ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບ​ເອົາ​ອົບ​ພະ​ຍົບ 125,000 ຄົນ ສຳ​ລັບ​ສົກ​ງົບ​ປະ​ມານ ປີ 2023


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຖະ​ແຫຼງ​ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 27 ກັນ​ຍາ 2022 ຊຶ່ງ​ເປັນ​ມື້​ດຽວ​ກັນ ທີ່​ທ່ານ​ໄດ້​ປະ​ກາດ​ ຮັກ​ສາ​ການ​ຮັບ​ເອົາ​ອົບ​ພະ​ຍົບໄວ້​ໃນ​ລະ​ດັບ 125,000 ຄົນ ສຳ​ລັບ​ສົກ​ງົບ​ປະ​ມານ​ປີ 2023.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຖະ​ແຫຼງ​ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 27 ກັນ​ຍາ 2022 ຊຶ່ງ​ເປັນ​ມື້​ດຽວ​ກັນ ທີ່​ທ່ານ​ໄດ້​ປະ​ກາດ​ ຮັກ​ສາ​ການ​ຮັບ​ເອົາ​ອົບ​ພະ​ຍົບໄວ້​ໃນ​ລະ​ດັບ 125,000 ຄົນ ສຳ​ລັບ​ສົກ​ງົບ​ປະ​ມານ​ປີ 2023.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ພຸດ​ວານນີ້ ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ ທີ່​ຈະ​ຮັບ​ເອົາ​ອົບ​ພະ​ຍົບ​ໃນ​ຈຳ​ນວນ 125,000 ຄົນ ສຳ​ລັບ​ສົກ​ງົບ​ປະ​ມານ​ປີ 2023 ທັງໆ​ທີ່​ໄດ້​ຮັບ​ຄວາມ​ກົດ​ດັນ​ຈາກ​ພວກ​ສະ​ໜັບ​ສະ​ໜຸນ​ອົບ​ພະ​ຍົບ ໃຫ້​ເພີ້ມ​ການ​ຮັບ​ເອົາສູງຂຶ້ນກວ່ານັ້ນ ​ຍ້ອນ​ໃນ​ປີນີ້​ບໍ່​ໄດ້​ຮັບ​ເອົາ​ຄົບ​ຕາມ​ເປົ້າ​ໝາຍ​ທີ່​ໄດ້​ຕັ້ງ​ໄວ້.

ພວກ​ສະ​ໜັບ​ສະ​ໜຸນ​ອົບ​ພະ​ຍົບ​ໄດ້​ຊຸກ​ຍູ້​ໃຫ້​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ດຳ​ເນີນ​ການ​ເພີ້ມ​ຕື່ມ ເພື່ອ​ຟື້ນ​ຟູ​ໂຄງ​ການ​ຮັບ​ເອົາ​ອົ​ບ​ພະ​ຍົບ​ຂອງ​ສະ​ຫະ​ລັດ ຊຶ່ງ​ໄດ້​ມີ​ການ​ຕັດ​ລົງ​ຢ່າງ​ຫຼວງ​ຫຼາຍ ໃນ​ສະ​ໄໝ​ລັດ​ຖະ​ບານ​ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ແລະ​ໃນ​ປີນີ້ ກໍ​ມີ​ການ​ຮັບ​ເອົາ​ອົ​ບ​ພະ​ຍົບ​ບໍ່​ຮອດ 20,000 ຄົນ ຫຼື​ປະ​ມານ 20 ເປີ​ເຊັນ​ຂອງ​ເປົ້າ​ໝາຍ​ສຳ​ລັບ​ປີ 2022 ອີງ​ຕ​າມ​ໂຕ​ເລກ​ຫຼ້າ​ສຸດ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມານີ້.

ສົກ​ງົບ​ປະ​ມານ​ສຳ​ລັບ​ປີນີ້ ສິ້ນ​ສຸດ​ລົງ​ໃນ​ມື້​ວັນ​ສຸກ​ຈະ​ມາ.

ບົດ​ບັນ​ທຶກ​ຂອງ​ທຳ​ນຽບ​ຂາວ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໄດ້​ສະ​ໜອງ​ໂຕ​ເລກ ໃນ​ການ​ຮັບ​ເອົາ​ອົບ​ພະ​ຍົບຈາກ​ເຂດ​ຕ່າງໆ​ ມີ 40,000 ຄົນ​ຈາກ​ອາ​ຟ​ຣິ​ກາ 35,000 ຄົນ​ຈາກ​ຕາ​ເວັນ​ອອກ​ໃກ້​ແລະ​ເອ​ເຊຍ​ໃຕ້ 15,000 ຄົນ​ຈາກ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ 15,000 ຄົນ​ຈາກ​ຢູ​ໂຣບ ແລະ 15,000 ຄົນ​ຈາກ​ອາ​ເມ​ຣິ​ກາ​ລາ​ຕິນ. 5,000 ຄົນ​ແມ່ນ​ບໍ່​ໄດ້​ລະ​ບຸ​ເຂດ​ແລະ​ຈັດ​ໄວ້​ເປັນ​ໂຕ​ເລກ​ສຳ​ຮອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG