ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ລົງ​ໂທດ ພວກ​ຕັ້ງ​ຖິ່ນ​ຖານ ຫົວ​ຮຸນ​ແຮງ ໃນ​ເຂດ​ເວັ​ສ​ແບັງ


​ແຟ້ມ - ຊາວ​ປາ​ແລັ​ສ​ໄຕ​ນ໌​ຄົນ​ນຶ່ງ ກວດ​ເບິ່ງ​ລົດ​ຂອງ​ລາວ​ທີ່​ຖືກ​ຈູດ ໃນ​ການ​ໂຈມ​ຕີ​ໂດຍ​ພວກ​ຕັ້ງ​ຖິ່ນ​ຖານ​ ໃກ້​ເມືອງ​ຊາ​ລ​ຟິດ ໃນ​ເຂດ​ຢຶດ​ຄອງ​ເວັ​ສ​ແບັງ ເມື່ອ​ວັນ​ທີ 3 ທັນ​ວາ 2023.
​ແຟ້ມ - ຊາວ​ປາ​ແລັ​ສ​ໄຕ​ນ໌​ຄົນ​ນຶ່ງ ກວດ​ເບິ່ງ​ລົດ​ຂອງ​ລາວ​ທີ່​ຖືກ​ຈູດ ໃນ​ການ​ໂຈມ​ຕີ​ໂດຍ​ພວກ​ຕັ້ງ​ຖິ່ນ​ຖານ​ ໃກ້​ເມືອງ​ຊາ​ລ​ຟິດ ໃນ​ເຂດ​ຢຶດ​ຄອງ​ເວັ​ສ​ແບັງ ເມື່ອ​ວັນ​ທີ 3 ທັນ​ວາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້ໄປ​ຢ້ຽມ​ຢາມ​ລັດ​ມິ​ຊິ​ແກນ ແລະ​ພົບ​ປະ​ກັບ ​ສະ​ຫະ​ພັນ​ກຳ​ມະ​ບານ ​ຄົນ​ງານ​ລົດ​ໂອ​ໂຕ (UAW) ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ພະ​ຍາ​ຍາມ​ທີ່​ຈະ​ໄດ້ຖືກ​ຮັບເລືອກ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ ໃນ​ລັດ​ທີ່​ຍັງ​ບໍ່​ທັນ​ມີ​ຄວາມ​ແນ່ນອນ​ເທື່ອ ຊຶ່ງ​ມີ​ຈຳ​ນວນ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ອາ​ຣັບ​ອາ​ໄສ​ຢູ່​ຫຼາຍ​ທີ່​ສຸດ.

ໃນ​ມື້​ດຽວ​ກັນ​ນີ້ ທ່ານ​ໄບ​ເດັນ​ຍັງ​ໄດ້​ອອກ​ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານ ເພື່ອ​ລົງ​ໂທດ
ສ່ວນ​ບຸກ​ຄົນ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຕໍ່​ພວກ​ຕັ້ງ​ຖິ່ນ​ຖານ ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອ​ງ​ແມ່​ນ້ຳ​ຈໍ​ແດັນ ​ຫຼື​ເວັ​ສ​ແບັງ.

ລັດ​ຖະ​ບານ​ຂອງ​ທ່ານ​ກ່າວ​ວ່າ ການ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ​ ແມ່ນ​ສະ​ທ້ອນ​ໃຫ້​ເຫັນເຖິງ “ການ​ເບິ່ງ​ໂດຍ​ລວມ” ຕໍ່​ສົງ​ຄາມ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ແລະ​ກຸ່ມ​ຮາ​ມາ​ສ​ ​ໃນ​ເຂດ​ກາ​ຊາທີ່​ໄດ້​ພາ​ໃຫ້ ມີ​ການ​ເກີດຄວາມ​ຮຸນ​ແຮງ​ເພີ້ມ​ຂຶ້ນ​ ໃນ​ເຂດ​ເວັ​ສ​ແບັງ ຊຶ່ງ​ເປັນ​ເຂດ​ປົກ​ຄອງ​ຕົນ​ເອງ ​ອີກ​ບ່ອນ​ນຶ່ງ​ຂອງ​ປາ​ແລັ​ສ​ໄຕ​ນ໌.

“ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ຍັງ​ໄດ້​ເວົ້າ​ເຖິງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທີ່​ເພີ້ມ​ຂຶ້ນ ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ເຂດເວັ​ສ​ແບັງ​ ຈາກ​ພວກ​ຫົວ​ຮຸນ​ແຮງ​ຈັດ ໂດຍ​ສະ​ເພາະ​ແລ້ວ ແມ່ນ​ຄວາມ​ຮຸນ​ແຮງ​ທີ່​ເພີ້ມ​ຂຶ້ນ​ຂອງ​ພວກ​ຕັ້ງ​ຖິ່ນ​ຖານ ຊຶ່ງ​ໄດ້​ກ້າວ​ຂຶ້ນ​ເຖິງ​ລະ​ດັບ​ທີ່​ສູງ​ເປັນ​ປະ​ຫວັດ​ການ​ໃນ​ປີ 2023” ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ ໃນ​ວັນ​ພະ​ຫັດ​ວານນີ້.

ເຈົ້າ​ໜ້າ​ທີ່​ຂອງ​ທຳ​ນຽບ​ຂາວ​ເວົ້າ​ວ່າ ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານ​ທີ່​ອອກ​ໄປ​ນັ້ນ​ແມ່ນ​ໄດ້​ມີ​ການ​ວາງ​ແຜນ​ມາ​ດົນ​ນານ​ແລ້ວ ແລະ​ໄດ້​ປະ​ຕິ​ເສດ​ວ່າ ມັນ​ໄດ້​ຖືກ​ນຳ​ອອກເຜີຍ​ແຜ່​ທີ່​ບັງ​ເອີນ​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ກາ​ນ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ​ໄບ​ເດັນ​ຈາກ​ບັນ​ດາ​ຊາວ​ອາ​ຣັບ​ແລະ​ຊາວ​ມຸ​ສ​ລິມ​ອາ​ເມ​ຣິ​ກັນຕະ​ຫຼອດ​ທັງ​ພວກ​ຊາວ​ໜຸ່ມ​ແລະ​ພວກ​ ຫົວ​ກ້າວ​ໜ້າ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນທີ່​ໝັ້ນ​ຄົງ ຕໍ່​ການປະ​ຕິ​ບັດ​ງານທາງ​ທະ​ຫານ​ຂອງ​ອິ​ສ​ຣາ​ແອ​ລໃນ​ເຂດ​ກາ​ຊາ. ທ່ານ​ໄບ​ເດັນ ກ່ອນ​ອື່ນ​ໝົດ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ຊາວ​ປາ​ແລັ​ສ​ໄຕ​ນ໌​ຢູ່​ໃນ​ເຂດ​ເວັ​ສ​ແບັງ ທີ່​ຖືກ​ໂຈມ​ຕີ​ໂດ​ຍ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ພວກ​ຕັ້ງ​ຖິ່ນ​ຖານ​ຊາວ​ອິ​ສ​ຣາ​ແອ​ລ “ຫົວ​ຮຸນ​ແຮງ​ຈັດ” ໃນ​ທ້າຍ​ເດືອນ​ຕຸ​ລາ ບໍ່​ເທົ່າ​ໃດ​ອາ​ທິດ​ຫຼັງ​ຈາກ​ກຸ່ມ​ຮາ​ມາ​ສ​ທຳ​ການ​ໂຈມ​ຕີ.

ການ​ລົງ​ໂທດ​ທາງ​ດ້ານ​ການ​ເງິນ​ທີ່​ແນ​ໃສ່​ຜູ້​ຊາຍ​ຊາວ​ອິ​ສ​ຣາ​ແອ​ລ 4 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າກະ​ຕຸ້ນ​ແລະ​ເຂົ້າ​ຮ່ວມ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ພວກ​ຕັ້​ງ​ຖິ່ນ​ຖານ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG