ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ເຊື້ອເຊີນ ປະທານາທິ ບໍດີຢູເຄຣນ ໃຫ້ມາຢ້ຽມຢາມ ທໍານຽບຂາວ


ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີຫລຽວເບິ່ງ ຢູ່ໃນກອງປະຊຸມຖະແຫລງຂ່າວປະຈໍາປີຂອງທ່ານໃນໂຮງງານຜະລິດເຮືອບິນ Antonov ທີ່ນະຄອນຫລວງ Kyiv ຂອງຢູເຄຣນ ໃນວັນທີ 20 ພຶດສະພາ, 2021
ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີຫລຽວເບິ່ງ ຢູ່ໃນກອງປະຊຸມຖະແຫລງຂ່າວປະຈໍາປີຂອງທ່ານໃນໂຮງງານຜະລິດເຮືອບິນ Antonov ທີ່ນະຄອນຫລວງ Kyiv ຂອງຢູເຄຣນ ໃນວັນທີ 20 ພຶດສະພາ, 2021

ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ (Zelenskiy) ທີ່ໄດ້ອ້ອນວອນຂໍພົບປະກັບປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກ່ອນການພົບປະຂອງທ່ານໄບເດັນ ຢູ່ເຈນີວາໃນອາທິດໜ້ານີ້, ໄດ້ຖືກທຳນຽບຂາວປະຕິເສດຕໍ່ຄຳຮ້ອງຂໍດັ່ງກ່າວ ແຕ່ໄດ້ຮັບການຕອບແທນດ້ວຍການໂທລະສັບທີ່ເຮັດໃຫ້ສະບາຍໃຈໃນວັນຈັນວານນີ້ ທີ່ລວມທັງການເຊື້ອເຊີນໃຫ້ມາທີ່ວໍຊິງຕັນອີກດ້ວຍ.

"ພວກເພິ່ນມີໂອກາດລົມກັນດົນສົມຄວນກ່ຽວກັບທຸກບັນຫາໃນສາຍພົວພັນລະຫວ່າງສະຫະລັດກັບຢູເຄຣນ, ແລະປະທານາທິບໍດີໄບເດັນສາມາດບອກປະທານາທິບໍດີເຊເລນສ໌ກີ (Zelenskiy) ວ່າ ທ່ານຈະຢືນຂຶ້ນຢ່າງແຂງຂັນ ເພື່ອປົກປ້ອງອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມປາດຖະໜາຂອງຢູເຄຣນໃນຂະນະທີ່ພວກເຮົາກ້າວໄປຂ້າງໜ້າ," ນັ້ນຄືຄໍາເວົ້າຂອງທີ່ປຶກ ສາດ້ານຄວາມໝັ້ນຄົງແຫ່ງຊາດ, ທ່ານ ເຈກ ຊູລີວານທີ່ກ່າວຕໍ່ບັນດານັກຂ່າວໃນທຳນຽບຂາວ.

ທ່ານ ຊູລີວານຍັງກ່າວອີກວ່າ ທ່ານໄບເດັນ ໄດ້ບອກກັບປະທານາທິບໍດີຢູເຄຣນວ່າ "ທ່ານຫວັງວ່າ ຈະໄດ້ຕ້ອນຮັບທ່ານເຂົ້າມາໃນທຳນຽບຂາວທີ່ນີ້ ໃນນະຄອນຫຼວງວໍຊິງຕັນ ໃນລະດູຮ້ອນປີນີ້ ຫຼັງຈາກທ່ານໄດ້ກັບມາຈາກຢູໂຣບແລ້ວ."

ພາຍຫລັງການໂອ້ລົມທາງໂທລະສັບແລ້ວ ທ່ານ ເຊເລນສ໌ກີ (Zelenskiy) ກ່າວວ່າ ປະທານາທິບໍດີສະຫະລັດໄດ້ເຊື້ອເຊີນທ່ານໃຫ້ມາຢ້ຽມຢາມໃນເດືອນກໍລະກົດນີ້.

ໃນການໃຫ້ສຳພາດທີ່ດຳເນີນໄປແບບທາງໄກໃນວັນສຸກຜ່ານມາກັບອົງການຂ່າວທາງເວັບໄຊທ໌ແອກຊີອອສ (Axios) ນັ້ນ, ທ່ານເຊເລນສ໌ກີ (Zelenskiy) ໄດ້ຂໍໃຫ້ທ່ານໄບເດັນ ພົບກັບທ່ານ "ໃນເວລາກໍໄດ້ ຢູ່ໃດບ່ອນກໍໄດ້ຢູ່ໃນໂລກນີ້" ກ່ອນການໄປຢ້ຽມຢາມນະຄອນເຈນີວາ ໃນສະວິດເຊີແລນຂອງປະທານາທິບໍດີສະຫະລັດ.

ທ່ານໄບເດັນຈະອອກເດີນທາງໃນວັນພຸດມື້ອື່ນນີ້ ເພື່ອເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທ່ານ ໃນຖານະເປັນປະທານາທິບໍດີ ທີ່ມີຂຶ້ນກ່ອນການເຈລະຈາກັບທ່ານປູຕິນ ໃນວັນທີ 16 ມິຖຸນາຈະເຮັດໃຫ້ທ່ານມີປະຕິສໍາພັນກັບຜູ້ນຳຫຼາຍ ສິບຄົນ ຢູ່ໃນກອງປະຊຸມສຸດຍອດ ກຸ່ມຈີ-7 ຢູ່ໃນເມືອງຄອນວອລ (Cornwall) ຂອງສະຫະລາຊະອານາຈັກອັງກິດ ຕະຫລອດທັງກັບການປະຊຸມຂອງອົງການເນໂຕ (NATO) ແລະສະຫະພາບຢູຣົບໃນນະຄອນຫລວງ ບຣັສເຊີລສ໌ ຂອງແບລຈ້ຽມອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ ທ່ານເຊເລນສ໌ກີ (Zelenskiy) ບໍ່ໄດ້ຢູ່ໃນບັນດາຜູ້ນຳ ທີ່ທ່ານໄບເດັນມີກຳນົດ ທີ່ຈະພົບປະ ຢູ່ໃນສະຖານທີ່ເຫລົ່ານັ້ນເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG