ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບ​ເດັນ ແລະ ທ. ຄິ​ຊິ​ດະ ຈັດ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ແນ​ເປົ້າ​ ເພື່ອສ້າງ​ສາຍພົວ​ພັນ​ດ້ານ​ຄວາມ​ປອດ​ໄພ​​ຢ່າງ​ເລິກ​ເຊິ່ງ ລະ​ຫວ່າງ ສອງ​ປະ​ເທດ


ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ, ກາງ​ຊ້າຍ, ແລະ ພັນ​ລະ​ຍາ, ທ່ານ​ນາງ ຢູ​ໂກະ ຄິ​ຊິ​ດະ, ກາງ​ຂວາ, ເຂົ້າ​ຮ່ວມ​ໃນ​ພິ​ທີ​ເດີນ​ທາງ​ຮອດ​ຢູ່​ຖານ​ທັບ​ອາ​ກາດ ແອນ​ດູ​ຣ​ສ໌, ລັດ ແມ​ຣີ​ແລນ, 8 ເມ​ສາ 2024.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ, ກາງ​ຊ້າຍ, ແລະ ພັນ​ລະ​ຍາ, ທ່ານ​ນາງ ຢູ​ໂກະ ຄິ​ຊິ​ດະ, ກາງ​ຂວາ, ເຂົ້າ​ຮ່ວມ​ໃນ​ພິ​ທີ​ເດີນ​ທາງ​ຮອດ​ຢູ່​ຖານ​ທັບ​ອາ​ກາດ ແອນ​ດູ​ຣ​ສ໌, ລັດ ແມ​ຣີ​ແລນ, 8 ເມ​ສາ 2024.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ຢູ່​ທຳ​ນຽບ​ຂາວ​ ໃນ​ວັນ​ພຸດມື້ນີ້ ​ສຳ​ລັບ​ການ​ຢ້ຽມ​ຢາມ​ທາງ​ການ ​ທີ່​ຈະ​ເປັນ​ຂີດ​ໝາຍ​ນຶ່ງ​ ໃນ​ການ​ປັບ​ປຸງ​ໂຄງ​ຮ່າງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ພັນ​ທະ​ມິດ​ດ້ານ​ຄວາມ​ປອດ​ໄພ ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຍີ່​ປຸ່ນ​ ໃນ​ຮອບຫຼາຍ​ທົດ​ສະ​ວັດ. ການ​ຢ້ຽມ​ຢາມ​ດັ່ງ​ກ່າວ ​ຍັງ​ໄດ້​ນຳແນວ​ທາງ​ຕໍ່​ໄປ​ຂອງ ໂຕ​ກຽວ ເຂົ້າ​ໃນ​ໂຄງ​ຮ່າງ​ດ້ານ​ຄວາມ​ປອດ​ໄພ​ຂອງ ວໍ​ຊິງ​ຕັນ ກັບ​ພັນ​ທະ​ມິດ​ອື່ນໆ​ຢູ່​ໃນ​ພາກ​ພື້ນ, ເຊິ່ງ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຍັບ​ຢັ້ງ ປັກ​ກິ່ງ.

ທ່ານ ໄບ​ເດັນ ແລະ ທ່ານ ຄິ​ຊິ​ດະ ຈະ​ປະ​ກາດ​ບາດ​ກ້າວ​ຕ່າງໆ​ເປັນ​ຄັ້ງ​ທຳ​ອິດ ທີ່ຈະ​ອະ​ນຸຍາດ​ໃຫ້ ສະ​ຫະ​ລັດ ແລະ ຍີ່​ປຸ່ນ ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດກວ່າ​ເກົ່າ ກ່ຽວ​ກັບ ກາ​ນ​ພັດ​ທະ​ນາ ແລະ ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ຜະ​ລິດ​ອຸ​ປະ​ກອນ​ດ້ານ​ທະ​ຫານ ແລະ ການ​ປ້ອງ​ກັນ​ປະ​ເທດ​ທີ່​ສຳ​ຄັນ​ຮ່ວມ​ກັນ, ອີງ​ຕາມ​ການ​ກ່າວ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ເຄີດ ແຄມ​ແບ​ລ໌ ໃນ​ງານ​ທີ່​ຖືກ​ຈັດ​ຂຶ້ນ​ເມື່ອບໍ່​ດົນ​ມານີ້ ​ໂດຍ​ສູນ​ກາງ​ເພື່ອ​ຄວາມ​ໝັ້ນ​ຄົງ​ໃໝ່ຂອງ ອາ​ເມ​ຣິ​ກາ.

ມັນ​ແມ່ນ​ຄວາມ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ເປັນ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ ກັບ ຍີ່​ປຸ່ນ, ເຊິ່ງ​ແມ່ນ​ສິ່ງ​ທີ່​ທ່ານ ແຄມ​ແບ​ລ໌ ອະ​ທິ​ບາຍ​ດັ່ງ​ກັບ “ເສົາຫຼັກ​ທີ່​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຂອງ​ພວກ​ເຮົາ​ໃນ​ເຂດ ອິນ​ໂດ-ປາ​ຊີ​ຟິກ.”

ຜູ້​ນຳ​ທັງ​ສອງ​ທ່ານ​ຍັງ​ມີ​ກຳ​ນົດ ​ທີ່​ຈະ​ປະ​ກາດ​ຈຸດ​ປະ​ສົງ​ທີ່​ຈະ​ປັບ​ປຸງ​ໂຄງ​ຮ່າງ​ໃຫ້​ທັນ​ສະ​ໄໝ ​ທີ່​ໄດ້​ນຳ​ພາ​ການ​ເຮັດ​ວຽກ​ຮ່ວມ​ກັນເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ ລະ​ຫວ່າງກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ ຍີ່​ປຸ່ນ ແລະ ກຳ​ລັງ​ທະ​ຫານ ສະ​ຫະ​ລັດ ປະ​ມານ 54,000 ຄົນ​ ທີ່ປະຈຳການໃນ​ ຍີ່​ປຸ່ນ​.

ໂຕ​ກຽວ ຢາກ​ໃຫ້​ກອງ​ທັບ ສະ​ຫະ​ລັດ ຂະ​ຫຍາຍ​ວຽກ​ງານ​ຂອງ​ສຳ​ນັກ​ງານ​ໃຫຍ່ ກອງ​ບັນ​ຊາ​ການ​ຂອງ​ເຂົາ​ເຈົ້​າ ​ໃນ ຍີ່​ປຸ່ນ ເພື່​ອ​ທີ່​ຈະ​ເຮັດ​ໃຫ້​ມີ​ການ​ປະ​ສານ​ງານ​ກັນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ພາຍ​ໃຕ້​ລະ​ບົບ​ໃນ​ປັດ​ຈຸ​ບັນ, ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ຕ່າງໆ​ ແມ່ນ​ຖືກ​ປະ​ສານ​ງານ​ກັບ​ກອງ​ບັນ​ຊາ​ການ ອິນ​ໂດ-ປາ​ຊີ​ຟິກ​ ຂອງກອງ​ທັບ ສະ​ຫະ​ລັດ, ເຊິ່ງ​ຕັ້ງ​ຢູ່ຫຼາຍກວ່າ 6,000 ກິ​ໂລ​ແມັດ ແລະ ກວມເອົາ 5 ເຂດ​ເວ​ລາ ​ຫ່າງ​ອອກ​ໄປ​ ໃນ​ເກາະ ຮາ​ວາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG