່ອນບັດລົງຄະແນນສຽງຂອງປະຊາຊົນໃນການແຂ່ງຂັນເພື່ອຖືກສະເໜີຊື່ຂອງພັກ ຢູ່ໃນ 3 ລັດທຳອິດໃນເດືອນນີ້.
ໃນຂະນະດຽວກັນ ທ່ານໄບເດັນໄດ້ຮັບຄະແນນສຽງເປັນທີ 4 ຢູ່ລັດໄອໂອວາ ທີ 5 ຢູ່ລັດນິວແຮມເຊີ ແລະມີຄະແນນສຽງຫ່າງໆເປັນທີ 2 ຢູ່ລັດເນວາດາໃນມື້ວັນເສົາແລ້ວນີ້.