ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນຢູ່ທີ່ນະຄອນ​ຫຼວງແຮ​ລ​ຊິງ​ກີ ເພື່ອພົບປະ ກັບບັນດາຜູ້ນຳ ຈາກບັນດາປະເທດນໍ​ດິກ ແລະສັນລະເສີນ ການເຂົ້າເປັນສະມາຊິກອົງການເນໂຕ້ ຂອງຟິນ​ແລນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນຈັບ​ມື​ເພື່ອ​ທັກ​ທາຍ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ຟິນ​ແລນທ່ານດ​ກັ​ລັ​ສ ຮິກ​ກີຂະ​ນະ​ທີ່​ທ່ານ​ລົງ​ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ທີ່ຢູ່​ສະ​ໜາມ​ບິນໃນນະ​ຄອນ​ຫລວງແຮ​ລ​ຊິງ​ກີ​ຂອງ​ຟິນ​ແລນ, ວັນ​ທີ 12 ກໍ​ລະ​ກົດ, 2023.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນຈັບ​ມື​ເພື່ອ​ທັກ​ທາຍ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ຟິນ​ແລນທ່ານດ​ກັ​ລັ​ສ ຮິກ​ກີຂະ​ນະ​ທີ່​ທ່ານ​ລົງ​ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ທີ່ຢູ່​ສະ​ໜາມ​ບິນໃນນະ​ຄອນ​ຫລວງແຮ​ລ​ຊິງ​ກີ​ຂອງ​ຟິນ​ແລນ, ວັນ​ທີ 12 ກໍ​ລະ​ກົດ, 2023.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ​ໄບ​ເດັນ ຢູ່ທີ່ນະຄອນ​ຫຼວງແຮ​ລ​ຊິງ​ກີ ໃນວັນພະຫັດມື້ນີ້ ເພື່ອພົບປະກັບບັນດາຜູ້ນຳຈາກບັນດາປະເທດນໍ​ດິກ (Nordic) ແລະ ສັນລະເສີນການເຂົ້າເປັນສະມາຊິກອົງການເນໂຕ້ຂອງຟິນ​ແລນ.

ຕາຕະລາງເວລາຂອງທ່ານ​ໄບ​ເດັນ ລວມມີການພົບປະ​ເປັນ​ການຕ່າງຫາກກັບປະທາ ນາທິບໍດີຟິນແລນ ທ່ານ​ເຊົາ​ລີ ນີ​ນິ​ສ​ໂຕ (Sauli Niinisto) ກ່ອນກອງ​ປະ​ຊຸມໃຫຍ່ທີ່ລວມມີນາຍົກລັດຖະມົນຕີສະວີເດັນ ທ່ານ​ອາ​ລ​ຟ໌ ຄ​ຣິ​ສ​ເຕີ​ສັນ (Ulf Kristersson), ນາຍົກລັດຖະມົນຕີນໍ​ເວ ທ່ານ​ໂຈ​ນັ​ສ ກາ ສ​ຕໍ (Jonas Gahr Store), ນາຍົກລັດ ຖະມົນຕີເດັນມາກ ທ່ານ​ນາງແມດ​ເຕ ເຟ​ຣເດີ​ຣິກ​ສັນ (Mette Frederiksen) ແລະນາຍົກລັດຖະມົນຕີໄອແລນ ທ່ານ​ນາງ ແຄ​ທ​ຣິນ ຈາ​ຄອບ​ສ​ໂດດ​ທີ (Katrin Jakobsdottir).

ຄາດ​ວ່າ ​ວາລະ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເມ​ຣິ​ກາ - ນໍ​ດິກ ຈະ​ລວມມີ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ ​ແລະ ​ເທັກ​ໂນ​ໂລ​ຈີທີ່​ພົ້ນ​ເດັ່ນຂຶ້ນ​ມາ.

ຟິນແລນ ແລະສະວີເດັນ ໄດ້ສະແຫວງຫາການເປັນສະມາຊິກຂອງອົງການເນໂຕ້ ເພື່ອຕອບໂຕ້ຕໍ່ການຮຸກຮານຂອງຣັດເຊຍໃນຢູເຄຣນ ເມື່ອປີກາຍນີ້.

ປະ​ເທດພັນທະມິດໄດ້ຮັບເອົາຟິນແລນໃນເດືອນເມສາ, ແຕ່ການຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ ຂອງສະວີເດັນ ຖືກ​ສະ​ກັດ​ກັ້ນໂດຍເທີກີ ທ່າມກາງການຕຳ​ໜິຂອງເທີ​ກີວ່າ ສະວີເດັນ ມີຄວາມອ່ອນໂຍນຫລາຍເກີນໄປຕໍ່ກຸ່ມທີ່​ອັງ​ກາ​ຣາຖື​ວ່າເປັນອົງການຈັດຕັ້ງກໍ່ການຮ້າຍ.

ຫຼັງ​ຈາກ​ການ​ເຈລະຈາ​ຫຼາຍ​ຮອບ ​ແລະ​ການ​ຮັບ​ຮອງ​ເອົາປະຕິ​ຮູບ​ຂອງສະ​ວີ​ເດັນທີ່​ລວມ​ມີການ​ປະກາດ​ໃຊ້​ກົດໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ສະບັບ​ໃໝ່, ປະທານາທິບໍດີເທີກີທ່ານ​ເຣ​ເຊັບ ຕາ​ຢິບ ເອີ​ດວນ (Recep Tayyip Erdogan) ກ່າວ​ໃນ​ອາທິດ​ນີ້​ວ່າ ທ່ານ​ຈະ​ຍຸຕິ​ການ​ຄັດຄ້ານ ​ແລະ​ເຄື່ອນ​ໄຫວ​ເພື່ອ​ແນະນຳ​ບັນດາ​ສະມາຊິກ​ສະພາ​ຂອງ​ເທີກີ ​ໃຫ້​ອະ​ນຸ​ມັດ​ວ່າ ສະ​ວີ​ເດັນ​ເຂົ້າ​ຮ່ວມເນ​ໂຕ້​ໄດ້.

ຜູ້​ເຂົ້າ​ຮ່ວມ​ຄົນອື່ນໆ​ໃນ​ການພົບ​ປະ​ໃນ​ວັນ​ພະ​ຫັດມື້​ນີ້​ ແມ່ນ​ສະ​ມາ​ຊິກ​ຂອງອົງ​ການ​ເ​ນ​ໂຕ້​ທັງ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG