ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ຄິຊິດະ ເສີມຂະຫຍາຍສາຍພົວພັນດ້ານການປ້ອງກັນປະເທດ ໃນການຢ້ຽມຢາມຢ່າງເປັນທາງການຂອງ ນາຍົກ ຍີ່ປຸ່ນ


Biden, Kishida bolster defense ties in Japanese PM's official US visit
please wait

No media source currently available

0:00 0:02:36 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ສະ​ຫະ​ລັດ ແລະ ຍີ່​ປຸ່ນ ໄດ້​ສະ​ເຫຼີມ​ສະຫຼອງ​ການ​ເປັນ​ພັນ​ທ​ະ​ມິດ​ດົນຫຼາຍ​ທົດ​ສະ​ວັດ​ຂອງ​ເຂົາ​ເຈົ້າ​ເມື່ອ​ຄືນ​ວັນ​ພຸດ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟູ​ມິ​ໂອະ ຄິ​ຊິ​ດະ ຢູ່​ທຳ​ນຽບ​ຂາວ​ສຳ​ລັບ​ງານລ້ຽງ​ຮັບ​ປະ​ທານ​ອາ​ຫານຄ່ຳ​ລັດ​ຖະ​ບານ. ການ​ຢ້ຽມ​ຢາມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ເປັນ​ຂີດ​ໝາຍ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ແລະ ເທັກ​ໂນ​ໂລ​ຈີ ທີ່​ສຳ​ຄັນ. ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳ​ທຳ​ນຽບ​ຂາວ ແພັດ​ຊີ ວິ​ດາ​ຄຸ​ສວາ​ຣາ ມີ​ລາຍ​ງານນີ້​ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ປູ​ພົມ​ແດງ​ການ​ທູດ​ຂອງ​ທ່ານ​ສຳ​ລັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟູ​ມິ​ໂອະ ຄິ​ຊິ​ດະ ຂອງ ຍີ່​ປຸ່ນ, ໂດຍ​ເອີ້ນ​ທ່ານ​ວ່າ​ເປັນ​ຜູ້​ນຳ​ທີ່​ມີ​ວິ​ໄສ​ທັດ ແລະ ກ້າ​ຫານ​ໃນ​ເອ​ເຊຍ ແລະ ໄກ​ອອກ​ໄປ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ວ່າ “ເວ​ລາ ຣັດ​ເຊຍ ໄດ້​ເລີ່ມ​ການ​ບຸກລຸກທີ່​ໂຫດ​ຮ້າຍ​ໃນ ຢູ​ເຄ​ຣນ ເມື່ອ​ສອງ​ປີ​ທີ່​ຜ່ານ​ມາ, ທ່ານບໍ່​ໄດ້​ລັງ​ເລ​ໃຈ​ທີ່​ຈະ​ກ່າວ​ປະ​ນາມ, ວາງ​ມາດ​ຕະ​ການ​ລົງ​ໂທດ ແລະ ໂດດ​ດ່ຽວ ຣັດ​ເຊຍ ແລະ ສະ​ໜອງ​ການ​ຊ່ວຍ​ເຫຼືອຫຼາຍ​ພັນ​ລ້ານ​ໂດ​ລາ​ໃຫ້ ຢູ​ເຄ​ຣນ.”

ຜູ້​ນຳ​ທັງ​ສອງ​ທ່ານ​ໄດ້​ເປີດ​ຕົວ​ໂຄງ​ການ​ລິ​ເລີ່ມ​ໃໝ່,

ລວມ​ທັງ​ພາ​ລະ​ກິດ​ໃນ​ດວງ​ເດືອນ​ຮ່ວມ​ກັນ,

ການ​ລົງ​ທຶນ​ໃນ​ການ​ຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ ແລະ ພະ​ລັງ​ງານ​ສະ​ອາດ.

ແຕ່​ຈຸດ​ເພັ່ງ​ເລັງ​ທີ່​ແຂງ​ແກ່ນ​ທີ່​ສຸດ​ແມ່ນ​ການ​ຍັບ​ຢັ້ງ​ທາງ​ທະ​ຫານ, ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມືບໍ່​ພຽງ​ແຕ່​ໃນ​ທະ​ເລ​ຈີນ​ໃຕ້​ເທົ່າ​ນັ້ນ ແຕ່​ໃນ​ທ້ອງ​ຟ້າ​ເຊັ່ນ​ກັນ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ວ່າ “ເປັນ​ຄັ້ງ​ທຳ​ອິດ, ​ທີ່ ຍີ່​ປຸ່ນ ແລະ ສະ​ຫະ​ລັດ ແລະ ອອ​ສ​ເຕ​ຣ​ເລຍ ຈະ​ສ້າງ​ລະ​ບົບ​ເຄືອ​ຂ່າຍ​ຂອງ​ລູກ​ສອນ​ໄຟ​ໃນ​ອາ​ກາດ ແລະ ໂຄງ​ສ້າງການ​ປ້ອງ​ກັນ​ປະ​ເທດ.”

ມັນ​ຈະ​ມີ​ການ​ປັບ​ປຸງກອງ​ບັນ​ຊາ​ການ ແລະ ຄວບ​ຄຸມ​ທະ​ຫານ ອາ​ເມ​ຣິ​ກັນ ແລະ ຍີ່​ປຸ່ນ, ຂະ​ຫຍາຍ​ຄວາ​ມ​ສາ​ມາດ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ຂອງກອງ​ກຳ​ລັງ​ໃຫ້ຫຼາຍ​ຂຶ້ນ.

ດ້ວຍ​ການ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ແລະ ຄວາ​ມ​ສາ​ມາດ​ດ້ານ​ເທັກ​ໂນ​ໂລ​ຈີ​ລະ​ດັບ​ສູງ, ໂຕ​ກຽວ ແມ່ນ​ຜູ້​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ໂຄງ​ສ້າງ​ແຜນ​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ​ຂອງ​ທ່ານ ໄບ​ເດັນ ເພື່ອ​ຍັບ​ຢັ້ງ ຈີນ.

ຍີ່​ປຸ່ນ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເລີ່ມ​ສະ​ໜັບ​ສະ​ໜູນ​ຄູ່​ຮ່ວມ AUKUS ລະ​ຫວ່າງ ສະ​ຫະ​ລັດ, ອອ​ສ​ເຕ​ຣ​ເລຍ ແລະ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ກ່າວ​ໂດຍ​ທ່ານ ຄິ​ຊິ​ດະ.

ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ກ່າວ​ວ່າ “ສຳ​ລັບ ຍີ່​ປຸ່ນ ທີ່​ມີ​ການ​ຮ່ວມ​ມື​ໂດຍ​ກົງ​ກັບ AUKUS ນັ້ນ, ບໍ່​ມີ​ຫຍັງ​ທີ່​ສາ​ມາດ​ຕັດ​ສິນ​ໄດ້​ໃນ​ເວ​ລານີ້. ການ​ດຳ​ເນີນ​ໄປ​ໜ້າ​ກັບ ສະ​ຫະ​ລັດ, ອັງ​ກິດ ຫຼື ກັບ ອອ​ສ​ເຕ​ຣ​ເລຍ, ດ້ວຍ​ປ​ະ​ເທດ​ທີ່​ວ່າ​ນັ້ນ​ໃນ​ໂຄງ​ຮ່າງ​ສອງ​ຝ່າຍ ຫຼື ຫຼາຍ​ຝ່າຍ, ພວກ​ເຮົາ​ຈະ​ສືບ​ຕໍ່​ການ​ຮ່ວມ​ມື.”

ທ່ານ ໄບ​ເດັນ ແລະ ທ່ານ ຄິ​ຊິ​ດະ ຈະ​ຂະ​ຫຍາຍ​ການ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ເປັນ​ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ໃນ​ວັນ​ພະ​ຫັດ, ໂດຍ​ເພີ່ມປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ເຟີ​ດິ​ນານ ມາ​ຄອ​ສ ຈູ​ເນຍ, ເຊິ່ງ​ແມ່ນ​ພັນ​ທະ​ມິດ​ອີກ​ປະ​ເທດ​ນຶ່ງ​ຂອງ ສະ​ຫະ​ລັດ.

ການ​ປະ​ຊຸມ​ນັ້ນ​ຈະ​ເພັ່ງ​ເລັງ​ໃສ່​ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ, ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຈີນ​ໃຕ້ສູງ​ຂຶ້ນ​ລະ​ຫວ່າງ ປັກ​ກິ່ງ ແລະ ມະ​ນີ​ລາ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ໝາວ ນິງ ໄດ້​ກ່າວ​ວ່າ​ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ລັດ ຍຸ​ແຍ່​ໃຫ້​ເກີດ​ການ​ປະ​ເຊີນ​ໜ້າ​ກັນ.

ທ່ານ ໝາວ ນິງ ກ່າວ​ວ່າ “ບໍ່​ມີ​ການ​ແຊກ​ແຊງ​ຈາກ​ພາຍນອກ​ໃດໆ​ທີ່​ຈະ​ມາ​ກະ​ທົບ​ຄວາມ​ມຸ່ງ​ໝັ້ນ​ຂອງ ຈີນ ເພື່ອ​ປ້ອງ​ກັນ​ດິນ​ແດນ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ສິດ​ທິ​ໃນ​ການ​ເດີນ​ເຮືອ ແລະ ຜົນ​ປະ​ໂຫຍດ​ທັງຫຼາຍ.”

ທ່ານ ຄິ​ຊິ​ດະ ຍັງ​ໄດ້​ປົກ​ປ້ອງ​ຕົ້ນ​ດອກ​ຊາ​ກຸ​ຣະ​ຂອງ ວໍ​ຊິງ​ຕັນ, ໂດຍ​ໄດ້​ສະ​ເໜີ​ທີ່​ຈະ​ທົດ​ແທນ​ຕົ້ນ​ໄມ້ຫຼາຍ​ຮ້ອຍ​ຕົ້ນ​ທີ່​ຕ້ອງ​ຖືກ​ຍ້າຍ​ອອກ​ຍ້ອນ​ການ​ກໍ່​ສ້າງ. ລັດ​ຖະ​ບານ ຍີ່​ປຸ່ນ ໄດ້​ມອບ​ຂອງ​ຂວັນ​ຕົ້ນ​ດອກ​ຊາ​ກຸ​ຣະ​ດັ້ງ​ເດີມ 3,000 ຕົ້ນ​ໃຫ້​ໃນ​ປີ 1912, ເຊິ່ງ​ມັນ​ໄດ້​ສ້າງ​ຄວາມຊື່ນ​ຊົມ​ໃຫ້​ບັນ​ດາ​ນັກ​ທ່ອງ​ທ່ຽວ​ໃນ​ລະ​ດູ​ບານ​ໃໝ່​ຂອງ​ແຕ່​ລະ​ປີ.

ເມື່ອ​ຄືນ​ວັນ​ພຸດ​ທີ່​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ລັດ​ຖະ​ບານ​ສຳ​ລັບ​ທ່ານ ຄິ​ຊິ​ດະ, ເຊິ່ງ​ແມ່ນ​ຜູ້​ນຳ​ຕ່າງ​ປະ​ເທດ​ຄົນ​ທີ 5 ທີ່​ໄດ້​ຮັບ​ກຽດ​ດັ່ງ​ກ່າວ​ນັບ​ຕັ້ງ​ແຕ່​ທ່ານ ໄບ​ເດັນ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ.

President Joe Biden rolled out his diplomatic red carpet for Prime Minister Fumio Kishida of Japan, calling him a visionary and courageous leader in Asia and beyond.

"When Russia began its brutal invasion of Ukraine two years ago, he did not hesitate to condemn, sanction and isolate Russia and provide billions in assistance to Ukraine."

The leaders unveiled new initiatives,

Including a joint lunar mission,

investments in semiconductors and clean energy,

and research on quantum computing and artificial intelligence.

But the strongest focus is on military deterrence, enhancing cooperation not only in the South China Sea but also in the air.

“For the first time, Japan and the United States and Australia will create a network system of air missile and defense architecture.”

There will be an upgrade of command-and-control of American and Japanese soldiers, increasing force interoperability.

With ramped up defense spending and high-tech capacity, Tokyo is a key player in Biden’s regional strategic architecture to deter China.

Japan is set to begin supporting the

AUKUS partnership between the U.S., Australia and the United Kingdom, said Kishida.

"For Japan to have a direct cooperation with AUKUS, nothing has been decided at this moment. Going forward with U.S., UK or with Australia, with such countries in bilateral or multilateral frameworks, we will continue cooperation.”

Biden and Kishida will expand their meeting into a trilateral summit Thursday, adding

Philippine President Ferdinand Marcos Jr., another U.S. ally.

That meeting will focus on freedom of navigation, as tensions in the South China Sea ramp up between Beijing and Manila.

Chinese Foreign Ministry spokesperson Mao Ning said the U.S. moves stoke confrontation.

“No external intervention will affect China's will and determination to safeguard its territorial sovereignty and maritime rights and interests.”

Kishida also came to the defense of Washington’s cherry blossom trees, offering to replace the hundreds that must be removed due to construction. The Japanese government gifted the original 3,000 in 1912, delighting Washington tourists each spring.

Wednesday evening, the U.S. president hosted a state dinner for Kishida, the fifth foreign leader provided with the honor since Biden took office.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG