ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ນາ​ຍົກ​ຍີ່​ປຸ່ນ ທ່ານ​ກິ​ຊິ​ດະ ຈະ​ພົບ​ປະ​ທີ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 13 ມັງ​ກອນນີ້


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ (ຊ​້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ທີ່ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ອາ​ກາ​ຊາ​ກະ ໃນ​ນະ​ຄອນ​ຫຼວງ​ໂຕ​ກຽວ ເມື່ອ​ວັນ​ທີ 23 ພຶດ​ສະ​ພາ 2022.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ (ຊ​້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ທີ່ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ອາ​ກາ​ຊາ​ກະ ໃນ​ນະ​ຄອນ​ຫຼວງ​ໂຕ​ກຽວ ເມື່ອ​ວັນ​ທີ 23 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່​ານໂຈ ໄບ​ເດັນ ຈະ​ທຳ​ການ​ເຈ​ລະ​ຈາ​ຫາ​ລື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ຢູ່​ທີ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 13 ມັງ​ກອນ​ຈະ​ມານີ້ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເລື້ອງ​ເກົາ​ຫຼີ​ເໜືອ ຢູ​ເຄ​ຣນ ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ຈີນ​ກັບ​ໄຕ້​ຫວັນ ແລະ “ເຂດ​ອິນ​ໂດ​ປາ​ຊີ​ຟິກ​ທີ່​ເສ​ລີ​ແລະ​ເປີດ ກວ້າງ” ທຳ​ນຽບ​ຂາວ​ຖະ​ແຫຼງ​ໃນ​ວັນ​ອັງ​ຄານ​ວານນີ້.

ຜູ້​ນຳ​ທັງ​ສອງ​ຈະ​ປຶ​ກ​ສາ​ຫາ​ລື​ກັນ “ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ໃນ​ລະ​ດັບ​ຂົງ​ເຂດ​ແລະ​ລະ​ດັບ​ໂລກ​ຈຳ​ນວນ​ນຶ່ງ ຮວມ​ທັງ​ໂຄງ​ການ​ອາ​ວຸດ​ທີ່ມີ​ອະ​ນຸ​ພາບ​ຮ້າຍ​ແຮງແລະ​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່​ຜິດ​ກົດ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫຼີ ສົງ​ຄາມ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ​ ຂອງ​ຣັດ​ເຊຍ ​ຕໍ່​ຢູ​ເຄ​ຣນ ​ຕະ​ຫຼອດ​ທັງ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ສະ​ພາບ​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ” ນັ້ນ​ຄື​ຄຳ​ຖະ​ແຫຼງ​ຂອງ​ທຳ​ນຽບ​ຂາວ.

ການ​ພົບ​ປະ​ລະ​ຫວ່າງວໍ​ຊິງ​ຕັນ​ແລະປະ​ເທດ​ພາ​ຄີ​ທີ່​ສຳ​ຄັນ​ຈາກ​ເອ​ເຊຍ​ແມ່ນ​ເພື່ອ​ເອົາ​ທ່າ​ທີຕ້ານ​ຢັນ​ທີ່​ອາດ​ມີ​ຂຶ້ນ​ຕໍ່​ຈີນ ໃນ​ຂະ​ນະ​ທີ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ​ແລະ​ການ​ຮຽກ​ຮ້ອງ​ໃຫ້​ຂະ​ຫຍາຍຄັງ​ແສງ​ອາ​ວຸດ​ນິວ​ເຄ​ລຍ​ເພີ້ມ​ຂຶ້ນ ທີ່​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ໃຫ້​ແກ່​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ຂົງ​ເຂດ.

