ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ໄບເດັນ ກ່າວວ່າ ປະຊາທິປະໄຕ ຂຶ້ນຢູ່ກັບການເລືອກຕັ້ງກາງສະໄໝ


ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບໄພຂົ່ມຂູ່ຕໍ່ປະຊາທິປະໄຕ ກ່ອນໜ້າການເລືອກຕັ້ງກາງສະໄໝ ໃນອາທິດໜ້ານີ້, ວັນທີ 2 ພະຈິກ 2022, ຢູ່ທີ່ ສະໂມສອນ ໂຄລຳບັສ (Columbus Club) ໃນສະຖານີລົດໄຟ Union Station, ໃກ້ກັບ ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບໄພຂົ່ມຂູ່ຕໍ່ປະຊາທິປະໄຕ ກ່ອນໜ້າການເລືອກຕັ້ງກາງສະໄໝ ໃນອາທິດໜ້ານີ້, ວັນທີ 2 ພະຈິກ 2022, ຢູ່ທີ່ ສະໂມສອນ ໂຄລຳບັສ (Columbus Club) ໃນສະຖານີລົດໄຟ Union Station, ໃກ້ກັບ ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ.

ຫົກວັນກ່ອນໜ້າການເລືອກຕັ້ງກາງສະໄໝຂອງສະຫະລັດ ປະທານາທິບໍດີ ໂຈ ໄບເດັນ ໄດ້ອອກຄຳເຕືອນໃໝ່ ກ່ຽວກັບໄພຂົ່ມຂູ່ຕໍ່ປະຊາທິປະໄຕຂອງປະເທດ ໂດຍກ່າວວ່າ ພວກຜູ້ທີ່ປະຕິເສດການເລືອກຕັ້ງກຳລັງເຮັດໃຫ້ອາເມຣິກາ ຢູ່ໃນ “ເສັ້ນທາງແຫ່ງຄວາມວຸ້ນວາຍ.”

“ມີພວກຜູ້ສະໝັກລົງແຂ່ງຂັນເອົາຕຳແໜ່ງ ທຸກລະດັບໃນອາເມຣິກາ….ຜູ້ທີ່ບໍ່ມີ​ຄວາມໝັ້ນໝາຍຈະຮັບເອົາຜົນການເລືອກຕັ້ງບ່ອນທີ່ພວກເຂົ້າຢູ່ນັ້ນ” ທ່ານໄບເດັນ ໄດ້ກ່າວ ເມື່ອແລງວັນພຸດວານນີ້ ທີ່ໄດ້ຖ່າຍທອດທາງໂທລະພາບ ໃນຄຳປາໄສຢູ່ພາຍໃນສະຖານີລົດໄຟ​ໃຫຍ່ Union Station ຂອງນະຄອນຫຼວງວໍຊິງຕັນ. ທ່ານໄດ້ກ່າວວ່າ ພວກທີ່ມີສິດອອກສຽງ ໃນອາທິດໜ້າຄວນຖາມ ພວກຜູ້ສະໝັກ ຢູ່ໃນບັດເລືອກ​ຕັ້ງຂອງພວກເຂົາເຈົ້ານັ້ນວ່າ ຈະຍອມຮັບຜົນການແຂ່ງ ຂັນຂອງພວກເຂົາເຈົ້າເອງຫຼືບໍ່ ຊະນະ ຫຼື ຜ່າຍແພ້.

ທ່ານໄບເດັນ ເວົ້າວ່າ “ຄຳຕອບຕໍ່ຄຳຖາມນັ້ນ ແມ່ນສຳຄັນຍິ່ງ ແລະໃນຄວາມຄິດເຫັນຂອງຂ້າພະເຈົ້າ ມັນຄວນເປັນການຕັດສິນທີ່ເດັດຂາດ. ແລະຄຳຕອບຕໍ່ຄຳຖາມນັ້ນ ແຂວນອະນາຄົດຂອງປະເທດທີ່ພວກເຮົາຮັກຫອມຫຼາຍທີ່ສຸດ ແລະຊະຕາກຳຂອງລະບອບປະຊາທິປະໄຕທີ່ໄດ້ເຮັດໃຫ້ເປັນໄປໄດ້ສຳລັບພວກເຮົາ.”

ໃນການກ່າວຄຳປາໄສຍາວ 21 ນາທີ ທ່ານໄບເດັນໄດ້ຕ້ອງຕິຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານ, ຄື ດໍໂນລ ທຣຳ ​ໃນການສືບຕໍ່ກ່າວອ້າງ ທີ່ບໍ່ຈິງ ກ່ຽວກັບການເລືອກຕັ້ງປະທານາທິບໍດີ ປີ 2020 ໄດ້ຖືກລັກເອົາໄປ, ໂດຍກ່າວເຊັ່ນນັ້ນ ໄດ້ “ເຮັດໃຫ້ໄພອັນຕະລາຍສູງຂຶ້ນ ໃນດ້ານຄວາມຮຸນແຮງທາງດ້ານການເມືອງ ແລະການຂົ່ມຂູ່ ຜູ້ມີສິດເລືອກຕັ້ງ ຕະຫຼອດໄລຍະສອງປີທີ່ຜ່ານມາ.”

ທ່ານກ່າວຕື່ມວ່າ “ພວກເຮົາໝົດທຸກຄົນ ຜູ້ທີ່ປະຕິເສດຕໍ່ຄວາມຮຸນແຮງ ດ້ານການເມືອງ ແລະການຂົ່ມຂູ່ຜູ້ມີສິດເລືອກຕັ້ງ ແລະຂ້າພະເຈົ້າເຊື່ອວ່າ ເປັນສຽງສ່ວນຫຼາຍຢ່າງຖ້ວມລົ້ນຂອງປະຊາຊົນຊາວອາເມຣິກັນ” ທ່ານກ່າວຕໍ່ວ່າ “ພວກເຮົາໝົດທຸກຄົນ ຕ້ອງສາມັກຄີເພື່ອເຮັດໃຫ້ມັນຈະແຈ້ງວ່າ ຄວາມຮຸນແຮງແລະການຂົ່ມຂູ່ ບໍ່ມີຢູ່ທີ່ແຫ່ງນີ້ໃນອາເມຣິກາ.”

ສະມາຊິກສະພາສັງກັດພັກຣີພັບບລີກັນບາງຄົນ ເອີ້ນຄວາມເປັນຫ່ວງ ແລະຄຳເວົ້າຂອງທ່ານໄບເດັນ ເກີນໄປໂພດ ແລະໝາຍເຖິງການຫັນປ່ຽນຈຸດເພັ່ງເລັງຂອງມະຫາຊົນໄປຈາກ ສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ນະໂຍບາຍຂອງພັກເດໂມແຄຣັດ ທີ່ລົ້ມແຫຼວ.

ຜູ້ນຳສະພາຕຳຂອງພັກຣີພັບບລີກັນ ທ່ານແຄວິນ ແມັກຄາຣທີ (Kevin McCarthy) ສະແດງປະຕິກິລີຍາ ຕໍ່ຄຳປາໄສຂອງທ່ານໄບເດັນ ໂດຍກ່າວໃນຂໍ້ຄວາມທີ່ຂຽນລົງໃນທວີດເຕີ ວ່າ “ປະທານາທິບໍດີ ໄບເດັນ ພວມພະຍາຍາມທີ່ຈະແບ່ງແຍກ ແລະບ່າຍບ່ຽງ ໃນຍາມເມື່ອອາເມຣິກາ ຕ້ອງການ ຄວາມສາ ມັກຄີ-ເພາະວ່າ ທ່ານບໍ່ສາມາດເວົ້າກ່ຽວກັບນະໂຍບາຍຕ່າງໆຂອງທ່ານ ທີ່ໄດ້ຂັບດັນໃຫ້ຄ່າຄອງຊີບສູງຂຶ້ນ. ປະຊາຊົນຊາວອາເມຣິກັນ ບໍ່ເຊື່ອມັນເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG