ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ຢ້ຽມຢາມ ເຄັນຢາ


ຮອງປະທານາທິບໍດີ ສະຫະລັດ ທ່ານ JOE BIDEN ພວມຢ້ຽມຢາມ ປະເທດເຄັນຢາ ບ່ອນທີ່ ທ່ານຈະໄດ້ພົບ ປະ ກັບທານາທິບໍດີ ທ່ານ MWAI KIBAKI ແລະ ນາຍົກລັດຖະມົນຕີ ທ່ານ RAILA ODINGA ໃນວັນອັງຄານມື້ນີ້ ເພື່ອ ສົນທະນາຫາລື ກ່ຽວກັບ ການປະຕິຮູບ ການເມືອງ ແລະ ເສດຖະກິດ ຕະຫຼອດທັງ ຄວາມກ້າວໜ້າ ໃນການປະຕິຮູບ ລັດຖະທຳມະນູນ ສະບັບໃໝ່ ຂອງເຄັນຢາ.

ນອກນັ້ນ ໃນລະຫວ່າງ ການຢ້ຽມຢາມ ເປັນເວລາ 3 ມື້ ທ່ານ BIDEN ຍັງຈະໄດ້ກ່າວ ຄຳປາໄສ ທີ່ສຳຄັນ ເພື່ອເນັ້ນໜັກ ເຖິງຄວາມສຳຄັນ ທີ່ສະຫະລັດ ໄດ້ໃຫ້ ຕໍ່ຄວາມສຳພັນ ກັບເຄັນຢາ. ເຄັນຢາ ເປັນບ້ານເກີດ ຂອງບິດາ ປະທານາທິບໍດີ ບາຣັກ ໂອບາມາ. ທ່ານໂອບາມາ ໃຫ້ຄຳໝັ້ນສັນຍາວ່າ ຈະເດີນທາງ ໄປຢ້ຽມຢາມ ປະເທດດັ່ງກ່າວ ກ່ອນທີ່ທ່ານ ຈະພົ້ນຈາກ ຕຳແໜ່ງ.

ສະຫະລັດ ໄດ້ກົດດັນ ໃຫ້ເຄັນຢາ ສ້າງຄວາມກ້າວໜ້າ ໃຫ້ແກ່ການປະຕິຮູບ ທາງດ້ານ ການເມືອງ ທີ່ໄດ້ມີການ ໃຫ້ຄຳໝັ້ນສັນຍາໄວ້ ຫຼັງຈາກມີຫຼາຍກວ່າ 1 ພັນຄົນ ເສຍຊີວິດ ໃນຄວາມຮຸນແຮງ ທີ່ເກີດຂຶ້ນ ຍ້ອນບັນຫາຂັດແຍ້ງ ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ໃນປີ 2007 ນັ້ນ.

ທ່ານ BIDEN ຍັງຈະໄດ້ ກ່າວເຖິງ ຜົນປະໂຫຍດຮ່ວມກັນ ໃນການມີ ສັນຕິພາບ ແລະ ສະເຖຍລະພາບ ໃນອາຟຣິກາ ຕາເວັນອອກ ໂດຍສະເພາະແລ້ວ ແມ່ນໃນຊູດານ ແລະ ໂຊມາເລຍ.

XS
SM
MD
LG