ທ່ານ​ກິ​ຊິ​ດະ​ ມີ​ແຜນ​ທີ່​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ໃໝ່​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ໂຕ​ກຽວ ຊຶ່ງ​ໄດ້​ມອງ​ເຫັນ​ເຖິງ​ການ​ເປີດ​ເຜີຍ​ເມື່ອ​ເດືອນ​ທັນ​ວາ​ຜ່ານ​ມາ​ ໃນ​ການ​ເພີ້ມ​ງົບ​ປະ​ມານ​ທາງ​ທະ​ຫານ​ທີ່​ໃຫຍ່​ທີ່​ສຸດ​ຂອ​ງ​ຍີ່​ປຸ່ນນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ ທີ່​ໜັງ​ສື​ພິມ​ລາຍ​ວັນ ໂຢ​ມີ​ອຸ​ຣິ ຂອງ​ຍີ່​ປຸ່ນ ​ໄດ້​ລາຍ​ງານ​ໃນ​ອາ​ທິດ​ແລ້ວ ໂດຍ​ອ້າງ​ແຫຼ່ງ​ຂ່າວ​ຫຼາຍ​ແຫຼ່ງ​ທີ່​ບໍ່​ລະ​ບຸ​ຊື່​ໃນ​ລັດ​ຖະ​ບານ​ຍີ່​ປຸ່ນ.

ທຳ​ນຽບ​ຂາວ​ກ່າວ​ວ່າ ທ່ານ​ໄບ​ເດັນ​ຈະ​ກ່າວ​ຢ້ຳ​ເຖິງ​ການ​ໃຫ້​ຄວາ​ມ​ສະ​ໜັບ​ສະ​ນຸນ​ໂດຍ​ເຕັມ​ຕໍ່​ຍຸດ​ທະ​ສາດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຍີ່​ປຸ່ນທີ່​ມີ​ການ​ເປີດ​ເຜີຍ ເມື່ອ​ໄວໆ​ມານີ້.

​ຖະ​ແຫຼງ​ການ​ຂອງ​ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ​ແຄ​ຣີນ ຊັງ-ປີ​ແອ ກ່າວ​ວ່າ “ຜູ້​ນຳ​ທັງ​ສອງ ​ຈະພາ​ສະ​ຫຼອງ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນລະ​ຫວ່າງ​ສະ​ຫະ​ລັດ ກັບ​ພັນ​ທະ​ມິດ​ຍີ່​ປຸ່ນ ແລະ​ຈະ​ກຳ​ນົດ​ທິດ​ທາງ​ກ່ຽວ​ກັບ​ການ​ເປັນ​ພາ​ຄີ​ໃນ​ການ​ເປັນ​ພາ​ຄີ​ຂອງ​ປະ​ເທດ​ພວກ​ທ່ານ ໃນ​ໄລ​ຍະ​ຊຸມ​ປີ​ຕໍ່​ໜ້າ.”

ກ່ຽວ​ກັບ​ການ​ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ ໃນ​ເດືອນ​ພຶດ​ສະ​ພານັ້ນ ທ່ານ​ໄບ​ເດັນ​ໄດ້​ຕົບ​ມື​ຊົມ​ເຊີຍ ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງທ່ານ​ກິ​ຊິ​ດະ ​ທີ່​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ເຂັ້ມ​ແຂງຕໍ່​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຍີ່​ປຸ່ນ.

ແຜນ​ການ​ປ້ອງ​ກັນ​ປະ​ເທດ​ມູນ​ຄ່າ 320 ພັນ​ລ້ານ​ໂລ​ດາ​ຂອງ​ຍີ່​ປຸ່ນ​ແມ່ນ​ຮວມ​ທັງ​ການ​ຊື້​ລູກ​ສອນ​ໄຟ​ທີ່​ສາ​ມາດ​ທຳ​ການ​ໂຈມ​ຕີ​ຈີນ ແລະ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ປະ​ເທດ​ສຳ​ລັບ​ບັນ​ຫາ​ຂັດ​ແຍ້ງ​ທີ່​ແກ່​ຍາວ ທ່າມ​ກາງ​ທີ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ ​ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ທີ່​ອາດ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ໃຈ​ກ້າ​ຫຼາຍ​ຂຶ້ນ ​ທີ່​ຈະ​ບຸກ​ໂຈມ​ຕີ​ໄຕ້​ຫວັນ ​ຊຶ່ງ​ປົກ​ຄອງ​ຕົນ​ເອງ ແລະ​ເປັນ​ເພື່ອນ​ບ້ານ​ຂອງ​ຍີ່​ປຸ່ນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG