ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ ໄບ​ເດັນ ເດີນ​ທາງ​ຮອດ ຍີ່​ປຸ່ນ ສຳ​ລັບ​ການ​ເຈ​ລະ​ຈາ ​ໃນ​ກອງ​ປະ​ຊຸມ​ສຸດຍອດ G7


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຖື​ຄັນ​ຮົ່ມ​ໃນ​ຂະ​ນະ​ທີ່​ທ່ານ​ຢືນ​ຕາກ​ຝົນຫຼັງ​ຈາກ​ໄດ້​ລົງ​ຈາກ​ເຮືອ​ບິນ Air Force One ຢູ່​ຖານ​ທັບ​ອາ​ກາດ​ຂອງກອງ​ທັບ​ນາ​ວິ​ກະ​ໂຍ​ທິນ ອີ​ວາ​ກຸ​ນິ, ເມືອງ ອີ​ວາ​ກຸ​ນິ, ຍີ່​ປຸ່ນ, 18 ພຶດ​ສະ​ພາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຖື​ຄັນ​ຮົ່ມ​ໃນ​ຂະ​ນະ​ທີ່​ທ່ານ​ຢືນ​ຕາກ​ຝົນຫຼັງ​ຈາກ​ໄດ້​ລົງ​ຈາກ​ເຮືອ​ບິນ Air Force One ຢູ່​ຖານ​ທັບ​ອາ​ກາດ​ຂອງກອງ​ທັບ​ນາ​ວິ​ກະ​ໂຍ​ທິນ ອີ​ວາ​ກຸ​ນິ, ເມືອງ ອີ​ວາ​ກຸ​ນິ, ຍີ່​ປຸ່ນ, 18 ພຶດ​ສະ​ພາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ເດີນ​ທາງ​ຮອດ ຍີ່​ປຸ່ນ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ຜູ້ນຳ​ຈາກ​ກຸ່ມ 7 ປະ​ເທດ ຫຼື G7 ​ທີ່​ຄາດ​ວ່າ​ຈະ​ເພັ່ງ​ເລັງ​ໃສ່​ການ​ຕອບ​ໂຕ້​ຕໍ່​ການ​ປະ​ຕິ​ບັດ​ທາງ​ເສດ​ຖະ​ກິດ​ຂອງ ຈີນ ແລະ ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ໃນ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ທ່ານ ໄບ​ເດັນ ໄດ້​ທັກ​ທາຍ​ກຸ່ມ​ຂອງກອງ​ທະ​ຫານ​ສະ​ຫະ​ລັດ ແລະ ຍີ​ປຸ່ນ ປະ​ມານ 400 ຄົນ​ຢູ່​ຖານ​ທັບ​ອາ​ກາດຂອງກອງ​ທັບ​ນາ​ວິ​ກະ​ໂຍ​ທິນ ອີ​ວາ​ກຸ​ນິ ບໍ່​ດົນຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ.

ທ່ານ​ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມີ​ໂອະ ຄິ​ຊິ​ດະ ໃນ​ເວ​ລາ​ຕໍ່​ມາ​ໃນ​ແຂວງ ຮິ​ໂຣ​ຊິ​ມະ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຈັດ​ການ​ເຈ​ລະ​ຈາ G7.

ກອງ​ປະ​ຊຸມ​ສຸດຍອດ G7 ຍັງ​ຈະ​ລວມ​ມີ ​ບັນ​ດາ​ຜູ້​ນຳ​ຈາກ​ປະ​ເທດ ກາ​ນາ​ດາ, ຝ​ຣັ່ງ, ເຢ​ຍ​ຣະ​ມັນ, ອິ​ຕາ​ລີ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ສະ​ຫະ​ພາບ ຢູ​ໂຣບ.

ທ່ານ ຄິ​ຊິ​ດະ ຍັງ​ໄດ້​ເຊື້ອ​ເຊີນ​ກຸ່ມ​ຂອງປະ​ເທດທີ່ບໍ່​ແມ່ນ​ສະ​ມາ​ຊິກ​ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ນັ້ນ ​ອັນເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ພົວ​ພັນ​ກັບ​ພື້ນ​ທີ່​ພາກ​ໃຕ້​ຂອງ​ໂລກ. ປະ​ເທດ​ທີ່​ວ່າ​ນັ້ນ​ລວມ​ມີ ອອ​ສ​ເຕ​ຣ​ເລຍ, ບ​ຣາ​ຊິ​ລ, ໂຄ​ໂມ​ຣອ​ສ, ໝູ່​ເກາະ ຄຸກ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ເກົາຫຼີ​ໃຕ້, ຢູ​ເຄ​ຣນ ແລະ ຫວຽດ​ນາມ.

ບັນ​ດາ​ຜູ້​ນຳ​ແມ່ນ​ຄາດ​ວ່າ​ຈະ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ ການ​ໃຊ້​ຂໍ້​ຫ້າມ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ຂອງ ຈີນ, ພ້ອມ​ກັບ​ການ​ຂວ້ຳ​ບາດ ແລະ ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ. ການ​ດຳ​ເນີນ​ການ​ທີ່​ອາດ​ເປັນ​ໄປ​ໄດ້​ໂດຍ​ກຸ່ມ G7 ລວມ​ມີ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ ການ​ຫ້າມ​ຕ່າງໆ​ຕໍ່​ການ​ລົງ​ທຶນ​ຈາກ​ປະ​ເທດ​ທີ່​ວ່າ​ນັ້ນ​ໃນ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG