ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. Biden ໄປອີຣັກເພື່ອໂອ້ລົມ ກ່ຽວກັບອະນາຄົດ ຂອງກໍາລັງທະຫານ ສຫລ


ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki (ຊ້າຍ) ຍ່າງໄປກັບທ່ານ Joe Biden ຮອງປະທານາທິບໍດີ
ສະຫະລັດລຸນຫລັງທີ່ທ່ານໄປເຖິງນະຄອນແບັກແດກ ໃນເຊົ້າວັນທີ 13 ມັງກອນ ເພື່ອພົບປະໂອ້ລົມກັບບັນດາ ຜູ້ນຳໃໝ່ຂອງລັດຖະບານອີຣັກ.
ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki (ຊ້າຍ) ຍ່າງໄປກັບທ່ານ Joe Biden ຮອງປະທານາທິບໍດີ ສະຫະລັດລຸນຫລັງທີ່ທ່ານໄປເຖິງນະຄອນແບັກແດກ ໃນເຊົ້າວັນທີ 13 ມັງກອນ ເພື່ອພົບປະໂອ້ລົມກັບບັນດາ ຜູ້ນຳໃໝ່ຂອງລັດຖະບານອີຣັກ.

ຮອງປະທານາທິບໍດີສະຫະລັດທ່ານ Joe Biden ​ໄດ້​ໄປ
ເຖິງອີຣັກໃນຕອນເຊົ້າ ຂອງວັນ​ພະຫັດ​ມື້ນີ້ ​ເພື່ອ​ຈະ​ພົບ​ປະ​
ໂອ້​ລົມ​ກັບ​ບັນດາ​ຜູ້ນຳໃໝ່ຂອງລັ​ດຖະບານ ອີຣັກ​ກ່ຽວກັບ​
ອະນາຄົດຂອງທະຫານ​ອາ​ເມຣິກັນ​ຢູ່ໃນປະ​ເທດດັ່ງກ່າວ​ໃນ
ຂະນະ​ທີ່​ພວກທະຫານ​ເຫລົ່ານີ້​ກຽມຕົວທີ່​ຈະ​ຖອນ​ອອກ​ຈາກ
ປະ​ເທດ​ນັ້ນ ​ໃນ​ທ້າຍ​ປີ​ນີ້.

ການ​ເດີນທາງໄປ​ຍັງອີຣັກໂດຍ​ບໍ່​ໄດ້​ປະກາດ​ໃຫ້ຮູ້ລ່ວງໜ້າ
ຂອງ​ທ່ານ Biden ໄດ້​ເປັນ​ຂີດໝາຍການ​ໄປ​ຢ້ຽມຢາມປະ
ເທດດັ່ງກ່າວຄັ້ງທໍາ​ອິດຂອງ​ເຈົ້າໜ້າທີ່​ຂັ້ນສູງ​ສະຫະລັ​ດ
ນັບຕັ້ງ​ແຕ່​ອີຣັກ​ໄດ້​ອະນຸມັດການຈັດຕັ້ງ​ຄະນະ​ລັດຖະບານ​ຊຸດໃໝ່​ຂຶ້ນໃນ​ເດືອນ​ແລ້ວນີ້ ຊຶ່ງ​ເປັນ​ການ​ທັບ​ມ້າງສະພາບ​ການທີ່​ບໍ່​ໄປ​ບໍ່ມາ​ທາງ​ການ​ເມືອງ ​ແລະລິ​ເລີ້ມການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ທີ່​ໄດ້​ຖືກຢຸດ​ສະ​ງັກລົງລຸນ ຫລັງ​ທີ່​ໄດ້​ມີ​ການ​ເລືອກຕັ້ງ ທີ່​ບໍ່ສາມາດ​ຕັດສິນຊີ້ຂາດ ໃນເດືອນມີນາປີກາຍ.

ພວກ​ເຈົ້າໜ້າທີ່ອີຣັກ​ເວົ້າວ່າ ພວກ​ເຂົາ​ເຈົ້າຄາດ​ຫວັງ​ວ່າ ບັນຫາ​ທີ່​ວ່າຈະຮັກສາກຳລັງ​ທະ
ຫານ​ສະຫະລັດ​ສ່ວນນຶ່ງ​ໄວ້​ໃນ​ອີຣັກກາຍວັນ​ທີ 31 ທັນວາ​ປີນີ້ຫຼືບໍ່ຊຶ່ງ​ເປັນກຳນົດ​ເສັ້ນຕາຍ
ນັ້ນ ຈະ​ເປັນ​ຫົວ​ຂໍ້​ໃຫຍ່​ໃນ​ການ​ພົບປະກັນ​ຂອງ​ທ່ານ​ Biden ກັບ​ນາຍົກລັດຖະມົນຕີ
Nouri al-Maliki ​ແລະທ່ານປະທານາທິບໍດີ Jalal Talibani. ນອກຈາກ​ນັ້ນ​ແລ້ວ ທ່ານ
Biden ຍັງ​ມີ​ແຜນການ​ທີ່​ຈະ​ພົບ​ກັບຜູ້ນຳ​ອີຣັກຜູ້ອື່ນໆ ລວມທັງ ທ່ານ Ayad Allawi ຊຶ່ງ
ເປັນຜູ້​ທີ່​ບໍ່ຖືເອົາສາດສະໜາເປັນ​ໃຫຍ່ຂອງ​ຊາວ Shi'ite ທີ່ນຳພາພັກຝ່າຍ​ຄ້ານ​ Iraqiya
ທີ່​ໄດ້ຮັບການໜູນຫລັງ​ໂດຍ​ພວກ Sunni ນັ້ນ.

ທ່ານ Maliki ກຳລັງ​ຢູ່​ພາຍໃຕ້​ຄວາມ​ກົດ​ດັນ​ຈາກ​ພວກ​ສະມາຊິກ​ທີ່​ເປັນເຜົ່າ Shi'ite ​ຫົວ
ແຂງກະດ້າງຢູ່​ໃນ​ລັດຖະບານ​ປະສົມ​ຂອງ​ທ່ານ​ທີ່ບໍ່​ໃຫ້​ຍືດການມີໜ້າຂອງກຳລັງທະຫານ
ສະຫະລັດ​ກາຍ​ທ້າຍ​ປີນີ້​ໄປ ​ເຖິງ​ແມ່ນ​ວ່າ ທັງ​ພວກ​ເຈົ້າໜ້າທີ່​ອີຣັກ ​ແລະ​ສະຫະລັດຕ່າງ​ກໍ
ເວົ້າວ່າອີຣັກບໍ່ຢູ່​ໃນສະພາບ​ທີ່ຈະສາມາດປ້ອງ​ກັນຊາ​ຍ​ແດນ​ຂອງ​ຕົນດ້ວຍ​ຕົນ​ເອງ​ໄດ້​ກໍ​ຕາມ.

ພວກ​ເຈົ້າໜ້າທີ່​ອີຣັກເວົ້າວ່າ ເຫດລະ​ເບີດ​ສາມ​ຄັ້ງ​ໃນ​ເຊົ້າມືດ​ຂອງ​ວັນ​ພະຫັດມື້ນີ້​ແມ່ນມີ​ເປົ້າ​
ແນ​ໃສ່​ທຳລາຍວັດ​ຕ່າງໆ ຂອງສາສະໜາອິສລາມ ຢູ່​ເຂດພາກກາງ​ແລະ​ພາກເໜືອນະຄອນ
ຫລວງແບັກ​ແດກ ຊຶ່ງ​ໄດ້​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ. ພວກ​ເຈົ້າໜ້າທີ່​ດັ່ງກ່າວ​ຍັງເວົ້າອີກວ່າ
ເຫດ​ລະ​ເບີດ​ແຕກ​ທີ່ວັດຂອງ​ຊາວ Sunni ສອງ​ແຫ່ງ​ແລະວັດຂອງ​ຊາວ Shi'ite ນຶ່ງ​ແຫ່ງ​
ຍັງ​ໄດ້​ເຮັດ​ໃຫ້​ມີ​ອີກຢ່າງນ້ອຍ 11 ຄົນ​ໄດ້ຮັບບາດ​ເຈັບ.

XS
SM
MD
LG